ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະນາຄານ​ຈີນວ່າ ກໍາລັງຊອກຫາ​ເງິນທຶນ​ ສໍາລັບໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງ ໃນລາວ


ຫົວລົດໄຟຄວາມໄວສູງຂອງຈີນ ທີ່ໃຊ້ຢູ່ນະຄອນຫລວງປັກກິ່ງ.
(file photo)
ຫົວລົດໄຟຄວາມໄວສູງຂອງຈີນ ທີ່ໃຊ້ຢູ່ນະຄອນຫລວງປັກກິ່ງ. (file photo)

ປະທານ​ທະນາຄານ​ພັດທະນາ​ແຫ່ງ​ປະ​ເທດ​ຈີນ​ຢືນຢັນ​ວ່າ ກໍາລັງ​ດໍາ​ເນີນ​ການ​ຈັດ​ຫາ​ເງິນ ທຶນ ​ສໍາລັບ​​ໃຫ້ການສະໜັບ​ສະ​ໜູ​ນ​ໂຄງການ​ເຊື່ອມ​ຕໍ່ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະຫວ່າງ​ລາວກັບຈີນ.

ທ່ານ ຈຽງ​ ຈ້າວຫຼຽງ, ປະທານ​ທະນາຄານ​ພັດທະນາ​ແຫ່ງ
ປະ​ເທດ​ຈີນ​ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ລະຫວ່າງ​ການ​ເຂົ້າ​ຢ້ຽມ
ຢາມຄຳນັບ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ
ເທດ​ລາວ ​ເມື່ອ​ບໍ່​ດົນ​ມາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນວ່າ ລັດ
ຖະບານ​ຈີນ ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ໂຄງ​ການ​ເຊື່ອມ
ຕໍ່ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ຈີນ​ມາລາ​ວ. ດ້ວຍ​ເຫດ​ນີ້ລັດ
ຖະບານ​ຈີນ​ຈຶ່ງ​ໄດ້​ມອບ​ໝາຍ​ໃຫ້​ທະນາຄານ​ພັດທະນາ​ແຫ່ງ
ປະ​ເທດຈີນ ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການຈັດ​ຫາ​ແຫຼ່ງ​ເງິນ
ທຶນເພື່ອ​ໃຫ້ການ​ສະໜັບ​ສະ​ໜູນ​ແກ່​ໂຄງການ​ໄປ​ຈົນ​ກວ່າ
ວ່າການ​ດຳ​ເນີນ​ງານ​ແລ້ວ​ຢ່າງ​ສົມບູນ​ໃນ​ທຸກໆ​ດ້ານ.

ທ່ານ Jiang-Chaoliang (ຂວາ) ເຂົ້າຢ້ຽມຄໍານັບ ທ່ານຈູມມະລີ ໄຊຍະສອນທີ່ນະຄອນວຽງຈັນໃນໝໍ່ໆ ມານີ້
ທ່ານ Jiang-Chaoliang (ຂວາ) ເຂົ້າຢ້ຽມຄໍານັບ ທ່ານຈູມມະລີ ໄຊຍະສອນທີ່ນະຄອນວຽງຈັນໃນໝໍ່ໆ ມານີ້

ພ້ອມ​ກັນ​ນີ້​ທ່ານ ຈຽງ ຈ້າວ​ຫຼຽງ
ກໍ່​ໄດ້​ເນັ້ນ​ຢ້ຳວ່າ ໜ້າ​ທີ່​ສຳ
ຄັນ​ຂອງ​ທະນາຄານ​ພັດທະນາ​
ແຫ່ງປະ​ເທດ​ຈີນ​ໃນ​ເວລາ​ນີ້ກໍ​ຄື
ການ​ສະໜັບ​ສະ​ໜູນ​ເງິນ​ທຶນ​ກູ້​
ຢືມ​ໃຫ້​ແກ່​ກະຊວງ​ລົດ​ໄຟ​ຂອງ​
ຈີນ ​ໃນ​ຖານະ​ທີ່​ເປັນ​ຜູ້​ຮ່ວມລົງ
ທຶນ​ໃນ​ໂຄງການ ​ແລະຍັງ​ລວມ
ເຖິງການ​ໃຫ້ການ​ຊ່ວຍ​ເຫຼືອ​ລັດ
ຖະບານ​ລາວ​ໃນ​ການ​ຫາ​ແຫຼ່ງ
ເງິນທຶນ​ກູ້​ຢືມ​ອີກ​ດ້ວຍ ຖ້າຫາກ
ວ່າ​ລັດຖະບານລາວຕ້ອງການ
ຄວາມ​ຊ່ວຍ​ເຫຼືອຈາກທາງ​ທະ
ນາຄານ​ພັດທະນາ​ແຫ່ງປະ​ເທດ​
ຈີນ.

ກ່ອນໜ້ານີ້ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ
ຄະນະລັດຖະບານລາວ ໄດ້ຖະແຫຼງຊີ້ແຈງວ່າທາງການລາວ ແລະຈີນໄດ້ຕົກລົງໃນບົດບັນ
ທຶກຄວາມເຂົ້າໃຈຮ່ວມກັນຢ່າງຈະແຈ້ງແລ້ວວ່າຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ ເພື່ອຮັບຜິດຊອບໃນການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກຈີນມາຍັງລາວ
ດັ່ງທີ່ທ່ານ ສົມສະຫວາດໄດ້​ເນັ້ນຢໍ້າວ່າ:

ທ່ານ ສົມສະຫວາດ ເລັ່ງສະຫວັດ
ທ່ານ ສົມສະຫວາດ ເລັ່ງສະຫວັດ

“ໃນ MOU ໄດ້ລະບຸວ່າຈີນ-ລາວຮ່ວມ
ກັນລົງທຶນເພື່ອກໍ່ສ້າງ ຄຸ້ມຄອງ ບໍລິຫານ
ບົນພີ້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະ
ໂຫຍດ ແລະພັດທະນາຮ່ວມກັນ ແລ້ວ
ສ້າງຕັ້ງບໍລິສັດຮ່ວມທຶນລາວ-ຈີນ. ຢູ່ໃນ
ນີ້ກໍແມ່ນຝ່າຍຈີນຈະປະກອບສ່ວນເປັນ
ເງິນສົດ ແລະອຸປະກອນ ຖືຫຸ້ນນີ້ແມ່ນ
70% ສ່ວນຝ່າຍລາວຖືຫຸ້ນ 30%. ໃນນີ້
ກະຮວມມືຄ່າເວນຄືນທີດິນ ຍົກຍ້າຍຈັດ
ສັນປະຊາຊົນ ຫຼືວ່າຄ່າເກັບກູ້ລະເບີດບໍ່
ທັນແຕກ.

ທ່ານ ສົມສະຫວາດ ຍັງໄດ້ໃຫ້ການຢືນຢັນອີກດ້ວຍວ່າ ຖ້າຫາກວ່າການດໍາເນີນງານເປັນ
ໄປຕາມແຜນການທີ່ວາງໄວ້ ກໍ່ຄາດວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດລາວ ທີ່ມີໄລ
ຍະທາງຍາວເຖິງ 421 ກິໂລແມັດນັ້ນຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015
ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງການສະຖາປະນາສາທາລະນະລັດປະຊາທິປະໄຕ
ປະຊາຊົນລາວພໍດີ.

ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນເຂດລາວທີ່ເຊື່ອມຕໍ່ຈາກຈີນ
ທີ່ຢູ່ດ່ານຊາຍແດນບໍ່ເຕັນໃນແຂວງຫຼວງນໍ້າທານັ້ນຈະມີການກໍ່ສ້າງສະຖານີໃຫຍ່ 5 ແຫ່ງ
ກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນວຽງຈັນ. ນອກຈາກນັ້ນ
ກໍ່ຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີໃຫຍ່ທັງ 5 ແຫ່ງດັ່ງກ່າວ.

ການສຳຫລວດດິນ ເພື່ອຈະສ້າງທາງລົດໄຟຄວາມ ໄວສູງເຊື່ອມຕໍ່ຈາກມົນທົນຢຸນນານຂອງຈີນ ມາຫາ ນະຄອນຫລວງວຽງຈັນຂອງລາວ
ການສຳຫລວດດິນ ເພື່ອຈະສ້າງທາງລົດໄຟຄວາມ ໄວສູງເຊື່ອມຕໍ່ຈາກມົນທົນຢຸນນານຂອງຈີນ ມາຫາ ນະຄອນຫລວງວຽງຈັນຂອງລາວ

ແຕ່ຢ່າງໃດກໍຕາມ ເນື່ອງຈາກ
ວ່າການກໍ່ສ້າງທາງລົດໄຟສ່ວນ
ໃຫຍ່ໃນລາວນັ້ນ ຈະຕ້ອງຜ່ານ
ເຂດພູດອຍ ຊຶ່ງເຮັດໃຫ້ຕ້ອງມີ
ການຂຸດເຈາະອຸບມູງຄິດເປັນໄລ
ຍະທາງລວມເຖິງ 190 ກິໂລ
ແມັດ ແລະຍັງຈະຕ້ອງກໍ່ສ້າງຂົວ
ອີກຫຼາຍແຫ່ງ ທີ່ມີຄວາມຍາວ
ຮວມກັນເຖິງ 90 ກິໂລແມັດ
ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ຄາດ
ໝາຍວ່າ ການກໍ່ສ້າງທາງລົດ
ໄຟຄວາມໄວສູງ ສະເພາະໃນເຂດລາວນີ້ ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານໂດລາ ຊຶ່ງກໍ່ຄືທາງການລາວຈະຕ້ອງຮ່ວມລົງທຶນອີກດ້ວຍ ຄິດເປັນມູນຄ່າເຖິງ 2,100 ລ້ານໂດລາ ແລະກໍເຊື່ອວ່າ ທາງການລາວຈະໄດ້ມາຈາກການກູ້ຢືມຈາກ ທາງການຈີນນັ້ນເອງ.

ທາງການຈີນກໍ​ໄດ້ເລີ້ມລົງມືດຳເນີນການກໍ່ສ້າງທາງລົດໄຟ ຈາກ​ເຂດສິບ​ສອງ​ພັນ​ນາ ​ໃນ
ມົນທົນ​ຢູນ່ານ​ເພື່ອ​ຈະຕໍ່ມາ​ຍັງ​ຊາຍແດນ​ລາວ ທີ່​ບໍ່ເຕັນໃນແຂວງຫຼວງນໍ້າທານັບ​ແຕ່ເດືອນ
ຕຸລາ ​ປີ​ກາຍ​ນີ້​ແລ້ວ ສ່ວນໃນ​ເຂດ​ປະ​ເທດ​ລາວ​ນັ້ນ ກໍ​ຈະ​ເລີ້ມດຳເນີນການກໍ່ສ້າງໃນ​ທ້າຍ
ເດືອນເມສານີ້.

XS
SM
MD
LG