ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂ່າວຈີນ ຖືກຈັບ ກ່ອນໜ້າ ວັນຄົບຮອບ ການປາບປາມ ຢູ່ ທຽນອັນເໝີນ (ວີດີໂອ)


ທ່ານນາງ Gao Yu ນຶ່ງໃນຈຳນວນບັນດາ ນັກຂ່າວຜູ້ສຳຄັນ ທີ່ຖືກຄຸມຂັງ
ທ່ານນາງ Gao Yu ນຶ່ງໃນຈຳນວນບັນດາ ນັກຂ່າວຜູ້ສຳຄັນ ທີ່ຖືກຄຸມຂັງ
ຈີນ ​ໄດ້​ກັກ​ຂັງ​ ນັກ​ຂ່າ​ວທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ​ໃນ​ຂໍ້ຫາ​ “ເປີດ
ເຜີຍຄວາມ​ລັບຂອງ ລັດ” ຊຶ່ງ​ເປັນການ​ທັບ​ມ້າງ​ປາບປາມ
ຄັ້ງຫລ້າ​ສຸດ​ຂອງປັກ​ກິ່ງ ​ຕໍ່ພວກຄັດຄ້ານ ລັດຖະບານ ​
ກ່ອນ​ວັນ​ຄົບ​ຮອບ ​ທີ່​ມີຄວາມຫຼໍ່ແຫຼມສຳຄັນ ໃນການ​ສັງ
ຫານໝູ່ຢູ່ ຈະ​ຕຸ​ລັດທຽນ​ອັນ​ເໝິ​ນ.

ອົງການ​ຂ່າວຊິນ​ຫົວ ​ຂອງທາງ​ການ​ຈີ​ນ ກ່າວໃນ​ວັນ​ພະ
ຫັດ​ມື້​ນີ້​ວ່າ ທ່ານ​ນາງ Gao Yu ​ໄດ້​ຖືກ​ກັກ​ຂັງ ​ໃນ​ວັນ​ທີ
24 ​ເດືອນ​ເມສາຜ່ານມາ ​ໃນ​ຖານ​ສົງ​ໄສ​ມີ​ເອກ​ກະສາ​ນ
ລັບຂອງ​ລັດຖະບານທີ່ໄດ້ມາແບບຜິດກົດໝາຍແລະ​ສົ່ງ​
ຕໍ່​ໄປ​ຍັງ​ສື່​ມວນ​ຊົນ​ພົ້ນ​ທະ​ເລ.

ທ່ານ​ນາງ Gao ຜູ້​ມີ​ອາຍຸ 70 ປີ ໄດ້ອອກຂ່າວທາງ​ໂທລະພາບ​ລັດຖະບານໂດຍໃຫ້
ການສາລະພາບວ່າ ສິ່ງ​ທີ່​ທ່ານ​ນາງ​ໄດ້​ເຮັດ​ລົງ​ໄປ​ນັ້ນ ແມ່ນມີຄວາມ “ຜິດ​ຢ່າງຮ້າຍ​
ແຮງ”. ທ່ານ​ນາງກ່າວຕື່ມ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ​ ສິ່ງ​ທີ່​ຂ້າພະ​ເຈົ້າໄດ້​ກະທຳ​ລົງໄປ​ນັ້ນ
ແມ່ນເປັນການລະເມີດຕໍ່​ກົດໝາຍແລະ​ສ້າງຄວາມເສຍ ຫາຍຕໍ່ຜົນ​ປະໂຫຍ​ດ​ຂອງປະ
​ເທດ. ຂ້າພະ​ເຈົ້າຈະຖືເປັນບົດຮຽນອັນສຳຄັນແລະ ຈິງໃຈຈາກເຫດການດັ່ງກ່າວ ແລະ
ຂ້າພະເຈົ້າຂໍຮັບ​ເອົາ​ຄວາມ​ຜິດນີ້.”

ການເປັນນັກ​ເຄື່ອນ​ໄຫວທາງດ້ານ​ການ​ເມືອງ​ແລະເປັນນັກຂ່າວ ຂອງທ່ານ​ນາງ Gao ​ ​
ໄດ້​ເຮັດ​ໃຫ້ທ່ານ​ນາງຕິດຄຸກ​ມາ​ກ່ອນ. ​ໃນ​ປີ 1993 ທ່າ​ນນາງໄດ້​ຖືກ​ຕັດສິນໂທດ ໃຫ້
ຕິດຄຸກຫົກ​ປີ ໃນຂໍ້ຫາເປີດເຜີຍຄວາມ​ລັບ​ຂອງ​ລັດ ທີ່ຄ້າຍຄືກັນນີ້.

ທ່ານ​ນາງ​ເປັນ​ອະດີດ ລອງ​ຫົວໜ້າ​ບັນນາທິການ ວາລະສານລາຍສັບປະດາ Economy Weekly ​ແລະ​ໄດ້​ຂຽນ​ກ່ຽວກັບເລື່ອງ​ຕ່າງໆ ​ເຊັ່ນ​ວ່າ ພັກ​ຄອມມິ​ວນິສ ປຸກລະດົມຕໍ່​ຕ້ານ
ການ​ປາກ​ເວົ້າຢ່າງເສລີ.

ທ່ານ​ນາງ Gao ຍັງ​ໄດ້​ເປັນ​ຜູ້​ສະໜັບສະໜູນ ຂະ​ບວນການ​ປະຊາທິປະ​ໄຕທີ່ຈະຕຸລັດທຽນ ​ອັນ​ເໝິ​ນ ຊຶ່ງໄດ້​ຖືກ​ທັບ​ມ້າງ​ໂດຍພວກ​ທະ​ຫານ​ຈີນໃນປີ 1989.

ມີການກະປະມານກັນວ່າ ມີ​ຜູ້​ເສຍ​ຊີວິດ ຕັ້ງແຕ່ຫລາຍໆ​ຮ້ອຍ​ຄົນ ຫາ​ຫລາຍໆ​ພັນ​ຄົນ.
CHINA JOURNALIST VOSOTVO
please wait

No media source currently available

0:00 0:00:36 0:00
XS
SM
MD
LG