ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສົ່ງອອກແລະນໍາເຂົ້າ ຂອງຈີນ ຫຼຸດລົງ ໃນເດືອນແລ້ວ


ການຄ້າຂາຍຂອງຈີນ ໃນເດືອນມັງກອນຜ່ານມາ
ການຄ້າຂາຍຂອງຈີນ ໃນເດືອນມັງກອນຜ່ານມາ

ກິດຈະການ​ດ້ານ​ການ​ຄ້າ​ຂອງ​ຈີນ​ໄດ້​ຫຼຸດຕໍ່າລົງ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ສົມທຽບ​ໃສ່ກັບ​ໄລ
ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ ຊຶ່ງ​ໄດ້​ພາ​ໃຫ້​ມີ​ຄວາມ​ວິຕົກ​ກັງວົນ​ວ່າອຸບປະສົງ​ຫຼືຄວາມ​ຕ້ອງການ
ສິນຄ້າ​ຢູ່​ໃນ​ຕ່າງປະ​ເທດທີ່ມີ​ໜ້ອຍລົງ ​ໄດ້​ສ້າງ​ຄວາມ​ເສຍຫາຍ​ໃຫ້​ແກ່​ເສດຖະກິດ​ ທີ່​ຂັບ​ດັນ
ດ້ວຍ​ການ​ສົ່ງ​ອອກ​ຂອງ​ຈີນ.

ໂຕ​ເລກ​ທີ່​ພະ​ແນ​ກພາສີ​ຂອງ​ຈີນ ​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ມື້ນີ້ສະ​ແດງ​ໃຫ້​ເຫັນວ່າ ການ​ນໍາ
ເຂົ້າສິນຄ້າ​ໄດ້​ຫຼຸດລົງ 15.3% ​ເປັນ 122 ພັນ 600 ລ້ານ​ໂດ​ລາ ຂະນະ​ທີ່​ໂຕ​ເລກ​ການ​ສົ່ງ​
ອອກ​ກໍ​ຫຼຸດລົງ​ເຄິ່ງ​ເປີ​ເຊັ​ນ ​ເປັນ 149 ພັນ 900 ລ້ານ​ໂດ​ລາ. ນີ້​ແມ່ນ​ຂໍ້​ມູນ​ການ​ຄ້າ​ທີ່​ຂີ້ຮ້າຍ​
ທີ່​ສຸດນັບ​ແຕ່​ປີ 2009 ​ເປັນຕົ້ນມາ.

ການ​ໄດ້​ປຽບ​ດຸນ​ການ​ຄ້າ​ທີ່​ມີ​ຄວາມ​ຫຼໍ່​ແຫຼມທາງ​ດ້ານ​ການ​ເມືອງ​ຂອງ​ຈີນ ​ໄດ້​ຖີບຂຶ້ນ​ເປັນ 27
ພັນ 300 ລ້ານ​ໂດ​ລາ​ ໃນ​ເດືອນ​ມັງກອນ ຊຶ່ງ​ເປັນ​ໂຕ​ເລກ​ທີ່​ສູ​ງທີ່ສຸດ ໃນ​ໄລຍະ 6 ​ເດືອນ​
ຜ່ານມາ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ​ໂຕ​ເລກ​ດັ່ງກ່າວມີ​ທ່າ​ທາງ​ວ່າ​ ໄດ້​ມີ​ການ​ຜິ​ດພ້ຽນຍ້ອນວັນພັກ​ກຸດ​
ຈີນ ຊຶ່ງ​ໃນ​ປີນີ້​ໄດ້​ຕົກ​ໃສ່​ເດືອນ​ມັງກອນ. ​ໂຮງງານ​ແລະທຸລະ​ກິດ​ຈີນ ສ່ວນ​ໃຫຍ່​ໄດ້​ອັດ​ກິດ
ຈະ​ການຫຼືຫຼຸດການຜະລິດ​ລົງເພື່ອ​ໃຫ້​ພວກ​ຄົນ​ງານ​ສາມາດ ​ໄປ​ຢ້ຽມຢາມ​ແລະ​ໃຊ້​ເວລາ​ໃນ​
ວັນພັກ​ຢູ່​ກັບ​ຄອບຄົວ.

ແຕ່​ພວກ​ນັກວິ​ເຄາະ​ທາງ​ດ້ານ​ການ​ເງິນ​ກ່າວ​ວ່າ ຜົນ​ການ​ຄ້າ​ໃນ​ເດືອນ​ມັງກອນສະ​ແດງ​ໃຫ້
ເຫັນ​ວ່າ ​ເສດຖະກິດ​ຂອງຈີນ​ຊຶ່ງ​ໃຫຍ່​ເປັນອັນ​ດັບ​ສອງຂອງ​ໂລກ​ນັ້ນ ພວມ​ຊັກ​ຊ້າ​ລົງຍ້ອນ
ການ​ມີ​ອັດ​ຕາ​ຄົນ​ຫວ່າງ​ງານ​ສູງ​ຢ່າງ​ຕໍ່​ເນື່ອງ​ຢູ່​ໃນ​ສະຫະລັດ​ແລະ​ວິ​ກິດ​ການ​ໜີ້ສິນ​ໃນ​ເຂດ​
ໃຊ້​ເງິນ​ຢູ​ໂຣ.

XS
SM
MD
LG