ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະຕິເສດວ່າ ຜູ້ຍິງ ຊາວທິເບດ ບໍ່ໄດ້ເຜົາໂຕຕາຍ


ຕໍາຫລວດ​ທີ່​ພາກ​ກາງ​ຂອງ​ຈີນປະຕິ​ເສດ​ວ່າ ບໍ່​ມີຜູ້ຍິງ​​ເຜົາ​ໂຕ ຕາຍ ແຕ່ຖືກສາມີຂອງລາວຂ້າຕາຍແລ້ວເອົາໄຟຈູດເຜົາ
ຕໍາຫລວດ​ທີ່​ພາກ​ກາງ​ຂອງ​ຈີນປະຕິ​ເສດ​ວ່າ ບໍ່​ມີຜູ້ຍິງ​​ເຜົາ​ໂຕ ຕາຍ ແຕ່ຖືກສາມີຂອງລາວຂ້າຕາຍແລ້ວເອົາໄຟຈູດເຜົາ
ຕໍາຫລວດ​ທີ່​ພາກ​ກາງ​ຂອງ​ຈີນປະຕິ​ເສດ​ວ່າ ບໍ່​ມີຜູ້ຍິງເຜົາ​ໂຕ​
ເອງ​ຕາຍ​ໃນ​ຕົ້ນ​ເດືອນ​ນີ້ ​ເພື່ອ​ປະ​ທ້ວງການ​ປົກຄອງ​ຂອງ​ຈີນຢູ່
​ໃນທິ​ເບ​ດ ​ແລະ ກ່າວ​ວ່າ ​ແຕ່​ມີຜູ້ຍິງ​ຄົນ​ນຶ່ງ​ ໄດ້​ຖືກ​ຂ້າ​ຕາຍ​ໂດຍ
​ສາມີ​ຂອງ​ນາງ​ ຊຶ່ງ​ໃນ​ເວລາ​ຕໍ່ມາໄດ້ເອົາ​ໄຟຈູດເຜົາ​ໂຕ​ນາງ.

​ໃນ​ວັນ​ອັງຄານ​ມື້​ນີ້ ໜັງສືພິມ Global Times ທີ່​ຄວບ​ຄຸມ​ໂດຍ
ພັກ​ຄອມ​ມິ​ວນິສ ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ຕໍາຫລວດ​ຄົນ​ນຶ່ງ ​
ຢູ່ເມືອງ Aba ​ໃນ​ແຂວງ Sichuan ​ໂດຍ​ກ່າວ​ວ່າ ສາມີຂອງ​ນາງ
ຄືທ້າວ Dolma Kyab ໄດ້ບີ​ບຄໍ​ເມຍ​ຂອງ​ລາວຈົນ​ຕາຍ ຫຼັງຈາກ​
ໄດ້​ມີ​ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບການ​ຕິດ​ເຫລົ້າ​ຂອງ​ລາວ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍ​ຄົນ​ນີ້ ໄດ້ເອົາ​ນໍ້າມັນ​ຮົດ​ແລ້ວ​ກໍຈູດ​ໄຟ​
ເຜົາ​ສົບ​ນຶ່ງ​ມື້ຕໍ່​ມາ ​ແລະ​ກ່າວ​ເພີ້​ມອີກ​ວ່າ ລາວ “​ແນ່ນອນ​ວ່າ ຄະດີ​
ບໍ່​ແມ່ນ​ການ​ປະ​ທ້ວງຕໍ່​ຕ້ານ​ນະ​ໂຍບາຍ​ຂອງ​ຈີນ” ດັ່ງ​ທີ່​ມີ​ລາຍ​ງານ​
ໃນ​ຕອນ​ຕົ້ນໂດຍ ​ອົງການຂ່າວ​ນາໆ​ຊາດ ​ແລະບັນດາ​ກຸ່ມຊາວທິ​
ເບ​ດພັດ​ຖິ່ນ.

ທັງອົງການ​ທິ​ເບ​ດ​ເສລີ​ທີ່​ມີ​ສຳນັກງານ​ຕັ້ງຢູ່​ປະ​ເທດ​ອັງກິດແລະ​ອົງການ​ ປຸກລະດົມ​ນາໆ​ຊາດ​ເພື່ອ​ທິ​ເບ​ດ ຕ່າງ​ກໍ​ອ້າງ​ແຫ​ລ່ງຂ່າວ​ທ້ອງ​ຖິ່ນ​ທີ່​ກ່າວ ວ່າ ນາງ Kunchoek Wangmo ​ໄດ້ເຜົາ​ໂຕ​ເອງ​ຕາຍ​ ໃນ​ວັນ​ທີ 13 ​ເດືອນ​ມີນາຜ່ານ​ມານີ້​ໃນອັນ​ທີ່​ປະກົດ​ວ່າ​ເປັນເຫດການຄັ້ງຫ​ລ້າ​ສຸດຂອງ ຄື້ນຟອງ ໃນ​ການ​ຈູດ​ໄຟ​ເຜົາ​ໂຕ​ເອງ​ທີ່​ມີ​ຈຸດປະສົງ​ທາງ​ດ້ານ​ການ​ເມືອງ​ຊຶ່ງ​ກຳລັງເພີ້ມທະວີ​ຂຶ້ນ​ໃນ​ເວລາ​ນີ້.

ອົງການຈັດ​ຕັ້ງ​ທັງ​ສອງ ກ່າວ​ວ່າ ສາມີ​ຂອງ​ນາງໄດ້​ຖືກ​ຈັບ ​ໃນ​ຂະນະ​ທີ່​ໜັງສືພິມ Global Times ​ ກໍໃຫ້ການ​ຢືນຢັນກ່ຽວ​ກັບ​ເລື່ອງ​ນີ້. ​ແຕ່​ເຂົາ​ເຈົ້າ​ກ່າວ​ວ່າ ລາວ​ໄດ້​ຖືກ​ຈັບ​ຫລັງ​ຈາກປະຕິ​ເສດວ່າ​ພັນ​ລະ​ຍາ​ຂອງ​ລາວເຜົາ​ໂຕ​ເອງ​ຕາຍ ​ຍ້ອນບັນຫາ​ຄອບຄົວ.

​ໃນ​ການ​ໃຫ້​ສໍາພາດ​ກັບວີ​ໂອ​ເອນັ້ນ ​ເຈົ້າ​ໜ້າ​ທີ່ສື່​ມວນ​ຊົນຂອງ​ອົງການ ທິ​ເບ​ດ​ເສລີ ທ່ານ Alistair Currie ກ່າວ​ວ່າ ທ່ານ “ຍັງສົງໄສ​ເປັນ​ຢ່າງ​ຍິ່ງ” ​ກ່ຽວ​ກັບລາຍ​ງານ​ຂອງ​ຈີນ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຕາມທໍາ​ມະ​ດາ​ແລ້ວ ປັກ​ກິ່ງພະຍາຍາມ​ຈະ​ບໍ່​ໃຫ້​ຄວາມ​ສຳຄັນ​ໃດໆຕໍ່​ການມີແຮງຊັກ ​ຈູງ​ທາງ​ດ້ານ​ການ​ເມືອງກ່ຽວ​ກັບ​ການຈູດ​ເຜົາ​ໂຕ​ເອງນັ້ນ.​
XS
SM
MD
LG