ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດ ຫົວໜ້າຮັກສາຄວາມສະຫງົບ ຂອງຈີນ ຖືກຕັດສິນ ຈຳຄຸກຕະຫຼອດຊີວິດ


 ທ່ານ Zhou Yongkang ສະແດງທ່າທີ່ປະຕິກິລິຍາໃນການ ເຂົ້າຮ່ວມການເຈລະຈາ ຜູ້ແທນແຂວງ Hebei ໃນກອງປະຊຸມສະພາແຫ່ງຊາດ ຄັ້ງທີ 17 ຂອງພັກກອມມູນິສ ຈີນ ຢູ່ທີ່ຫໍປະຊຸມໃຫຍ່ຂອງປະຊາຊົນ, ນະຄອນຫຼວງປັກກິ່ງ. 16 ຕຸລາ 2007.
ທ່ານ Zhou Yongkang ສະແດງທ່າທີ່ປະຕິກິລິຍາໃນການ ເຂົ້າຮ່ວມການເຈລະຈາ ຜູ້ແທນແຂວງ Hebei ໃນກອງປະຊຸມສະພາແຫ່ງຊາດ ຄັ້ງທີ 17 ຂອງພັກກອມມູນິສ ຈີນ ຢູ່ທີ່ຫໍປະຊຸມໃຫຍ່ຂອງປະຊາຊົນ, ນະຄອນຫຼວງປັກກິ່ງ. 16 ຕຸລາ 2007.

ສື່​ມວນຊົນຂອງ​ທາງ​ການ​ຈີນ ກ່າວ​ວ່າ ທ່ານ Zhou Yongkang ອະດີດຫົວໜ້າຮັກສາ​ຄວາມ​ສະຫງົບ ​ໄດ້​ຖືກ​ຕັດສິນ​ລົງໂທດ ຈຳ​ຄຸກ​ຕະຫລອດ​ຊີວິດ ຖານ​ສໍ້​ລາດ​ບັງ​ຫລວງ ​ເຮັດ​ໃຫ້​ຜູ້ກ່ຽວ​ຊຶ່ງ​ເປັນ​ເຈົ້າໜ້າ​ທີ່ ຜູ້​ມີ​ອຳນາດ​ສູງ​ ທີ່​ຖືກ​ນຳ​ມາ​ລົງ​ໂທດ ​ໂດຍການປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ​ຂອງພັກ​ຄອມ​ມິ​ວນິສຈີນ.

ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ວ່າ ທ່ານ Zhou ອາຍຸ 72 ປີ ​ໄດ້​ຍອມຮັບ​ຜິດ ​ແລະ ຈະ​ບໍ່​ຂໍ​ອຸທອນ​ການ​ຕັດສິນ​ດັ່ງກ່າວ ​ເຊິ່ງເປັນການ​ດຳ​ເນີນຄະດີ​ແບບ​ປິດ​ລັບ ​ຢູ່​ທີ່ເມືອງ Tianjin ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ປະ​ເທດ.

ທ່ານ Zhou ​ໄດ້​ຖືກ​ກ່າວ​ຟ້ອງ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ເດືອນ​ແລ້ວ​ນີ້ ຖານ​ຮັບ​ສິນ​ບົນ ​ໃຊ້​ອຳ​ນາດໄປ​ໃນ​ທາງຜິດ ​ແລະ ​ເປີດ​ເຜີຍ​ຂໍ້​ມູນ​ລັບ​ຂອງ​ລັດຖະບານ. ແຕ່​ວັນ​ເວລາ ​ແລະ ສະຖານ​ທີ່ການ​ດຳ​ເນີນ​ຄະດີ​ຂອງ ທ່ານ Zhou ນັ້ນ ​ຍັງເປັນທີ່ລຶກລັບ​ຢູ່ ​ຈົນ​ມາ​ຮອດ​ການ​ປະກາດ​
ໃນວັນພະຫັດ​ມື້ນີ້. ​

ໃນ​ຂ່າວ​ດ່ວນສັ້ນ ທີ່​ເປັນ​ພາສາ​ອັງກິດ ອົງການຂ່າວ ຊີ​ນຫົວ ກ່າວ​ວ່າ ສານປະຊາຊົນ​ຊັ້ນກາງ ​ເບີ 1 ຂອງ​ເທດສະບາ​ນ​ເມືອງ Tianjin ຍັງ​ໄດ້​ຕັດ​ສິດ​ທາງ​ດ້ານ​ການ​ເມືອງ​ຕະຫລອດ​ຊີວິດຂອງ​ທ່ານ Zhou ​ແລະ ​ໄດ້​ຍຶດ​ເອົາ​ຊັບ​ສິນ​ສ່ວນ​ຕົວ​ຂອງ​ທ່ານ​ອີກ​ດ້ວຍ.

ການ​ຕັດສິນ​ດັ່ງກ່າວ ​ເປັນ​ຂີດ​ໝາຍ​ຂອງ​ການ​ຕົກ​ຈາກ​ອຳນາດ ທີ່​ບໍ່​ໜ້າ​ເຊື່ອ​ເລີຍ ສຳ​ຫລັບ​ທ່ານ Zhou ຜູ້​ທີ່​ເປັນ​ເຈົ້າໜ້າ​ທີ່ຂັ້ນ​ສູງ​ສຸດຂອງ​ຈີນ ທີ່​ໄດ້​ຖືກ​ດຳ​ເນີນ​ຄະດີ ​ໃນຊ່ວງຫຼາຍກວ່າ 3 ທົດ​ສະຫວັດ​ຜ່ານມາ.

ທ່ານ Zhou ໃນ​ຄັ້ງນຶ່ງ​ ເຄີຍ​ເປັນ​ຜູ້ນຳ​ພາ ບໍລິສັດນ້ຳມັນ​ແຫ່​ງຊາດ ຂອງຈີນ ຫຼື China National Petroleum Corporation ​ແລະ ​ໄດ້​ສະ​ສົມອຳນາດ ​ແລະ ຊັບ​ສິນ ​ໃນ​ຂະນະ​ທີ່​ໄຕ່​ເຕົ້າຜ່ານ​ຖັນ​ແຖວ ຂຶ້ນມາຈົນ​ກາຍ​ມາ​ເປັນສະມາຊິກ ຄະນະ​ກຳ​ມະ​ການ ກົມ​ການ​ເມືອງ ​ສູນກາງພັກ ຊຶ່ງ​ເປັນ​ອົງ​ກອນ​ທີ່​ມີ​ອຳນາດ​ສູ​ງສຸດ​ໃນຈີນ.

XS
SM
MD
LG