ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ​​ ກັກ​ຂັງ​ ນັກ​ເຄື່ອນ​​ໄຫວ ດ້ານ​ກົດໝາຍ Xu Zhiyong


ທ່ານ Xu Zhiyong ໃນກອງປະຊຸມທີ່ກຸງປັກກິ່ງ
ທ່ານ Xu Zhiyong ໃນກອງປະຊຸມທີ່ກຸງປັກກິ່ງ
ຈີນ​ໄດ້​ກັກ​ຂັງ​ນັກ​ເຄື່ອນໄຫວດ້ານ​ກົດໝາຍ​ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ຜູ້​ຊຶ່ງ ​ເມື່ອໄວໆ​ມາ​ນີ້ ​ໄດ້​ທໍາ​ການ​ປຸກລະດົມ ​ຮຽກຮ້ອງ​ໃຫ້ລັດຖະບານມີ​ຄວາມ​ໂປ່​ງ​ໃສຫຼາຍຂຶ້ນ.

​ຄໍາ​ສັ່ງ​ຂອງຕໍາຫຼວດໃນວັນ​ພຸດ​ມື້​ນີ້​ເວົ້າວ່າ ທ່ານ Xu Zhiyong ​
ໄດ້​ຖືກ​ກັກ​ໂຕໃນ​ວັນ​ອັງ ຄານ​ວານ​ນີ້ ​ໃນ​ຖານ​ຕ້ອງ​ສົງ​ໄສ​ວ່າ
“ໄດ້ເຕົ້າໂຮມ​ປະຊາຊົນ​ເພື່ອ​ລົບ​ກວນ​ຄວາມ​ເປັນ​ລະບຽບ
​ຮຽບຮ້ອຍ​ໃນທີ່​ສາທາລະນະ​.”


​ເຈົ້າ​ໜ້າ​ທີ່ບໍ່​ໄດ້​ສະ​ແດງຄວາມ​ເຫັນໃດໆ ກ່ຽວ​ກັບຂໍ້​ຫາດັ່ງກ່າວທີ່​ໄດ້​ຖືກ​ນໍາ​ໃຊ້​ຢູ່​ເລື້ອຍໆ ກັບ​ພວກ​ທີ່​ກ່າວ​ຕໍານິຕິຕຽນ​ລັດຖະບານ​ໃນ​ຈີນ. ​ແຕ່​ວ່າ ຂ່າວການ​ກັກ​ຂັງທ່ານ Xu ໄດ້ ​ຮັບ​ການ​ຢືນຢັນ​ຈາກ​ທ່ານ Teng Biao ​ເພື່ອນທະນາຍຄວາມ​ ແລະ​ເປັນ​ເພື່ອນສະ​ນິດ​ຂອງທ່ານ Xu.

ທ່ານ Xu ​ເຄີຍ​ໄດ້​ຖືກ​ລົງ​ໂທດຄັ້ງ​ແລ້ວ​ຄັ້ງ​ເຫຼົ່າ ​ໂດຍ​ລັດຖະບານ​ປັກ​ກິ່ງ​ຍ້ອນການ​ເຄື່ອນ​ໄຫ​ວ
ຂອງ​ທ່ານ​. ​ໃນ​ເດືອນ​ເມສາຜ່ານ​ມາ​ນີ້ ທ່ານ​ກໍ​ໄດ້​ຖືກ​ກັກ​ບໍລິ​ເວນໃຫ້ຢູ່​ແຕ່​ໃນ​ບ້ານ​ເຮືອນ
ຫຼັງ​ຈາກໄດ້​ຮຽກຮ້ອງໃຫ້​ເຈົ້າ​ໜ້າ​ທີ່​ລັດຖະບານ​ເປີດ​ເຜີຍ​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າໃຫ້​
ປະຊາຊົນ​ຮູ້​ນໍາ ​ແລະ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ທ່ານກໍ​ໄດ້ທໍາ​ການ​ປຸກລະດົມໃຫ້ປ່ອຍ​ພວກ​ນັກ​
ເຄື່ອ​ນໄຫວຄົນ​ອື່ນໆ ທີ່​ຖືກ​ກັກ​ຂັງ​ໄວ້​ນັ້ນ.

ວ່າງ​ມໍ່ໆ​ມາ​ນີ້ ຈີນໄດ້ເພີ່ມ​ທະວີກ​ານກວດ​ລ້າງໜັກ​ຂຶ້ນ ຕໍ່​ພວກ​ທີ່​ຮຽກຮ້ອງ​ໃຫ້​ມີ​ການເປີດ​
ກ້ວາງຫຼາຍຂຶ້ນ​ໃນວົງ​ການ​ລັດຖະບານ. ບັນດາກຸ່ມ​ສິດທິ​ມະນຸດ ກ່າວ​ວ່າ ການ​ເ​ຄື່ອນ​ໄຫວ​
ດັ່ງກ່າວນັ້ນ ​ເຮັດ​ໃຫ້ມີ​ຄໍາ​ຖາມ​ກ່ຽວ​ກັບ​ຄໍາ​ໝາຍ​ໝັ້ນ​ທີ່​ກຸງ​ປັກ​ກິ່ງ​ໄດ້​ປະກາດ​ອອກ​ມາ ​ທີ່ວ່າ
ຈະເອົາ​ຈິງ​ເອົາ​ຈັງໃນ​ການ​ກວດ​ລ້າງ​ປາບ​ປາມການ​ສໍ້​ລາດ​ບັງ​ຫຼວງ​ທີ່​ມີຢ່າງ​ແຜ່​ຫຼາຍ​ໃນ​
ວົງ​ການລັດຖະບານ​ນັ້ນ.
XS
SM
MD
LG