ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອ້າຍຂອງ ນັກເຄຶ່ອນໄຫວ ຕາບອດຈີນ ຫຼົບໜີຈາກ ບ້ານຂອງລາວ


ນາຍ Chen Guangfu ອ້າຍຂອງນັກເຄຶ່ອນໄຫວຕາບອດ Chen Guangcheng
ນາຍ Chen Guangfu ອ້າຍຂອງນັກເຄຶ່ອນໄຫວຕາບອດ Chen Guangcheng

ມີ​ລາຍງານ​ວ່າ ອ້າຍ​ຂອງ​ນາຍ Chen Guangcheng ນັກ​ເຄຶ່ອນ​ໄຫວ​ຕາບອດ​ຈີນ ​ໄດ້​ຫຼົບໜີ​ອອກ​ຈາກບ້ານ​ທີ່​ມີ​ການຍາມ​ຮັກສາ​ການຢ່າງໜາແໜ້ນທາງພາກຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນເພື່ອໄປ​ປຶກສາ​ຫາ​ຄໍາ​ແນະ​ນໍາ​ດ້ານ​ກົດໝາຍ​ສຳ​ຫຼັບປົກ​ປ້ອງລູກ​ຊາຍ​ຂອງ​ຜູ້ກ່ຽວຈາກ​ສິ່ງ​ທີ່​ລາວເອີ້ນ​ວ່າ ຂໍ້​ຫາ​ດ້ານ​ອາຍາ​ເພື່ອ​ເປັນການ​ແກ້​ແຄ້ນ​ນັ້ນ.

ລາຍ​ງານ​ສື່​ມວນ​ຊົນ​ເວົ້າວ່າ ນາຍ Chen Guangfu ​ໄດ້​ພົບ​ກັບທະນາຍຄວາມ​ຄົນ​ນຶ່ງ​ທີ່​ປັກ​ກິ່ງ​ເມື່ືອວັນ​ພະຫັດ​ມື້​ນີ້ ຫຼັງຈາກ​ລັກ​ເອົາ​ຕົວຫຼົບໜີ​ອອກ​ຈາກ​ບ້ານ​ພັກ​ຂອງ​ຜູ້ກ່ຽວ​ທີ່​ແຂວງ Shandong ຊຶ່ງ​ນັບ​ວ່າ​ເປັນ ການຫຼົບໜີຕໍາຫຼວດຄັ້ງທີ​ສອງ ທີ່ຍາມ​ຄຸ້ມ​ກັນ​ຄອບຄົວ​ຂອງ​ລາວ​ ​ໃນ​ໄລຍະ​ບໍ່ເຖິງ​ນຶ່ງ​ເດືອນ.

ນ້ອງ​ຊາຍຂອງ​ລາວ ນາຍ Chen Guangcheng ​ໄດ້ຫຼົບໜີ​ຈາກ​ການ​ຖືກ​ກັກ​ບໍລິ​ເວນ​ໃນ​ເດືອນ​ເມສາ ​ເພື່ອ​ຂໍ​ຄວາມ​ຄຸ້ມ​ຄອງຢູ່​ສະຖານທູດສະ ຫະລັດ​ທີ່​ກຸງປັກ​ກິ່ງ. ສະຖານະ​ການ​ດັ່ງກ່າວ​ພາໃຫ້ເກີດ​ມີ​ການ​ປະ​ເຊີນ​ໜ້າ​ກັນ​ດ້ານການ​ທູດ​ລະຫວ່າງ​ສະຫະລັດແລະ​ຈີນ ຊຶ່ງໃນ​ທີ່​ສຸດ​ໄດ້​ຖືກ​ແກ້​ໄຂ​ເວລາກຸງປັກ​ກິ່ງ​ອະນຸຍາດ​ໃຫ້​ນາຍ Chen ​ເດີນທາງ​ມາ​ຍັງສະຫະລັດ​ເພື່ອ​ສຶກສາຕໍ່.

ນາຍ Chen Kegui ຜູ້​ເປັນຫຼານຊາຍ ​ໄດ້​ຖືກ​ຈັບ​ກຸມ​ແລະ​ຕັ້ງ​ຂໍ້​ຫາ​ພະຍາຍາມຂ້າຄົນ ຫຼັງຈາກ​ການ​ປະ​ທະ​ກັນ​ເມື່ອ​ເດືອນ​ຜ່ານ​ມາ​ກັບ​ພວກ​ເຈົ້າໜ້າ​ທີ່​ຈີນ ທີ່​ບຸກ​ເຂົ້າ​ໄປໃນ​ເຮືອນຂອງ​ລາວ​ຫຼັງຈາກ​ພົບ​ວ່າ​ອາວຂອງ​ລາວ​ໄດ້ຫຼົບໜີ​ໄປ​ແລ້ວນັ້ນ.

XS
SM
MD
LG