ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ທໍາລາຍ ງາຊ້າງ ຜິດກົດໝາຍ ຈໍານວນ 6 ໂຕນ


A student protester exits a prison vehicle, as he arrives at a courthouse in Letpadan, March 11, 2015.
A student protester exits a prison vehicle, as he arrives at a courthouse in Letpadan, March 11, 2015.
ເຈົ້າໜ້າ​ທີ່​ຈີນ​ໄດ້ທຳລາຍ​ງາ​ຊ້າງຜິດ​ກົດໝາຍ 6 ​ໂຕນທີ່​ຍຶດ​ໄດ້​
ຈາກ​ພວກ​ ລັກລອບ​ງາ​ຊ້າງ ຊຶ່ງ​ເປັນ​ການ​ທຳລາຍ​ງາ​ຊ້າງ ຢ່າງ​
ເປັນ​ການ​ເປີດ​ເຜີຍ​ເທື່ອ​ທຳ​ອິດ​ ຂອງ​ປະ​ເທດ​ດັ່ງກ່າວ.

ພວກ​ນັກ​ຂ່າວ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ຂອງ​ສັດ ​ໄດ້​
ໄປ​ມີໜ້າ​ທີ່​ເມືອງ Dongguan ​ໃນ​ມື້ວັນ​ຈັນ​ວານ​ນີ້​ຂະນະ​ທີ່​ຈັກ​
ບົດ​ໄດ້​ບົດ​ງາ​ຊ້າງທີ່ຜິດ​ກົດໝາຍ​ຮວມທັງງາ​ຊ້າງ​ຂະໜາດ​ໃຫຍ່
​ແລະ​ງາ​ທີ່​ຄວັດ​ລວດລາຍ​ແລ້ວ.

ຈີນ​ເປັນ​ຕະຫຼາດທີ່​ໃຫຍ່​ທີ່​ສຸດ ສຳລັບ​ງາ​ຊ້າງ​ທີ່​ຖືກ​ລັກ​ລອບ​ນຳ
​ມາ​ຂາຍ​. ງາ​ຊ້າງ ​ແມ່ນ​ເບິ່ງ​ກັນ​ວ່າ ​ເປັນ​ສັນຍາ​ລັກ​ຂອງ​ຖານະ​ແລະ​ກໍ​ໃຊ້​ເປັນ​ເຄື່ອງ​ປະດັບ​ເອ້ຍ້ອງແລະ​ຢາພື້ນ​ເມືອງຂອງ​ຈີນ.

ພວກ​ນັກ​ເຄື່ອນ​ໄຫວ​ດ້ານສະພາບ​ແວ​ດລ້ອມກ່າວ​ວ່າການ​ທຳລາຍ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ ດັ່ງກ່າວ​ໄດ້​ສົ່ງ​ຄຳ​ເຕືອນ​ຢ່າງ​ແຮງຕໍ່​ພວກ​ທີ່​ຈະ​ລັກລອບແລະ​ນຳ​ໃຊ້ການ​ຄ້າ​ປະ​ເພດ​ນີ້ແມ່ນ​ ຈະ​ບໍ່​ມີ​ການ​ຜ່ອນຜັນ​ອີກ​ຕໍ່​ໄປ​ແລ້ວ.

ການ​ຄ້າ​ງາ​ຊ້າງ​ນາໆ​ຊາດ​ ໄດ້​ຖືກ​ຫ້າມ​ໃນ​ຊຸມ​ປີ 1980 ​ໃນ​ຄວາມ​ພະຍາຍາມ​ເພື່ອ ​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຊ້າງຊຶ່ງ​ຈຳນວນຫຼາຍໆ​ສິບ​ພັນ​ໂຕ​ໄດ້​ຖືກ​ຂ້າ​ໂດຍ​ພວກລັກລອບ​ຍິງ​ເອົາງາ​ ໃນ​ແຕ່​ລະ​ປີ.

​ໃນ​ປີ​ກາຍ​ນີ້ ສົນທິສັນຍາ​ນາໆ​ຊາດ ວ່າ​ດ້ວຍການ​ຄ້າ​ສັດ​ ແລະ​ພືດທີ່​ກຳລັງ​ຈະ​ສູນພັ​ນຫລື
CITES ​ໄດ້ລະບຸ​ຊື່ຈີນຮວມຢູ່​ໃນ​ຈຳນວນ 8 ປະ​ເທດ ທີ່​ບໍ່​ໄດ້​ດຳ​ເນີນການ​ຢ່າງ​ພຽງພໍ ເພື່ອ​
ປາບ​ປາມ​ການ​ນຳ​ເຂົ້າງາ​ຊ້າງ ທີ່​ລັກລອບ​ຄ້າຂາຍ​ຢ່າງ​ຜິດກົດໝາຍ​ນັ້ນ.
XS
SM
MD
LG