ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ​ລໍ້າ​ໜ້າສະຫະລັດ​ ໃນ​ຖານະ​​ພາຄີ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ ຂອງສະຫະພາບຢູ​ໂຣບ


ລັງສິນຄ້າສົ່ງອອກຂອງຈີນ ທີ່ລໍຖ້າຂົນຂຶ້ນກໍາປັ່ນ ຢູ່ທ່າເຮືອນະຄອນຊຽງໄຮ້
ລັງສິນຄ້າສົ່ງອອກຂອງຈີນ ທີ່ລໍຖ້າຂົນຂຶ້ນກໍາປັ່ນ ຢູ່ທ່າເຮືອນະຄອນຊຽງໄຮ້

ຈີນ​ກ່າວ​ວ່າ ​ຕົນ​ໄດ້ລໍ້າ​ໜ້າສະຫະລັດ​ແລ້ວ​ ​ໃນ​ຖານະ​ເປັນ​ພາຄີ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ
ຂອງສະຫະພາບຢູ​ໂຣບ.

ກະຊວງການຄ້າ​ຈີນ ກ່າວ​ໃນ​ວັນ​ອາທິດ​ວານນີ້​ວ່າ ການ​ຄ້າຂອງຈີນ​ແລະ​ສະຫະພາບ
ຢູ​ໂຣບນັ້ນ ​ໄດ້ມີ​ມູນ​ຄ່າ​ລື່ນການ​ຄ້າລະຫວ່າງ​ສະຫະລັດ​ກັບ EU ​ເປັນ​ຄັ້ງ​ທໍາ​ອິດ ​
ໃນ​ເດືອນ​ກໍລະກົດຜ່ານ​ມາ​ນີ້.

ໃນ​ການ​ອ້າງຂໍ້​ມູນຈາກ​ສະຖິຕິ​ຈາກ​ກົມ​ສະຖິຕິ​ Eurostat ຂອງສະຫະພາບຢູ​ໂຣບນັ້ນ
ກະຊວງການຄ້າ​ຈີນກ່າວວ່າ ມູນ​ຄ່າ​ການ​ຄ້າລະຫວ່າງຈີນກັບ​ອີ​ຢູນັ້ນ ມີ​ຍອດ​ເຖິງ
49,400 ລ້ານ​ໂດ​ລາ ໃນເດືອນ​ກໍລະກົດ​ ຊຶ່ງແມ່ນປະມານ 1,100 ​ລ້ານ​ໂດ​ລາ
ລື່ນມູນ​ຄ່າຮວມທັງ​ໝົດ​ຂອງ​ ການຄ້າ​ລະຫວ່າງສະ​ຫະລັດກັບ​ອີ​ຢູ ໃນ​ເດືອນ​ດຽວ​ກັນ.

ກະຊວງການຄ້າ​ຈີນ​ກ່າວ​ຕື່ມວ່າ ການ​ສົ່ງ​ອອກ​ຂອງ​ຈີນໄປ​ຍັງ​ອີ​ຢູ ລຸດ​ລົງ 6% ​
ໃນເດືອນ​ກໍລະກົດ​ ແຕ່​ວ່າການນໍາ​ເຂົ້າສິນຄ້າ​ຈາກສະຫະພາບຢູ​ໂຣບ​ ​ໄດ້​ເພີ່ມ​ຂຶ້ນ
12% ​ຈາກເດືອນ​ດຽວ​ກັນ ​ໃນ​ປີ​ກາຍ​ນີ້.

ຈີນ​ຍັງ​ກ່າວ​ອີກວ່າ ການ​ຄ້າ​ກັບຈີນ ​ແມ່ນ​ປະກອບ​ເປັນ 13.4% ຂອງ​ສິນຄ້າ​ສົ່ງ​ອອກ​
ແລະ​ນໍາ​ເຂົ້າ​ທັງ​ໝົດ ຂອງ​ອີ​ຢູ ສໍາລັບ​ເດືອນ​ກໍລະກົດ​ນັ້ນ.

XS
SM
MD
LG