ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

WB ຮຽກຮ້ອງໃຫ້ຈີນ ແກ້ໄຂເສດຖະກິດ


ເສດຖະກິດຂອງຈີນ
ເສດຖະກິດຂອງຈີນ

ທະນາຄານໂລກ ຮຽກຮ້ອງໃຫ້ຈີນ ຂຶ້ນອັດຕາດອກເບ້ຍ ເພື່ອເຮັດໃຫ້ ລາຄາຊັບສິນ ທີ່ພວມຖີບໂຕສູງຂຶ້ນ ແລະ ການລົງທຶນ ຫຼາຍເກີນໄປ ໃນດ້ານນີ້ ຫຼຸດລົງ.

ໃນລາຍງານ ປະຈຳໄຕຣມາດລ່າສຸດ ຂອງຕົນ ກ່ຽວກັບເສດຖະກິດຈີນນັ້ນ ທະນາຄານໂລກ ທີ່ມີສຳນັກງານໃຫຍ່ ຢູ່ກຸງວໍຊິງຕັນ ກ່າວວ່າ ເງິນຕາ ທີ່ເຂັ້ມແຂງ ຂອງຈີນ ອາດຈະຊ່ອຍ ພວກກຳນົດ ນະໂຍບາຍ ຄວບຄຸມເງິນເຟີ້ ແລະສ້າງ ຄວາມກໍ້າເກິ່ງ ຄືນໃໝ່ ໃຫ້ແກ່ເສດຖະກິດ.

ປັກກິ່ງ ໄດ້ຕັ້ງ ອັດຕາການແລກປ່ຽນ ເງິນຢວນຂອງຕົນ ເກາະຕິດໃສ່ ເງິນໂດລາ ສະຫະລັດ ຄືປະມານ 6.8 ຢວນ ຕໍ່ນຶ່ງໂດລາ ມາແຕ່ກາງປີ 2008 ຂະນະທີ່ຈີນ ນຳພາເສດຖະກິດ ໃຫຍ່ເປັນອັນດັບ 3 ຂອງໂລກ ຜ່ານຜ່າສະພາບ ເສດຖະກິດຕົກຕໍ່າ ຂອງໂລກ.

ແຕ່ບັນດາ ສະມາຊິກ ລັດຖະສະພາ ສະຫະລັດ ພາກັນຈົ່ມວ່າ ມັນອຳນວຍໃຫ້ ຜູ້ສົ່ງອອກ ຂອງຈີນ ໄດ້ປຽບ ແບບບໍ່ຍຸຕິທຳ ໂດຍເຮັດໃຫ້ ຜະລິດຕະພັນ ຂອງພວກເຂົາເຈົ້າ ມີລາຄາຖືກກວ່າ ຢູ່ໃນຕະຫຼາດໂລກ.

ລາຍງານ ຂອງທະນາຄານໂລກ ເວົ້າວ່າ ການຖີບໂຕສູງຂຶ້ນ ຂອງເງິນເດືອນ ພະນັກງານ ຍ້ອນການປະທ້ວງ ນັດຢຸດງານ ເມື່ອໄວໆມານີ້ ຂອງພວກຄົນງານ ແລະຄຳສັ່ງ ໃຫ້ຂຶ້ນເງິນ ເດືອນ ຂອງລັດຖະບານນັ້ນ ບໍ່ມີທ່າທາງວ່າ ຈະພາໃຫ້ເກີດ ເງິນເຟີ້ ແບບທີ່ຄວບຄຸມບໍ່ໄດ້.

ທະນາຄານໂລກ ກະປະມານວ່າ ເສດຖະກິດ ຂອງຈີນ ຈະເຕີບໂຕ ໃນອັດຕາ 9 ເປີເຊັນ ເຄິ່ງ ສຳລັບປີນີ້ ແລະ 8 ເປີເຊັນເຄິ່ງ ສຳລັບປີ 2011.

XS
SM
MD
LG