ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ບໍ່ມີແຜນ ຈະປ່ຽນທ່າທີ ການຊື້ນໍ້າມັນ ຈາກອີ່ຣານ


ໂຄສົກການຕ່າງປະເທດຈີນ Lui Weimin ປະຕິເສດຕໍ່ຄໍາຖາມກ່ຽວກັບ ຈີນຈະຫລົດ ສັ່ງນໍ້າມັນເຂົ້າຈາກ ອີ່ຣານ ຫລືບໍ່ ແລະກ່າວວ່າການຊື້ນໍ້າມັນເປັນທີ່ຈໍາເປັນ.
ໂຄສົກການຕ່າງປະເທດຈີນ Lui Weimin ປະຕິເສດຕໍ່ຄໍາຖາມກ່ຽວກັບ ຈີນຈະຫລົດ ສັ່ງນໍ້າມັນເຂົ້າຈາກ ອີ່ຣານ ຫລືບໍ່ ແລະກ່າວວ່າການຊື້ນໍ້າມັນເປັນທີ່ຈໍາເປັນ.

ຈີນສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນວ່າ ​ຕົນ​ບໍ່​ມີແຜນທີ່​ຈະ​ປ່ຽນ​ທ່າ​ທີໃນ​ການ​ຊື້​ນໍ້າມັນ​ຈາກ
ອີ່ຣານ ມື້​ນຶ່ງ​ຫລັງ​ຈາກສະຫະລັດໄດ້​ປະ​ລາຍ​ຊື່​ຂອງ​ຈີນ​ໄວ້​ຢູ່ນອກກຸ່​ມ​ປະ​ເທດ​ທີ່​ໄດ້​ຮັບ
ການຍົກ​ເວັ້ນ ການ​ລົງ​ໂທດ​ຂອງສະຫະລັດທີ່​ນຳ​ເຂົ້າ​ນໍ້າມັນຈາກອີຣານ​ ອີງ​ຕາມ​ລາຍ​
ງານ​ຂອງ​ນາງ Stephanie Ho ຈາກກຸງປັກ​ກິ່ງ.

​ໂຄສົກ​ກະຊວງການ​ຕ່າງປະ​ເທດຈີນ ທ່ານ Lui Weimin ​ໄດ້​ປະຕິ​ເສດໃນ​ວັນ​ອັງຄານມື້ນີ້
ຕໍ່ຄໍາ​ຖາມກ່ຽວ​ກັບວ່າ ຈີນຈະ​ຫລົດ​ການ​ສັ່ງນໍ້າມັນເຂົ້າ​ຈາກອີ່ຣານ ​ຫຼືບໍ່ ແລະ​ກ່າວ​ຕື່ມ​ວ່າ
ກາ​ນຊື້​ນໍ້າມັນເຫລົ່າ​ນີ້​ເປັນ​ທີ່​ຈຳ​ເປັນ.

ທ່ານ​ກ່າວ​ວ່າ ຈີນຈຳ​ເປັນ​ຕ້ອງ​ໄດ້​ນຳ​ເຂົ້ານໍ້າ​ມັນ​ດິບ​ຈາກອີ່ຣານ​ຍ້ອນ​ການພັດທະນາ​ດ້ານ
​ເສດຖະກິດ ແລະ​ກໍ​ເປັນເລື່ອງທີ່ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢ່າງ​ສິ້ນ​ເຊີງ. ທ່ານກ່າວ​ຕື່ມ​ອີກ​ວ່າ
ການ​ຊື້​ແມ່ນ​ມີ​ຂຶ້ນໃນ​ຊ່ອງທາງ​ປົກກະ​ຕິ ​ເປີດ​ເຜີ​ຍ ​ແລະແຈ້ງ​ຂາວ ​ແລະ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະຕິ​
ຂອງສະຫະ​ປະຊາ​ຊາດ ຫລືເປັນ​ໄພຕໍ່​ຜົນ​ປະ ​ໂຫຍ​ດ​ຂອງຝ່າຍໃດ​ຝ່າຍ​ນຶ່ງ.

ຄໍາ​ຖະ​ແຫລ​ງຂອງ​ທ່ານ​ໄດ້​ມີ​ຂື້ນນຶ່ງ​ມື້ ຫຼັງຈາກລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ
ທ່ານ​ນາງ Hillary Clinton ປະກາດໃຫ້​ຊາບ​ກ່ຽວ​ກັບ​ລາຍ​ຊື່​ຂອງອີກ 7 ປະ​ເທດຫຼື​ເສດ
ຖະກິດ​ທີ່ໄດ້​ຮັບ​ການຍົກ​ເວັ້ນຈາກ​ການ​ລົງ​ໂທດ​ໃໝ່ຂອງສະ ຫະລັດ ທີ່​ແນ່​ໃສ່​ການ​ຄ້າ​ນໍ້າ
ມັນ​ກັບອີ່ຣານ. ລັດຖະມົນ​ຕີ Clinton ກ່າວ​ວ່າ​ ບັນດາ​ປະ​ເທດ​ທີ່​ຢູ່​ໃນ​ລາຍ​ຊື່​ໄດ້​ພິສູດ​ໃຫ້​
ເຫັນ​ວ່າ ​ເຂົາ​ເຈົ້າ​ພາກັນ​ “ຫລົດລົງຢ່າງ​ໃຫ່ຍຫລວງ” ປະລິມານນໍ້າມັນ ທີ່​ຊື້​ຈາກອີ່ຣານ.

ຈີນເປັນ​ປ​ະ​ເທດ​ທີ່​ຊື້​ນໍ້າມັນ​ຈາກອີຣ່ານຫລາຍທີ່​ສຸດໃນ​ໂລກ ​ແລະເປັນປະເທດນໍາເຂົ້ານໍ້າ
ມັນຈາກອີຣ່ານປະເທ​ດສຸດ​ທ້າຍ​ທີ່​ສໍາຄັນ​ ທີ່ມີສິດຖືກລົງໂທດ ເວລາ​ການ​ລົງໂທດ​ຂອງ
ສະຫະລັດ ​ເລີ້ມ​ມີ​ຜົນ​ບັງຄັບໃຊ້ ຊຶ່ງຄົງຈະແມ່ນໃນ​ທ້າຍ​ເດືອນ​ນີ້.

XS
SM
MD
LG