ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ​ ພັກຄອມ​ມິວນິສຈີນ ຈົມນໍ້າຕາຍ ໃນເວລາຖືກສອບສວນ


ທ່ານ Yu Qiyi ຖ່າຍຮູບຢູ່ງານວາງສະແດງ ທີ່ໂຮງແຮມແຫ່ງນຶ່ງ ໃນກຸງປັກກິ່ງ ແລະທ່ານຫາຍສາບສູນ ໃນຂະນະທີ່ເດີນທາງກັບບ້ານ ຫລັງເດີນທາງໄປເຮັດວຽກທາງໄກ ໃນວັນທີ 1 ມີນາ 2013,
ທ່ານ Yu Qiyi ຖ່າຍຮູບຢູ່ງານວາງສະແດງ ທີ່ໂຮງແຮມແຫ່ງນຶ່ງ ໃນກຸງປັກກິ່ງ ແລະທ່ານຫາຍສາບສູນ ໃນຂະນະທີ່ເດີນທາງກັບບ້ານ ຫລັງເດີນທາງໄປເຮັດວຽກທາງໄກ ໃນວັນທີ 1 ມີນາ 2013,
ເຈົ້າໜ້າທີ່​ຈີນເວົ້າວ່າ ສະມາຊິກ​ພັກຄອມ​ມິວນິສຜູ້ນຶ່ງຈົມນໍ້າຕາຍ
ລຸນຫລັງທີ່​ໄດ້​ຖືກເອົາຫົວ ຈຸ່ມລົງນໍ້າໂດຍ​ເຈົ້າ​ໜ້າ​ທີ່ສອບສວນ ທີ່ພະຍາຍາມຈະເຮັດໃຫ້ລາວຮັບສາລະພາບວ່າ ໄດ້ທໍາການ
ສໍ້ລາດບັງຫລວງ.

ສື່​ຂອງລັດລາຍ​ງານວ່າ ພວກນັກສືບສວນ​ເລື້ອງກິນສິນບົນ
ຂອງພັກຄອມ​ມິວນິສ 6 ຄົນຈະ ຖືກນໍາຕົວຂຶ້ນ​ສານ​ດໍາ​ເນີນ
​ຄະດີ ໃນໄວໆນີ້ ​ໃນຂໍ້ຫາເຈດຕະນາເຮັດໃຫ້ເກີດບາດເຈັບ ກ່ຽວກັບການເສຍຊີວິດຂອງທ່ານ Yu Qiyi ນັກວິສະວະກອນ
ຂອງກຸ່ມບໍລິສັດລົງທຶນ ທາງອຸດສະຫະກໍາ Wenzhou.

ພວກເຈົ້າໜ້າທີ່​ຈີນເຊື່ອວ່າ ພວກນັກສືບສວນ ໄດ້ກົດ​ຫົວ​ຂອງທ່ານ Yu ອາຍຸ 42 ປີລົງ ໃນອ່າງນໍ້າແຂງຫລາຍຄັ້ງ ຫລາຍຫົນລຽນຕິດກັນ ໃນເດືອນເມສາຜ່ານມາ ເພື່ອພະຍາ ຍາມເຮັດໃຫ້ຜູ້ກ່ຽວຍອມຮັບວ່າ ໄດ້ກໍ່ອາຊະຍາກໍາທີ່ມີການສົງໄສ ທີ່ກ່ຽວຂ້ອງກັບການ
ຊື້ຂາຍດິນ.

ທ່ານ Yu ເສຍຊີວິດໄປໃນເວລາບໍ່ດົນ ລຸນຫລັງຖືກນໍາໄປໂຮງໝໍ. ການເສຍຊີວິດຂອງ ທ່ານທໍາອິດ ໄດ້ຖືກສັນນິຖານວ່າ ​ເປັນອຸປະຕິເຫດ. ແຕ່ວ່າ ການຜ່າຕັດສັນລະສູດສົບ ໃນ
ເວລາຕໍ່ມາໄດ້ເປີດເຜີຍໃຫ້ຮູ້ວ່າ ທ່ານຕາຍຍ້ອນລະບົບຫາຍໃຈຂອງທ່ານບໍ່ທໍາງານ.

ຍາດພີ່ນ້ອງຂອງທ່ານ Yu ໄດ້ພິມຮູບຂອງທ່ານລົງໃນອິນເຕີແນັດ ​ເພື່ອສະແດງໃຫ້ເຫັນ ສິ່ງ
ທີ່ພວກເຂົາເຈົ້າເວົ້າວ່າ ແມ່ນຮ່າງກາຍທີ່ຖືກທໍລະມານຂອງຜູ້ກ່ຽວ ທີ່ເຕັມໄປດ້ວຍຮອຍ ຊໍ້າບວມທົ່ວຮ່າງກາຍ. ນາງ Wu Qian ພັນລະຍາຂອງທ່ານ ກ່າວຕໍ່ສື່ຂອງລັດວ່າ ທ່ານ Yu ຈ່ອຍລົງຫລາຍ ພາຍຫລັງທີ່ຖືກຂັງເປັນເວລາ 38 ມື້.

ປະທານປະເທດຈີນ ທ່ານ Xi Jinping ໄດ້ລົງມື​ທໍາການປຸກລະດົມການຕ້ານການສໍ້ ລາດບັງຫລວງ ທີ່ມີ​ການ​ໂຄສະນາ​ເຜີຍແຜ່​ຢ່າງ​ໃຫຍ່ ນັບແຕ່ທ່ານໄດ້ຂຶ້ນກໍາອໍານາດໃນປີ
ກາຍນີ້ມາ ໂດຍເຕືອນວ່າ ການກິນສິນບົນທີ່​ລາມ​ໄປ​ທົ່ວ​ນັ້ນ ຈະເປັນໄພຂົ່ມຂູ່ຕໍ່ການຮັກ ສາອໍານາດໄວ້ຂອງພັກ. ທ່ານ Xi ​ໄດ້​ປະຕິຍານ​ທີ່​ຈະ​ນໍາ​ເອົາ ທັງພວກເຈົ້າໜ້າທີ່ຂັ້ນສູງ ແລະ
ຂັ້ນຕໍ່າທີ່​ສໍ້ລາດບັງຫຼວງນັ້ນ ມາ​ລົງ​ໂທດ.
XS
SM
MD
LG