ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນໄວ້ອາໄລ ໃຫ້ພວກເຄາະຮ້າຍ ແຜ່ນດິນໄຫວ


ຜູ້ຄົນແລ່ນນຳລົດບັນທຸກ ຂະນະທີ່ພະສົງທິເບດ ແຈກຢາຍເຄື່ອງບັນເທົາທຸກ ທີ່ບ້ານ Jiegu ໃນເຂດເມືອງ Yushu ແຂວງຈິງໄຮ່ ທາງພາກຕາເວັນຕົກສຽງເໜືອຂອງຈີນ, 19 ເມສາ 2010 (ເອແອັຟພີ)
ຜູ້ຄົນແລ່ນນຳລົດບັນທຸກ ຂະນະທີ່ພະສົງທິເບດ ແຈກຢາຍເຄື່ອງບັນເທົາທຸກ ທີ່ບ້ານ Jiegu ໃນເຂດເມືອງ Yushu ແຂວງຈິງໄຮ່ ທາງພາກຕາເວັນຕົກສຽງເໜືອຂອງຈີນ, 19 ເມສາ 2010 (ເອແອັຟພີ)

ຈີນ​ໄດ້ກຳນົດໃຫ້ ວັນພຸດມື້ອື່ນ ເປັນວັນໄວ້ອາໄລແຫ່ງຊາດ ນຶ່ງອາທິດ ຫລັງຈາກ ໄດ້ເກີດແຜ່ນດິນໄຫວ ຂະໜາດແຮງ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ 2 ພັນຄົນ ໃນເຂດທີ່ ມີຊາວທິເບດ ອາໄສຢູ່ ທາງພາກຕາເວັນຕົກ ສຽງເໜືອຂອງຈີນ. ສະພາບໍຣິຫານລັດ ຫລືຄະນະລັດຖະບານຈີນ ກ່າວໃນວັນອັງຄານມື້ນີ້ວ່າ ຈະມີການຊັກທຸງຊາດ ຂຶ້ນເຄິ່ງເສົາ ໃນທົ່ວປະເທດ ຕລອດທັງສະຖານທູດ ແລະສະຖານກົງສຸນຈີນ ຢູ່ໃນທົ່ວໂລກ ເພື່ອລະລຶກເຖິງ ​ໄພແຜ່ນດິນໄຫວ ຂະໜາດແຮງ ແທກໄດ້ 6.9 ທີ່ໄດ້ເກີດຂຶ້ນ ໃນເຂດເມືອງ YUSHU ທີ່ສອກຫລີກຫ່າງໄກຂອງຈີນ. ອົງການຂ່າວຊິນຫວາ ຂອງທາງການຈີນ ປະກາດໃນ ວັນອັງຄານມື້ນີ້ວ່າ ຈຳນວນຜູ້ເສຍຊີວິດ ຈາກແຜ່ນດິນໄຫວ ໃນວັນທີ 14 ເມສາຜ່ານມາ ໄດ້ເພີ້ມຂຶ້ນ ເປັນ 2 ພັນ 39 ຄົນ ແລ້ວ ແລະຍັງມີ ຜູ້ຫາຍສາບສູນອີກ 195 ຄົນ. ນອກນັ້ນ ແຜ່ນດິນໄຫວດັ່ງກ່າວນີ້ ຍັງເຮັດໃຫ້ ມີຜູ້ໄດ້ຮັບບາດເຈັບ ອີກຫຼາຍກວ່າ 12 ພັນຄົນ ແລະຫລາຍສິບພັນຄົນ ບໍ່ມີບ່ອນພັກພາອາໄສ. ປັດໄຈບັນເທົາທຸກ ຍັງສືບຕໍ່ຫລັ່ງໄຫລ ໄປຍັງເຂດທິເບດ ຊຶ່ງຕັ້ງຢູ່ໃນລະດັບ ທີ່ສູງກວ່ານ້ຳທະເລ ຢ່າງ​ຫລວງຫລາຍ ຈົນ​ຖືກ​ຂະໜານ​ນາມ​ວ່າ ເປັນ “ຫລັງຄາຂອງໂລກ” ນັ້ນ.

XS
SM
MD
LG