ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດຈີນ ເຕີບໂຕ ຊ້າທີ່ສຸດ ໃນໄຕມາດທີ 3 ນັບຕັ້ງແຕ່ ປີ 2009


ລູກຄ້າຄົນນຶ່ງ ກຳລັງເບິ່ງ ລົດໄຟຟ້າ E30 EV ທີ່ສ້າງໂດຍ ໂຮງງານຂອງລັດຖະບານຈີນ Dongfeng Motor Co.
ລູກຄ້າຄົນນຶ່ງ ກຳລັງເບິ່ງ ລົດໄຟຟ້າ E30 EV ທີ່ສ້າງໂດຍ ໂຮງງານຂອງລັດຖະບານຈີນ Dongfeng Motor Co.

ເສດຖະກິດ​ຂອງ​ຈີນ ​ໄດ້​ຂະຫຍາຍ​ໂຕ ​ໃນ​ອັດຕາ​ພຽງ​ 7.3 ​ເປິ
​ເຊັນ ​ໃນໄຕ​ມາດ​ທີ່​ສາມ​ ຈາກ​ເມື່ອ​ນຶ່ງ​ປີກ່ອນ​ນີ້ ຊຶ່ງ​ເປັນ​ການ
​ເຕີບ​ໂຕ​ໃນ​ອັດຕາ​ທີ່​ຕໍ່າ​ ສຸດ ນັບ​ແຕ່​ຕົ້ນ​ປີ 2009 ມາ ສຳ​ຫລັບ
​ເສດຖະກິດທີ່​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ.

​ໂຕ​ເລກ​ທີ່ນຳ​ອອກເຜີ​ຍແຜ່​ ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍກົມ​ສະຖິຕິ​
ແຫ່​ງຊາດ ​ແມ່ນ​ເກີນຄວາມ​ຄາດໝາຍ​ຂອງຕະຫລາດ ​ແຕ່​ວ່າ ​
ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ວ່າ ຈີນ​ຈະ​ບໍ່​ບັນລຸເປົ້າ​ໝາຍ ​ໃນ​
ການຊຸກຍູ້​ເສດຖະກິດ​ຂອງ​ຕົນ​ໃຫ້ເຕີບ​ໂຕ 7.5 ​ເປີ​ເຊັນ​ ​ໃນ​ປີ​ນີ້.

ທ່ານ Sheng Laiyun ​ໂຄສົກ ກົມ​ສະ​ທິຕິ​ແຫ່ງ​ຊາດ ກ່າວ​ວ່າ :

“​ເຖິງ​ແມ່ນ​ວ່າ ມີ​ການ​ຊັກ​ຊ້າ​ລົງ ໃນການ​ຂະຫຍາຍ​ໂຕ​ຂອງຜົນ​ຜະ​ລິດໂຮມ​ພາຍ​ໃນ​
ປະ​ເທດ ຫລື GDP ​ໃນໄຕ​ມາດ​ທີ່​ສາມນີ້​ກໍ​ຕາມ ​ແຕ່​ວ່າ​ໂດຍ​ທົ່ວ​ໄປ​ແລ້ວ ອັດຕາ​ແຮງ​ງານ ​ແລະ​ລາ​ຄາສິນ​ຄ້າ ກໍ​ຍັງ​ທຸ່ນ​ທ່ຽງ​ຢູ່​. ​ເສດຖະກິດ​ຂອງ​ຊາດ ປັດຈຸບັນ​ນີ້ ​ກຳລັງ​ຢູ່​
ໃນ​ສະພາບ​ດີ​ສົມຄວນ. ການ​ເຕີບ​ໂຕ​ລວມ ສຳ​ຫລັບ​ສາມ​ໄຕ​ມາດຜ່ານ​ມາ ​ແມ່ນ 7.4 ​

ເປີ​ເຊັນ. ​ໄຕ​ມາດ​ທີ່ສາມ​ແມ່ນ 7.3 ​ເປີ​ເຊັນ. ​ແນ່ນອນ ​ມັນ​ເປັນ​ການຊັກ​ຊ້າ​ລົງ ສົມ​ທຽບ​ໃສ່ກັບລະຍະ​ດຽວ​ກັນ ​ເມື່ອ​ປີກາຍ.”

​ໃນ​ຕົ້ນ​ປີ​ນີ້ ຈີນໄດ້​ເປີດ​ເຜິ​ຍ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ ຊຶ່ງຮວມ​ທັງ​ເພີ້​ມ ການ​ໃຊ້​ຈ່າຍ
​ໃນ​ໂຄ​ງການ​ກໍ່ສ້າງ​ໂຄງ​ລ່າງ​ພື້ນຖານ​ຕ່າງໆ ​ເຊັ່ນ​ ທາງ​ລົດ​ໄຟ ​ ເຄຫາ​ສະຖານ ​ແລະ​ຂະ
ຫຍາ​ຍສິນ​ເຊື່ອ.

CHINA ECONOMY VO
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG