ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມະຫາເສດຖີ ທີ່ຖືກສົ່ງກັບໄປຈີນ ຖືກຕັດສິນໂທດ ຈໍາຄຸກ 15 ປີ


ແຜນທີ່ຈີນ
ແຜນທີ່ຈີນ

ມະຫາເສດຖີຈີນຄົນນຶ່ງ ທີ່ຖືກສົ່ງກັບຄືນຈາກການາດາໃນປີກາຍນີ້ ໄດ້ຖືກຕັດສິນໂທດ
ໃນວັນສຸກມື້ນີ້ ໃຫ້ຕິດຄຸກ 15 ປີ ໃນຖານຕົວະຕົ້ມ.

ນາຍ Zeng Hanlin ໄດ້ຫລົບໜີໄປຢູ່ການາດາ ໃນປີ 1999 ຫລັງຈາກທີ່ລາວໄດ້ຖືກ
ກ່າວຫາວ່າ ພົວພັນໃນການຮ່ວມທຸລະກິດເຂົ້າກັນ. ເສດຖີອາຍຸ 66 ປີຄົນນີ້ໄດ້ຕໍ່ສູ້ກັບ
ການຖືກສົ່ງກັບຄືນປະເທດ ໂດຍເວົ້າວ່າ ຖ້າຫາກລາວຖືກສົ່ງກັບຄືນໄປປະເທດຈີນ
ລາວອາດຈະຖືກທາລຸນຫລືຖືກປະຫານຊີວິດກໍເປັນໄດ້. ການາດາບໍ່ມີກົດໝາຍປະຫານ
ຊີວິດແລະບໍ່ເຄີຍສົ່ງພວກນັກໂທດທີ່ຫລົບໜີໄປໃຫ້ປະເທດໃດກໍຕາມ ບ່ອນທີ່ພວກນັກ
ໂທດອາດປະເຊີນກັບການປະຫານຊີວິດ

ເຈົ້າໜ້າທີ ການາດາ ບໍ່ໄດ້ໃຫ້ຄວາມສຳຄັນໃນຄວາມເປັນຫ່ວງຂອງນາຍ Zeng ແລະ
ໄດ້ເນລະເທດລາວ ຄືນໄປຈີນ ໃນເດືອນກຸມພາປີກາຍນີ້. ລາວໄດ້ຖືກຕັດສິນໂທດໃນ
ການດຳເນີນຄະດີແບບລັບໆ ທີ່ເມືອງ Chengdu ໃນພາກຕາເວັນຕົກສຽງໃຕ້ຂອງ
ຈີນໃນເດືອນພະຈິກແລ້ວ.

XS
SM
MD
LG