ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເສດຖະກິດຈີນ ຂະຫຍາຍໂຕ ຊ້າທີ່ສຸດ ໃນຮອບ 3 ປີ


ລູກຄ້າຄົນນຶ່ງ ກຳລັງເລືອກຊື້ຊີ້ນ ທີ່ຕະຫຼາດນະຄອນຊຽງໄຮ້
ລູກຄ້າຄົນນຶ່ງ ກຳລັງເລືອກຊື້ຊີ້ນ ທີ່ຕະຫຼາດນະຄອນຊຽງໄຮ້

ເຈົ້າໜ້າ​ທີ່​ຈີນ​ກ່າວ​ວ່າ ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໄດ້​ຕົກ​ຮວບ​ສູ່​ລະດັບ​ຕໍ່າ​ສຸດ​ໃນ​ຮອບ​ສາມ
​ປີ ​ໂດຍ​ໄດ້​ຮັບ​ການ​ຈ່ອງ​ດຶງ​ຈາກ​ສະພາບ​ຄວາມ​ບໍ່​ແນ່ນອນ​ຂອງ​ເສດຖະກິດ​ໂລກ.

ອົງການ​ສະ​ຖິຕິ​ແຫ່ງ​ຊາດ​ຂອງ​ຈີນ ​ລາຍ​ງານ​ໃນ​ວັນ​ສຸກ​ມື້ນີ້ວ່າ ​ເສດຖະກິດ​ໄດ້​ເຕີບ ​ໂຕ 7.6% ​
ໃນ​ໄຕຣມາດ​ທີ​ສອງ​ຂອງ​ປີ 2012 ຄືໄດ້ຫຼຸດລົງ​ຢ່າງ​ຫຼວງຫຼາຍຈາກອັດຕາການ​ເຕີບ​ໂຕ 9.7% ​
ໃນ​ໄລຍະ​ດຽວ​ກັນ​ຂອງ​ປີກາຍ​ນີ້.

​ໂຕ​ເລກ​ດັ່ງກ່າວ​ແມ່ນ​ຕໍ່າ​ສຸດ​ເປັນ​ປະຫວັດ​ການ​ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ເຕີບ​ໂຕ 6.1 ​ເປີ​ເຊັນ ​ໃນ​
ໄຕຣມາດ​ທີສອງ​ຂອງ​ປີ 2009.

​ເຈົ້າໜ້າຈີນ​ ໄດ້​ຖິ້ມ​ໂທດການ​ຂະຫຍາຍ​ໂຕ​ທີ່​ອ່ອນ​ແອລົງນີ້ ​ໃສ່ຄວາມ​ຕ້ອງການ​ຂອງ​ປະ​ເທດ​
ຕ່າງໆ​ທີ່​ຫຼຸດຕໍ່າ​ລົງ​ໃນການ​ຊື້​ສິນຄ້າ​ຂາອອກຂອງ​ຈີນ ຕະຫຼອດທັງ​ຄວາມຕ້ອງການ​ພາຍ​ໃນ
​ປະ​ເທດ​ທີີ່​ມີ​ໜ້ອຍລົງນັ້ນ.

XS
SM
MD
LG