ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດ ຈີນ ບໍ່ເຕີບໂຕ ຕາມທີ່ຄາດໝາຍໄວ້ ໃນເດືອນກໍລະກົດ


ການຄ້າແລະການສົ່ງອອກຂອງຈີນ
ການຄ້າແລະການສົ່ງອອກຂອງຈີນ

ການ​ສົ່ງ​ສິນ​ຄ້າ​ອອກ​ຂອງ​ຈີນເພີ້​ມຂື້ນແຕ່​ພຽງນຶ່ງ​ເປີ​ເຊັ​ນໃນ​ເດືອນ​ກໍລະກົດຜ່ານມາປຽບ​ທຽບ
ໃສ່​ກັບ​ລະຍະ​ເວລາ​ດຽວ​ກັນ​ຂອງ​ປີກ່ອນນັ້ນ​ ຊຶ່ງເປັນ​ຮ່ອງ​ຮອຍຫຼ້າສຸດ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​
ການສືບ​ຕໍ່​ການ​ຝືດ​ເຄືອງ​ຂອງ​ເສດຖະກິດໂລກ.

ຕົວ​ເລກ​ທີ່ມີ​ການເປີີດເຜີຍໃຫ້​ຊາບໃນ​ວັນ​ສຸກມື້ນີ້ ​ໂດຍ​ຫ້ອງການ​ພາສີ​ຂອງຈີນ ​ແມ່ນ​ຕໍ່າຫຼາຍ
​ກວ່າ 11.3 ​ເປີ​ເຊັ​ນ ຊຶ່ງ​ເປັນ​ອັດຕາ​ທີ່ໄດ້​ປະກາດ​ ໃນ​ເດືອນມິຖຸນາ ​ແລະ​ບໍ່​ຮອດ​ລະດັບ​ທີ່​ພວກ
ນັກ​ເສດຖະສາດຫຼາຍຄົນ ໄດ້​ຄໍານວນໄວ້. ສີນ​ຄ້າ​ຂາເຂົ້າ​ໃນ​ເດືອນ​ກໍລະກົດກໍບໍ່​ແຂງ​ແຮງຄື​ກັນ
​ເພີ້​ມຂື້ນແຕ່ພຽງ 4.7 ​ເປີ​ເຊັນ ຈາກ​ປີ​ກ່ອນ ປຽບ​ທຽບ​ໃສ່ 6.3 ​ເປີ​ເຊັ​ນ ທີ່ໄດ້ປະກາດໄປ ໃນ
​ເດືອນ​ມິຖຸ​ນາ. ພວກນັກ​ເສດຖະສາດ​ໄດ້​ຄໍາ​ນວນ​ການ​ຂະຫຍາຍ​ໂຕ​ໄວ້​ບໍ່​ຕໍ່າ​ກວ່າ 7 ​ເປີ​ເຊັ​ນ.

ການໄດ້​ປຽບ​ໃນ​ດຸນ​ການ​ຄ້າຂອງ​ຈີນໃນ​ເດືອນ​ກໍລະກົດແມ່ນ 25 ພັນ 100 ລ້ານ ຕົກລົງ​ມາ​
ຈາກ 31 ພັນ 500 ​ລ້ານໂດ​ລາ ​ໃນ​ປີ​ກ່ອນ. ກຸງ​ປັກ​ກິ່ງ ໄດ້​ຕັ້ງ​ເປົ້າ​ໝາຍການ​ເຕີ​ບ​ໂຕ​ໄວ້ 10
​ເປີ​ເຊັນ ​ໃນ​ການ​ແລກປ່ຽນ​ສິນຄ້າ​ທັງ​ໝົດຂອງ​ປີ​ນີ້.

ຕົວ​ເລກ​ການ​ຄ້າທີ່​ອອ່ນ​ເພຍ ຂອງ​ເດືອນ​ກໍລະກົດ ພ້ອມ​ດ້ວຍ​ລາຍ​ລະອຽດທີ່ມີ​ການ​ປະກາດ​
ໃຫ້​ຊາບ ໃນ​ວັນ​ພະຫັດວານ​ນີ້ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ອອ່ນ​ແອ​ລົງໃນການ​ຜະລິດສິນ​ຄ້າ​
ຂອງໂຮງງານ​ໃນ​ເດືອນ​ແລ້ວ​ຊຶ່ງອາດ​ຈະ​ເຮັດ​ໃຫ້ບັນດາ​ຜູ້​ນໍາ​ຈີນພາກັນ​ເອົາ​ບົດບາດ​ທ້າຍ​ທາຍ
​ຫລາຍ​ຂື້ນ ​ເພື່ອ​ກະຕຸກຊຸກຍູ້​ເສດຖະກິດ ທີ່​ໃຫຍ່ເປັນອັນ​ດັບ​ສອງ​ຂອງ​ໂລກ. ລັດຖະບານ​ໄດ້
​ຕັດ​ດອກ​ເບ້ຍ​ສອງ​ຄັ້ງ​ແລ້ວ​ໃນ​ປີ​ນີ້ແລະ​ໄດ້​ເລີ້ມໃຊ້​ຈ່າຍກ່ຽວ​ກັບ​ໂຄງການ​ໂຍທາຫລາຍໆ​ຢ່າງ.

XS
SM
MD
LG