ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນກໍ່​ຕັ້ງ ສາ​ມໜ່ວຍ​ທະຫານ​ໃໝ່ ​​ເພື່ອ​ເສີມ​ສ້າງ ໃຫ້​ກອງທັບ ​ມີ​ຄວາມເຂັ້ມ​ແຂງ


ລົດທະຫານ ນຳເອົາເຮືອບິນບໍ່ມີຄົນຂັບ ເດີນສວນສະໜາມ ລະນຶກ ເຖິງວັນຄົບຮອບ 70 ປີ ຍີ່ປຸ່ນຍອມແພ້ ສົງຄາມໂລກ ຄັ້ງທີສອງ.
ລົດທະຫານ ນຳເອົາເຮືອບິນບໍ່ມີຄົນຂັບ ເດີນສວນສະໜາມ ລະນຶກ ເຖິງວັນຄົບຮອບ 70 ປີ ຍີ່ປຸ່ນຍອມແພ້ ສົງຄາມໂລກ ຄັ້ງທີສອງ.

ຈີນ ​ໄດ້​ກໍ່​ຕັ້ງສາ​ມໜ່ວຍ​ທະຫານ​ໃໝ່ ​ໃນ​ຂະນະ​ທີ່ຊອກ​ຫາຊ່ອງ
​ທາງ ​ເພື່ອ​ເສີມ​ສ້າງໃຫ້​ກອງທັບ​ມີ​ຄວາມເຂັ້ມ​ແຂງ ມີ​ປະສິດທິ
ພາບ​ໃນ​ການ​ສູ້​ລົບ​ຫຼາຍ​ຂື້ນແລະ​ ໃນ​ເວລາ​ທີ່ຈີນພວມ​ຫາ​ທາງ​
ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທ່າ​ທີ​ຂອງ​ຕົນໃນ​ບັນຫາ​ຂັດ​ແຍ້​ງ
​ເລື້ອງ​ເຂດ​ນ້ຳ​ແດນ​ດິນໃນ​ທະ​ເລ​ຈີນ​ໃຕ້ນັ້ນ. ​

ສື່​ມວນ​ຊົນ​ຂອງ​ທາງ​ການຈີນ ​ໄດ້​ປະກາດ​ໃນ​ຕອນ​ແລງ​ວັນ​ສຸກ​
ວານ​ນີ້ວ່າ ຈີນ ຈະ​ຕັ້ງ​ໜ່ວຍ​ທະຫານ​ໃໝ່ ​ເພື່ອກຳກັບນຳ​ລູກ​ສອນ
​ໄຟ​ຍຸດ​ທະ​ສາດ​ຂອງ​ຕົນ. ນອກ​ນັ້ນຈີນ​ຍັງ​ມີ​ແຜນ​ຈະ​ຕັ້ງໜ່ວຍບັນ
ຊາ​ການ​ທະຫານ​ທົ່ວໄປ ​ເພື່ອ​ຄວບ​ຄຸມ​ກຳລັງພາກ​ພື້ນ​ດິນ ​ແລະ​
ໜ່ວຍ​ໃຫ້ການສະໜັບສະໜູນ​ແກ່​ກຳລັງ​ສູ້ລົບ​ຕ່າງໆ.

ປະທານປະ​ເທດ​ຈີນ ທ່ານ Xi Jinping ກ່າວ​ວ່າ ໜ່ວຍທະຫານ​ໃໝ່​ກຳລັງຖືກ​ກໍ່​ຕັ້ງ​ຂື້ນ “​
ເພື່ອ​ໃຫ້​ບັນລຸ​ໃນ​ຄວາ​ມຝັນ​ຂອງ​ຈີນ​ ​ທີ່ຈະ​ມີ​ກອງທັບ​ທີ່​ເຂັ້ມ​ແຂງ.”

ການ​ປະກາດ​ດັ່ງກ່າວໄດ້​ມີ​ຂື້ນໜຶ່ງ​ມື້​ ຫລັງ​ຈາກ​ປັກ​ກິ່ງ​ກ່າວ​ວ່າ ຕົນ​ກຳ​ລັງ​ສ້າງ​ກຳ​ປັ່ນ​ບັນ
ທຸກ​ເຮືອບິນ​ລຳ​ທີ​ສອງ​ ຊຶ່ງ​ເປັນ​ຮ່ອງ​ຮອຍອັນຫ​ລ້າ​ສຸດຂອງຈີນ ​ໃນການ​ປັບປຸງ​ກອງທັບ
ເຮືອຂອງ​ຕົນ​ໃຫ້​ທັນສະ​ໄໝ ຢ່າງ​ວ່ອງ​ໄວນັ້ນ.

​ເປັນ​ທີ່​ຄາດກັນ​ວ່າ ກຳ​ປັ່ນ​ບັນທຸກ​ເຮືອບິນ​ລຳ​ໃໝ່​ນີ້ ຈະ​ມີ​ຂະໜາດ​ດຽວ​ກັບກຳ​ປັ່ນ ບັນທຸກ
ເຮືອບິນລຳ​ດຽວ ​ທີ່​ຈີນ​ມີ​ໃນ​ປັດຈຸບັນ ຄື​ກຳ​ປັ່ນ Liaoning ​ແລະ ຈະ​ໃຊ້​ພະລັງ​ງານທຳ​ມະ​
ດາ ​ແທນ​ທີ່​ຈະເປັນພະລັງງານ​ນິວ​ເຄລຍ.

​ກຳ​ປັ່ນ ​ທີ່​ມີ​ນໍ້າໜັກ 50,000 ​ໂຕນລຳ​ນີ້ ຈະ​ບັນທຸກພວກ​ເຮື​ອບິນ​ລົບອາຍ​ພົ່ນ J-15 ​ແລະ
​ເຮືອບິນ​ອຶ່ນໆ. ວັນເຂົ້າປະຈຳການ​ຂອງ​ກຳ​ປັ່ນ​ດັ່ງກ່າວ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການຢືນຢັນ​ເທື່ອ.

ຈີນ ​ກຳລັງ​ພົວພັນ ກັບ​ບັນຫາ​ຂັດ​ແຍ້ງກ່ຽວ​ກັບ​ເລື້ອງ​ເຂດ​ນ້ຳ​ແດນ​ດິນຢ່າງແຮງ ກັບ​ບັນດາ
​ປະ​ເທດ​ເພື່ອນ​ບ້ານ​ໃນ​ເອ​ເຊຍ ​ໂດຍ​ສະ​ເພາະ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ອັນ​ກວ້າງ​ໃຫຍ່ ທີ່​
ປັກ​ກິ່ງໄດ້ອ້າງ​ເອົາ​ກຳມະສິດ ​ເກືອບທັງ​ໝົດນັ້ນ.

China Military
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG