ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຮຽກຮ້ອງໃຫ້ ປະເທດທີ່ຈະເລີນແລ້ວ ແກ້ໄຂບັນຫາໜີ້ສິນ ຂອງຕົນເອງ


ທ່ານເຫວິ້ນ ເຈຍບາວ ນາຍົກລັດຖະມົນຕີຈີນ ກ່າວປາໄສຕໍ່ກອງປະຊຸມ
ເສດຖະກິດປະຈໍາປີຂອງໂລກທີ່ເມືອງ Dalian ປະເທດຈີນ.
ວັນທີ 14 ກັນຍາ 2011.
ທ່ານເຫວິ້ນ ເຈຍບາວ ນາຍົກລັດຖະມົນຕີຈີນ ກ່າວປາໄສຕໍ່ກອງປະຊຸມ ເສດຖະກິດປະຈໍາປີຂອງໂລກທີ່ເມືອງ Dalian ປະເທດຈີນ. ວັນທີ 14 ກັນຍາ 2011.



















ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ນາຍົກລັດຖະມົນຕີຈີນ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ທີ່​ຈະ​ເລີ​ນ​ແລ້ວ ​ໃນ​ກອງ​ປະຊຸມ​ທຸລະ​ກິດ​ໃນ​ວັນ​ພຸດມື້​ນີ້​ ແກ້​ໄຂ​ບັນ ຫາ​ໜີ້​ສິນ​ຂອງ​ເຂົາ​ເຈົ້າ​ໃນ​ທາງ​ທີ່​ມີ​ຄວາມ​ຮັບຜິດຊອບ.

ໃນ​ການ​ກ່າວ​ປາ​ໄສ​ ຕໍ່​ກອງ​ປະຊຸມເສດຖະກິດ​ໂລກ ​ທີ່​ເມືອງ Dalian ຂອງ​ຈີນນັ້ນ ທ່ານ
ເຫ​ວິ້ນ​ເຈຍ​ບາ​ວ ກ່າວ​ວ່າ ລັດຖະບານ​ຂອງທ່ານ​ຈະ​ດໍາ​ເນີນ​ການ​ໃນ​ພາກສ່ວນ​ຂອງ​ຕົນ
ເພື່ອ​ຊ່ອຍ​ຜ່ອນຄາຍ​ວິ​ກິດ​ການ​ໜີ້​ສິນ​ຂອງ​ໂລກ​ລົງ​ ໂດຍຈະ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ
ເສດຖະກິດ​ເອົາ​ໄວ້ ​ແລະ​ສົ່ງ​ເສີມ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​.

ກອງ​ປະຊຸມ​ອະພິປາຍ​ເລື້ອງ​ເສດຖະກິດ​ໂລກທີ່ນະຄອນ Davos ປະ​ເທດ Switzerland
ຫລື WEF ​ໄດ້​ນໍາ​ພວກ​ຜູ້​ນໍາ​ຂອງ​ໂລກ​ແລະ​ຫົວ ໜ້າ​ບໍລິຫານ​ທຸ​ລະກິດ​ມາ​ປະຊຸມ​ກັນ​ທີ່​
ຈີນ​ໃນ​ທຸກໆ​ລະດູ​ຮ້ອນ ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ. ກອງ​ປະຊຸມ​ປີ​ນີ້ ​ມີ​ຂຶ້ນ​ໃນ​ຂະນະ
ຄວາມ​ຮຽກຮ້ອງ​ຕ້ອງການ​ສິນຄ້າ​ໃນ​ສະຫະລັດ​ແລະ​ໃນ​ຢູ​ໂຣບກໍາລັງຢູ່​ໃນ​ສະພາບອ່ອນ
ແອຢູ່​ນີ້ ​ໄດ້​ກະ​ຕຸ້ນ​ໃຫ້​ທະນາຄານ​ພັດທະນາ​ເອ​ເຊຍ ​ໃນ​ວັນ​ພຸດ​ມື້​ນີ້​ລົດການ​ທໍານາຍ​ກ່ຽວ
ກັບການ​ເຕີບ​ໂຕ​ຂອງ​ເສດຖະກິດ​ສໍາລັບ​ເອ​ເຊຍ​ຂອງຕົນລົງມາ​ເປັນ 7.5 ​ເປີ​ເຊັນ​ຈາກ 7.8
ເປີ​ເຊັນ​ນັ້ນ.

XS
SM
MD
LG