ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈັບກຸມ 9 ຄົນທີ່ເຊື່ອມໂຍງກັບ ເຫດການ ທໍ່ລະບາຍຄວາມຮ້ອນຫັກພັງລົງ


ພະນັກງານກູ້ໄພ ກວດຄົ້ນສະຖານທີ່ ບ່ອນທີ່ການກໍ່ສ້າງທໍ່ລະບາຍ
ຄວາມຮ້ອນໄດ້ຫັກພັງລົງ ໃນເມືອງ Fengcheng, ແຂວງ Jiangxi, ຈີນ. 24 ພະຈິກ, 2016.
ພະນັກງານກູ້ໄພ ກວດຄົ້ນສະຖານທີ່ ບ່ອນທີ່ການກໍ່ສ້າງທໍ່ລະບາຍ ຄວາມຮ້ອນໄດ້ຫັກພັງລົງ ໃນເມືອງ Fengcheng, ແຂວງ Jiangxi, ຈີນ. 24 ພະຈິກ, 2016.

ອົງການຂ່າວລັດຖະບານຂອງ ຈີນ ລາຍງານວ່າ ຕຳຫຼວດໄດ້ຈັບກຸມ 9 ຄົນທີ່ເຊື່ອມໂຍງ ກັບການທະຫຼົ່ມຂອງທໍ່ລະບາຍຄວາມຮ້ອນ ໃນສະຖານທີ່ໂຮງງານໄຟຟ້າ ທີ່ໄດ້ເຮັດໃຫ້ 74 ຄົນເສຍຊີວິດ.

ອົງການຂ່າວ Xinhua ກ່າວວ່າ ປະທານຄະນະກຳມະການ ຂອງບໍລິສັດວິສະວະກອນ Hebei Yineng ກໍແມ່ນໜຶ່ງໃນພວກທີ່ຖືກຈັບກຸມນັ້ນ.

ຈີນ ໄດ້ກ່າວວ່າ ໃນສັບປະດາທີ່ຜ່ານມາປະຊາຊົນ 13 ຄົນໄດ້ຖືກຈັບກຸມ. ມັນຍັງບໍ່ມີ ຄວາມຊັດເຈນໃນທັນທີວ່າ ຜູ້ຕ້ອງສົງໄສ 9 ຄົນໃນການປະກາດຂອງວັນຈັນມື້ນີ້ ແມ່ນ ລວມຢູ່ໃນຜູ້ຖືກຈັບກຸມທັງໝົດຫຼືບໍ່.

ການທະຫຼົ່ມຂອງທໍ່ລະບາຍຄວາມຮ້ອນໃນເແຂວງ Jiangxi ໄດ້ກະຕຸ້ນໃຫ້ມີການຮຽກ ຮ້ອງເພື່ອການກວດກາ ແລະ ປັບປຸງມາດຕະການຄວາມປອດໄພໃນການກໍ່ສ້າງທີ່ດິີກວ່າ ເກົ່າ.

ຈີນ ໄດ້ປະຕິຍານວ່າ ຈະປັບປຸງສະຖິຕິຄວາມປອດໄພໃນການກໍ່ສ້າງທີ່ ບໍ່ດີຂອງພວກເຂົາ ເຈົ້າໃຫ້ດີກວ່າເກົ່າ, ແຕ່ຄວາມບໍ່ພໍໃຈ ກ່ຽວກັບ ມາດຕະຖານທີ່ບໍ່ເຂັ້ມງວດ ແມ່ນໄດ້ສືບຕໍ່ມີ ເພີ່ມສູງຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

China Tower Collapse
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG