ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົມພາຍຸ ຈັນຫອມ ພັດຖະຫຼົ່ມ ພາກຕາເວັນອອກ ຂອງຈີນ


ຜູູ້ຄົນຫຸ້ມເບິ່ງຟອງຂະໜາດໃຫຍ່ ຂະນະທີ່ລົມໄຕຝຸ່ນຈັນຫອມ ເຄື່ອນເຂົ້າໄປໃກ້ໆ ເມືອງ
Wenling, ໃນແຂວງ Zhejiang ທາງພາກຕາເວັນອອກຂອງຈີນ (10 ກໍລະກົດ 2015)
ຜູູ້ຄົນຫຸ້ມເບິ່ງຟອງຂະໜາດໃຫຍ່ ຂະນະທີ່ລົມໄຕຝຸ່ນຈັນຫອມ ເຄື່ອນເຂົ້າໄປໃກ້ໆ ເມືອງ Wenling, ໃນແຂວງ Zhejiang ທາງພາກຕາເວັນອອກຂອງຈີນ (10 ກໍລະກົດ 2015)

ລົມໄຕ້ຝຸ່ນຈັນຫອມ ຊຶ່ງເປັນລົມພາຍຸຂະໜາດໃຫຍ່ຫຼືຊູເປີ້ໄຕ້ຝຸ່ນ
ໄດ້ພັດຂຶ້ນຝັ່ງແລ້ວ ໃນພາກຕາເວັນອອກຂອງປະເທດຈີນ.

ລົມພາຍຸທີ່ມີຄວາມແຮງ 160 ກິໂລແມັດຕໍ່ຊົ່ວໂມງດັ່ງກ່າວໄດ້ພັດ
ເຂົ້າຖະຫຼົ່ມໃນຕອນບ່າຍວັນເສົາມື້ນີ້ຢູ່ໃນເຂດເມືອງ Zhoushan
ໃນແຂວງ Zhejinag.

ຍັງບໍ່ທັນມີລາຍງານຂ່າວໃດໆ ກ່ຽວກັບຄວາມເສຍຫາຍຫລືການ
ບາດເຈັບລົ້ມຕາຍເທື່ອ.

ອົງການພະຍາກອນອາກາດແຫ່ງຊາດລາຍງານວ່າ ພາຍຸຫົວນີ້ ອາດຈະເປັນລົມພາຍຸທີ່ແຮງທີ່ສຸດ ທີ່ເຄີຍພັດຖະຫລົ່ມ ບໍລິເວນດັ່ງກ່າວກໍເປັນໄດ້.

China Typhoon
please wait
Embed

No media source currently available

0:00 0:00:44 0:00

ເຈົ້າໜ້າທີ່ກ່າວວ່າ ມີ 865,000 ຄົນໄດ້ຖືກຍົກຍ້າຍອອກໜີຈາກເຂດແຄມຝັ່ງທະເລຂອງ ແຂວງ Zhejinag. ມີຄຳສັ່ງໃຫ້ເຮືອຕ່າງໆເກືອບ 30,000 ລຳເຂົ້າຈອດຢູ່ທ່າ.

ເຈົ້າໜ້າທີ່ເວົ້າວ່າ ໝາຍກຳນົດການເດີນທາງຂອງຖ້ຽວບິນ ລົດໄຟແລະລົດເມຈຳນວນນຶ່ງ ໄດ້ຖືກລົບກວນຢູ່ໃນເຂດດັ່ງກ່າວ.

ລົມພາຍຸຈັນຫອມໄດ້ພັດຖະຫຼົ່ມພາກໃຕ້ຂອງຍີ່ປຸ່ນແລະພາກເໜືອຂອງຟີລິບປິນມາແລ້ວ.

ໃນຕົ້ນອາທິດນີ້ ລົມໄຕ້ຝຸ່ນ Linfa ກໍໄດ້ພັດຖະຫລົ່ມເຂດແຄມຝັ່ງທະເລຂອງ ແຂວງກວາງ ຕຸ້ງ ຢູ່ທາງພາກໃຕ້ຂອງຈີນ.

Asia Storm
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG