ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານລົດໂທດຈໍາຄຸກ ນັກເຄຶ່ອນໄຫວຈີນ


ຮູບຂອງນາງ Ni Yulan ນັກ​ເຄຶ່ອນ​ໄຫວ​ພິການ​ຊາວ​ຈີນນັ່ງຢູ່ຕຽງໃນໂຮງແຮມແຫ່ງນຶ່ງ ໃນນະຄອນປັກກິ່ງ ໃນວັນທີ 30 ມີຖຸນາ, 2010
ຮູບຂອງນາງ Ni Yulan ນັກ​ເຄຶ່ອນ​ໄຫວ​ພິການ​ຊາວ​ຈີນນັ່ງຢູ່ຕຽງໃນໂຮງແຮມແຫ່ງນຶ່ງ ໃນນະຄອນປັກກິ່ງ ໃນວັນທີ 30 ມີຖຸນາ, 2010

ທະນາຍຄວາມ​ຂອງ​ນັກ​ເຄຶ່ອນ​ໄຫວ​ພິການ​ຊາວ​ຈີນ ທີ່​ຖືກ​ຈຳຄຸກ​ໃນ​ຕົ້ນ​ປີນີ້ ກ່າວ​ວ່າ ສານ​ອຸທອນ​ໄດ້​ຍົກ​ເລີກ​ການຕັດສິນ​ທີ່​ປອມ​ແປງ​ຕໍ່ຕ້ານ​ນາງ ​ແຕ່ກໍໄດ້ປະຕິ​ເສດ​ຄໍາອຸທອນຂອງ​ນາງຕໍ່​ຄໍາ​ຕັດສິນ​ວ່າ​ກະທໍາຄວາມ​ຜິດ​ໃນ​ຂໍ້​ຫາກໍ່ຄວາມ​ບໍ່​ສະຫງົບນັ້ນ.

ທະນາຍຄວາມ​ Cheng Hai ກ່າວ​ເມື່ອ​ວັນ​ສຸກ​ມື້​ນີ້​ວ່າ ສານ​ໄດ້​ຜ່ອນ​ໂທດ​ໃຫ້​ແກ່​ນາງ Ni Yulan ລົງ​ສອງ​ເດືອນ ​ແຕ່ນາງ​ຈະ​ຖືກ​ຈໍາ​ຄຸກ 30 ​ເດືອນ ​ໃນ​ຂໍ້​ຫາ​ຂອງ​ຄະດີ​ທີ່​ສອງ. ທະນາຍຄວາມ​ເວົ້າ​ວ່າ ນອກ​ນີ້​ແ​ລ້ວສານ​ຍັງ ປະຕິ​ເສດ​ການ​ຂໍ​ອຸທອນ​ຈາກນາຍ Dong Jiquin ​ສາມີ​ຂອງ​ນາງ Ni ຜູ້​ທີ່ ຖືກ​ຈໍາ​ຄຸກ 2 ປີ ​ໃນ​ຂໍ້​ຫາ​ທໍານອງ​ດຽວ​ກັນ.

ນາງ​ນີ ​ແລະ ນາຍ ດົງ ​ປະ​ເສດ​ຂໍ້​ຫາເຫຼົ່ານັ້ນ ພວກ​ສະ​ໜັບສະ​ໜຸນ​ສອງ​ສາມີ​ພັນ​ລະ​ຍາ​ນີ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ເປົ້າໝາຍ​ເພື່ອ​ປິດ​ປາກຍ້ອນ​ເຂົາ​ເຈົ້າຕໍາ​ໜິຕິຕຽນລັດຖະບານ​.

ສອງ​ສາມີ​ພັນ​ລະ​ຍາ ມີ​ຄົນຮູ້ດີ​ວ່າ ​ເປັນ​ຜູ້​ສະໜອງ​ການ​ຊ່ວຍ​ເຫຼືອດ້ານ​ກົດໝາຍ​ໃຫ້​ແກ່​ຊາວບ້ານ​ຊາວ​ເມືອງ ທີ່​ຖືກ​ທາງ​ການ​ຂັບ​ໄລ່​ຈາກ​ບ້ານ​ຢູ່ອາ​ໃສ​ຂອງ​ພວກ​ເຂົາ​ເຈົ້​າໂດຍ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍພໍສົມຄວນນັ້ນ​.

XS
SM
MD
LG