ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນຫາ ຄວາມຫຼຸດໂຕນ ລະຫວ່າງຄົນຮັ່ງ ແລະຄົນທຸກ ທີ່ມີເພີ່ມຂຶ້ນ ໃນປະເທດຈີນ


ຊາວຈີນຄອບຄົວນຶ່ງ ພວມຍ່າງອອກມາຈາກຮ້ານຂາຍເຄື່ອງ Dior ທີ່ນະຄອນຫຼວງປັກກິ່ງ (13 ມີນາ 2012)
ຊາວຈີນຄອບຄົວນຶ່ງ ພວມຍ່າງອອກມາຈາກຮ້ານຂາຍເຄື່ອງ Dior ທີ່ນະຄອນຫຼວງປັກກິ່ງ (13 ມີນາ 2012)

ສະພາປະຊາຊົນແຫ່ງຊາດຈີນອັດກອງປະຊຸມເປັນເວລາ 10 ມື້ລົງໃນວັນພຸດມື້ນີ້ຢູ່ນະຄອນ ຫຼວງປັກກິ່ງ ບ່ອນທີ່ພວກເຈົ້າໜ້າທີ່ໄດ້ຈັດວາງນະໂຍບາຍຕ່າງໆທີ່ຖືວ່າ ເປັນບຸລິມມະສິດ. ນຶ່ງໃນບັນຫາທີ່ສ້າງຄວາມວິຕົກກັງວົນໃຫຍ່ທີ່ສຸດກໍຄືຄວາມຫຼຸດໂຕນຫຼືຊ່ອງຫວ່າງລະຫວ່າງ ຄົນຮັ່ງແລະຄົນທຸກ. Shannon van Sant ຜູ້ສື່ຂ່າວຂອງວີໂອເອ ສອບຖາມປະຊາຊົນ ໃນກຸງປັກກິ່ງ ກ່ຽວກັບການດຳເນີນຄວາມພະຍາຍາມຂອງລັດຖະບານ ເພື່ອແກ້ໄຂບັນຫາ ຄວາມວິຕົກກັງວົນດ້ານເສດຖະກິດຂອງພວກເຂົາເຈົ້າ.

ໃນ​ກອງ​ປະຊຸມ​ປະຈຳ​ປີ​ ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໃນ​ປີນີ້ ພວກ​ຜູ້​ແທນ​ປະມານ
3,000 ຄົນ​ໄດ້​ສົນ​ທະ​ນາ​ຫາລື​ກັນ​ກ່ຽວ​ກັບ​ເລື່ອງ​ເສດຖະກິດ ຄວາມ​ວຸ້ນວາຍ​ຂອງ​ພວກ​ຊົນ
ຊາດ​ຊົນ​ເຜົ່າ ​ແລະ​ການ​ປະຕິ​ຮູບ​ລະບົບ​ຕຸລາການຂອງ​ປະ​ເທດ.

ແຕ່​ສຳ​ຫຼັບຫຼາຍໆ​ຄົນ​ແລ້ວ ຄວາມ​ຫຼຸດ​ໂຕນ​ທີ່​ມີ​ເພີ່ມ​ຂຶ້ນລະຫວ່າງ​ພວກ​ຄົນ​ຮັ່ງແລະ​ພວກ​ຄົນ
ທຸ​ກ​ແມ່ນ​ບັນຫາ​ທີ່​ຮີບ​ດ່ວນ​ສຸດ ​ໂດຍ​ສະ​ເພາະ​ຢູ່​ທີ່​ຄຸ້ມ​ຄົນ​ທຸກ​ໃນນະຄອນຫຼວງປັກ​ກິ່ງ ບ່ອນ
ທີ່​ພວກ​ຮັ່ງ​ມີ​ທີ່​ສຸດ​ແລະ​ພວກ​ທຸກ​ທີ່​ສຸດດຳລົງຊີວິດ​ຢູ່​ໃກ້ໆ​ກັນ​ນັ້ນ.

ໃນ​ຕາໜ່າງຮ່ອມ​ແຄບ​ໆທີ່ຢູ່​ທາງ​ຫຼັງຫ້າງ​ສັບພະ​ສິນຄ້າ​ຫຼືຊອບ​ປິ້ງມອລທີ່ຫຼູຫຼາ​ແຫ່ງ​ນຶ່ງ​ຂອງ​
ກຸງ​ປັກ​ກິ່ງ​ນັ້ນ ມີຕູບ​ຫຼາຍສິບ​ຫຼັງ​ ຕັ້ງຢູ່ໄກອອກໄປອີກຮ່ອມນຶ່ງ ຫ່າງຈາກ​ຮ້ານຈຳ​ໜ່າຍ​ລົດ
Bentley ລາຄາແພງ.

ໃນ​ຫ້ອງ​ນ້ອຍໆ​ຂອງຕູບຫລັງນຶ່ງ​ ທີ່​ສ້າງ​ຂຶ້ນ​ໂດຍ​ການ​ນຳ​ເອົາ​ແຜ່ນ​ສັງກະສີ ແລະ​ແຜ່ນ​ເຫຼັກ
ມາ​ຕໍ່​ເຂົ້າ​ໃສ່​ກັນຊຶ່ງ​ຕຶງ​ໄວ້​ດ້ວຍ​ໂງ່ນ​ຫີນ​ແລະ​ດິນ​ຈີ່ນັ້ນ ​ແມ່ຕູ້ Li Yulan ອາຍຸ 78 ປີເປັນ
ເຈົ້າຂອງ​ຮ້ານນ້ອຍ​ ທີ່​ຂາຍອາຫານຫວ່າງ​ແລະ​ນໍ້າ​ອັດ​ລົມ​.

ແມ່ຕູ້ Li Yulan ​ເວົ້າວ່າ “ພວກ​ຄົນ​ຮັ່ງມີກໍ​ຮັ່ງ​ແທ້ໆ ພວກ​ຄົນ​ທຸກຍາກ​ ກໍ​ທຸກ​ອີ່ຫຼີ.
ລາວກ່າວ​ວ່າ 8 ຄົນ​ ທີ່ຢູ່​ໃນ​ຄອບຄົວ​ຂອງ​ລາວ ມີ​ແຕ່ 2 ຄົນ​ທໍ່​ນັ້ນທີ່​ມີລາຍ​ໄດ້.
ລາວ​ກ່າວຕຶ່ມວ່າ ຄອບຄົວ​ຂອງ​ລາວ​ ຕ້ອງການ​ລາຍ​ໄດ້​ຈາກ​ຮ້ານ​ນ້ອຍໆ​ແຫ່ງ​ນີ້
ຂອງ​ລາວ."

ສຳ​ຫຼັບ​ແມ່ຕູ້​ Li Yulan ​ແລ້ວ ບັນຫາ​ທີ່ລາວເປັນຫ່ວງນໍາຫລາຍ​ທີ່​ສຸດກໍ​ຄືຄ່າ​ຄອງ​ຊີບ​ທີ່ຖີບ
ໂຕ​ສູງ​ຂຶ້ນນັບມື້. ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ ລາຍ​ໄດ້​ຂອງລາວກໍ​ສູງ​ຂຶ້ນແຕ່ມັນກໍບໍ່​ພຽງ
ພໍທີ່​ຈະ​ຊົດ​ເຊີ​ຍຕໍ່​ລາຄາ​ສິນຄ້າ​ທີ່​ແພງ​ຂຶ້ນນັ້ນ​ໄດ້. ລາວ​ເວົ້າວ່າ ລາວ​ເອງ​ແລະບຸກ​ຄົນ​ອື່ນໆທີ່​
ອາ​ໄສ​ຢູ່​ໃນ​ຄຸ້ມ​ນ້ອຍໆແຫ່ງນີ້ທີ່ຕັ້ງຢູ່​ລະຫວ່າງຕຶກ​ອາຄານ​ສູງໆນັ້ນຫວັງ​ວ່າ​ພວກ​ສະມາຊິກສະ
ພາ​ຈະເຂົ້າ​ໃຈດີ​ກ່ຽວກັບ​ການ​ດີ້ນຮົນ​ຕໍ່ສູ້​ຂອງ​ພວກ​ເຂົາ​ເຈົ້າ.

ແມ່ຕູ້ Li Yulan ​ເວົ້າວ່າ “ສະພາປະຊາຊົນ​ແຫ່ງ​ຊາດ​ແມ່ນ​ດີ​ຕາບ​ໃດ​ທີ່​ບັນຫາ​ຕ່າງໆ​
ຫາກ​ໄດ້​ຮັບ​ການ​ແກ້​ໄຂ ​ແຕ່ວ່າ ການ​ຖົກ​ຖຽງ​ກັນ​ແບບ​ໄຮ້​ສາລະຊື່ໆນັ້ນແມ່ນ​ບໍ່​ມີປະ
ໂຫຍ​ດ. ​ແມ່​ຕູ້​ເວົ້າວ່າ ສິ່ງ​ທີ່​ປະຊາ​ຄົມ​ຂອງ​ລາວມີ​ຄວາມເປັນ​ຫ່ວງ​ທີ່​ສຸດ​ແມ່ນ​ກ່ຽວ​
ກັບ​ລາຄາ​ອາຫານ​ທີ່​ພວມ​ແພງ​ຂຶ້ນ.”

ອັດຕາ​ເງິນ​ເຟີ້ພາຍ​ໃນ​ຂອງ​ຈີນ ແມ່ນ​ຜົນ​ພອຍ​ໄດ້ຈາກ​ການ​ເຕີບ​ໂຕ​ຢ່າງ​ວ່ອງໄວຂອງເສ​ດຖະ
ກິດ​ແລະ​ກາ​ນຖີບ​ໂຕ​ຂຶ້ນຂອງ​ຄ່າ​ເງິນຕາ. ​ແຕ່​ແນວ​ໃດ​ກໍ​ຕາມໂຕ​ເລກ​ລ່າສຸດສະ​ແດງ​ໃຫ້​ເຫັນ​
ວ່າ ລັດຖະບານ​ໄດ້​ປະສົບ​ກັບ​ຄວາມ​ສຳ​ເລັດ​ແດ່ເລັກນ້ອຍ​ໃນ​ການຫຼຸດຜ່ອນ​ລາຄາ​ສິ່ງຂອງ​ທີ່​
ສູງ​ຂຶ້ນນັ້ນ. ອັດຕາ​ເງິນ​ເຟີ້ລະດັບ​ປີ​ຕໍ່​ປີໃນ​ເດືອນກຸມພາ​ຜ່ານ​ມານີ້ ​ແມ່ນ 3.2% ຊຶ່ງ​ເປັນອັດ
ຕາ​ທີ່​ຕໍ່າ​ທີ່​ສຸດ ນັບ​ແຕ່​ເດືອນ​ມິ​ຖຸນາປີ 2010 ​ເປັນຕົ້ນມາ.

ໃນ​ຄຳ​ປາ​ໄສ​ເປີດ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ນັ້ນນາຍົກລັດຖະມົນຕີ Wen Jia-
bao ​ໄດ້ປະກາດ​ກ່ຽວ​ກັບ​ແຜນການ​ທີ່​ຈະ​ເຮັດ​ໃຫ້​ເສດຖະກິດ​ຊັກຊ້າ​ລົງ ​ເພື່ອ​ຊ່ອຍ​ຫຼຸດ​ຜ່ອນ
ອັດຕາ​ເງິນ​ເຟີ້ທີ່​ຈີນ​ຢາກ​ຮັກສາ​ໄວ້​ໃຫ້​ຢູ່​ໃນ​ລະດັບ​ຕໍ່າກວ່າ 4%. ທ່ານ Wen ຍັງ​ເວົ້າອີກວ່າ
ລັດຖະບານ​ຈະ​ເອົາ​ມາດ​ຕະການເພື່ອ​ຢັບຢັ້ງລາຄາ​ຊັບ​ສິນ​ ທີ່​ພວມ​ແພງ​ຂຶ້ນ.

ທີ່​ຊອບປິ້ງມອລ Xin Kong Place ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ບ່ອນຊອບ​ປິ້ງທີ່​ໃຫຍ່ໆ​ຂອງ​ຈີນ​
ນັ້ນພວກ​ຊາວ​ຈີນ​ທີ່​ລໍ້າ​ລວຍ​ພວມ​ພາກັນ​ເລືອກ​ເບິ່ງ​ແຟຊັ່ນ​ຮຸ້ນລ່າ​ສຸດຕາມ​ຮ້ານ Channel,
Gucci ​ແລະ Ferragamo. ຢູ່​ບ່ອນ​ນີ້ລາຄາ​ສິນຄ້າທີ່​ແພງໆ​ນັ້ນບໍ່​ໄດ້​ລົບ​ກວນ​ຈິດ​ໃຈ​ຂອງ​
ພວກ​ທີ່​ໄປ​ຊີ້ສິນຄ້າ​ເລີຍ.

ນາງ Xia Xia ອາຍຸ 26 ປີ ບໍ່​ມີ​ຄວາມ​ເຫັນ​ຫຍັງ​ຫຼາຍ ກ່ຽວ​ກັບ​ກອງ​ປະຊຸມ​ສະພາ​ປະຊາ
ຊົນແຫ່ງ​ຊາດ​ຂອງ​ຈີນ.

ນາງ Xia Xia ​ເວົ້າວ່າ “ນາງ​ບໍ່​ໄດ້​ມາ​ຈາກ​ແວດ​ວົງ​ການ​ເມືອງ ​ແລະ​ບໍ່​ຮູ້ຈັກຫຍັງ​
ຫຼາຍກ່ຽວ​ກັບ​ບັນຫາ​ເສດຖະກິດ.”

ສ່ວນ​ຄົນອື່ນໆ​ກ່າວ​ວ່າ ຄວາມ​ຫຼຸດ​ໂຕນຂອງ​ລາຍ​ໄດ້​ ບໍ່​ມີ​ຄວາມສຳຄັນຫຼາຍ​ທໍ່​ກັບ​ການ​ຄໍ້າ
ປະກັນ​ໃຫ້​ຊາວ​ຈີນ​ໝົດ​ທຸກ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການເຕີບ​ໂຕຂອງ​ເສດຖະກິດຈີນ.
ທ້າວ Wang ອາຍຸ 33 ປີ​ທີ່ເຮັດວຽກ​ກ່ຽວ​ກັບ​ຄອມ​ພິວ​ເຕີ້ ຫຼື IT ​ກ່າວ​ວ່າມັນ​ເປັນ​ໄປ​ບໍ່
ໄດ້​ ສຳ​ຫຼັບປະ​ເທດ​ທີ່ມີ​ຂະໜາດ​ໃຫຍ່​ສໍ່າ​ຈີນທີ່​ຈະ​ມີ​ສັງຄົມ​ແບບ​ບໍ່​ມີ​ຊົນ​ຊັ້ນ.

ທ້າວ Wang ​ເວົ້າວ່າ “ຈີນ​ ມີ​ປະຊາກອນ 1 ພັນ 300 ລ້ານ​ຄົນ ແລະການ​ມີ​
ຄວາມ​ຫຼຸດ​ໂຕນ​ທາງ​ດ້ານ​ລາຍ​ໄດ້​ແມ່ນ​ເປັນສິ່ງ​ທີ່​ຫຼີກລ່ຽງ​ບໍ່​ໄດ້. ລາວ​ເວົ້າວ່າລັດ
ຖະບານ​ຄວນ​ເພັ່ງ​ເລັງ​ໃສ່​ວ່າຈະ​ເພີ່ມ​ມາດຕະຖານ​ ການ​ເປັນ​ຢູ່​ຂອງ​ພວກ​ຊົນ​ຊັ້ນ
ກາງ​ແລະ​ຊົນ​ຊັ້ນ​ຕໍ່າ​ແບບ​ໃດ​ ແຕ່ຄວາມ​ຫຼຸດ​ໂຕນໃນ​ດ້ານລາຍ​ໄດ້ແມ່ນ​ສິ່ງ​ທີ່​ຫຼີກ
ລຽງ​ບໍ່​ໄດ້.

ຢູ່ທີ່​ຄຸ້ມ​ຄົນທຸກ​ນັ້ນ ​ເບິ່ງ​ຊົງ​ວ່າແມ່ຕູ້ Li Yulan ​ໄດ້​ຍອມທໍາໃຈກ່ຽວກັບ​ສະຖານະ​ການ​ທາງ
ດ້ານ​ເສດ​ກິດ​ຂອງ​ລາວ​ ຊຶ່ງ​ລາວ​ເວົ້າວ່າ ການ​ແບ່ງ​ຊົນ​ຊັ້ນຂອງ​ຈີນ ​ໄດ້ມີ​ມາ​ຕະຫຼອດຫຼາຍໆ
ເຊ່ນ​ຄົນ ​ແລະ​ມີ​ທ່າ​ທາງ​ວ່າຈະ​ມີ​ຕໍ່​ໄປ​ຕື່ມ​ອີກໃນ​ອະນາຄົດ​ຂ້າງ​ໜ້າ.

ແມ່ຕູ້ Li Yulan ​ເວົ້າວ່າ “ພວກ​ຄົນ​ຮັ່ງ​ກໍ​ຈະ​ຮັ່ງມີ​ຕໍ່​ໄປ. ພວກ​ຄົນ​ທຸກ​ກໍ​ຍັງ​ຈະທຸກ​ຢູ່​
ຕໍ່​ໄປ. ແລະພວກ​ລູກເຕົ້າຂອງ​ເຈົ້າໜ້າ​ທີ່ ກໍ​ມີ​ທ່າ​ທາງ​ວ່າ​ ຈະ​ໄດ້​ເປັນ​ເຈົ້າໜ້າ​ທີ່ຕໍ່​
ໄປ ​ແລະ​ລູກ​ຂອງ​ລາວ ກໍ​ມີ​ທ່າ​ທາງ​ວ່າ ​ຈະ​ມີ​ຊີວິດ​ການ​ເປັນ​ຢູ່ແບບ​ດຽວ​ກັບ​ລາວ."

ຄຸ້ມສະລໍາຂອງແມ່ຕູ້ Li Yulan ​ແມ່ນ​ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ທີ່ຈະ​ຖືກ​ທຸບມ້າງ​ຖິ້ມຂະນະທີ່​ພວກ​
ພັດທະນາ​ທີ່ດິນ​ ທີ່ມີ​ຄວາມ​ຫິວ​ໂຫຍ​ຢາກຈະ​ຍາດ​ແຍ່ງ​ແຂ່ງຂັນ​ເອົາກໍາໄລຈາກ​ການ​ພັດທະ
ນາ​ຊັບ​ສິນ ທີ່​ກຳລັງ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ຂອງ​ຈີນນັ້ນ ໄດ້ພະຍາຍາມບີບບັງຄັບ​ໃຫ້​ປະຊາ
ຊົນທີ່​ຕົກ​ຢູ່​ໃນ​ສະພາບ​ແບບ​ດຽວ​ກັນກັບ​ແມ່ຕູ້ ຍ້າຍ​ໜີອອກ​ໄປ​ຈາກ​ທີ່ດິນ​ຂອງ​ພວກ​ເຂົາເຈົ້າ.
ທ່າມກາງ​ຊາກ​ຫັກ​ພັງແລະ​ຕູບ​ທີ່​ເປເພນັ້ນແມ່ຕູ້ Li Yulan ​ເວົ້າວ່າ ​ລາວ​ເອງ​ແລະ​ເພື່ອນໆ​
ຂອງ​ລາວໄດ້​ປະຕິ​ເສດ​ບໍ່​ຍອມ​ໜີ​ອອກ​ໄປ​ຈາກ​ຄຸ້ມຍ້ອນ​ເຫດຜົນ​ຂໍ້​ດຽວນັ້ນ ກໍ​ຄື​ພວກ​ເຂົາ​ເຈົ້າ
ບໍ່​ສາມາດ​ທີ່​ຈະ​ຊື້​ເຮືອນ​ໃໝ່​ໄດ້.

XS
SM
MD
LG