ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນດໍາ​ເນີນຄະດີ ຫົວໜ້າກຸ່ມຄ້າຂອງເຖື່ອນ ທີ່ຖືກສົ່ງກັບໄປຈາກການາດາ


ນາຍ Lai Changxing
ນາຍ Lai Changxing

ສື່ຂ່າວຂອງທາງການຈີນ ກ່າວວ່າ ຊາຍຄົນນຶ່ງທີ່ຄັ້ງນຶ່ງເປັນຜູ້ລົບ​ໜີກົດໝາຍທີ່ ຕ້ອງການ
ຕົວ​ຫຼາຍ​ທີ່ສຸດໃນຈີນນັ້ນ ໄດ້ຖືກນໍາຂຶ້ນສານດໍາ​ເນີນຄະດີ ໃນວັນສຸກມື້ນີ້ ຫຼັງຈາກທີ່ໄດ້ຕໍ່ສູ້
ຕ້ານ​ຢັນ​ການ​ຖືກສົ່ງກັບປະ​ເທດ​ຈີນ ຈາກການາດາ ນັບເປັນ​ເວລາສິບປີ.

ອົງການຂ່າວຊິນຫົວຂອງຈີນ​ກ່າວວ່າ ການດໍາເນີນຄະດີ ນາຍ Lai Changxing ໄດ້ເລິ່ມ
ຂຶ້ນທີ່​ເມືອງ Xiamen ​ໃນແຂວງ Fujian ທາງພາກ​ຕາ​ເວັນ​ອອກ​ຂອງປະ​ເທດ ບ່ອນ​ທີ່​ລາວ​
ໄດ້​ຖືກ​ກ່າວ​ຫາວ່າ​ ​ເປັນ​ຫົວ​ໜ້າ​ກຸ່ມ​ລັກລອບ​ຄ້າ​ຂາຍ​ຂອງ​ເຖື່ອນ ​ທີ່​ມີມູນ​ຄ່າ​ເຖິງ 10 ພັນ​
ລ້ານ​ໂດ​ລ່າ ອັນ​ມີ​ທັງ ຢາສູບ ໄປ​ຈົນ​ເຖິງ​ລົດຍົນ​ແລະ​ນໍ້າມັນ​ເຊື້ອ​ໄຟ ກ່ອນ​ທີ່​ຈະ​ຫລົບ​ໜີ​ໄປ
ຍັງ​ກາ​ນາ​ດາ​ ​ນັ້ນ.

ທາງ​ການ​ຈີນ​ຍັງ​ໄດ້ກ່າວ​ຫາ​ນາຍ​ Lai ​ອີກ​ວ່າ ໃຫ້​ສິນ​ບົນ​ແກ່​ພວກ​ເຈົ້າ​ໜ້າ​ທີ່​ຈໍ​ານວນຫລາຍ 10 ​ຄົນ.


ນາຍ​ Lai ​ໄດ້​ສົ່ງຖືກ​ຕົວກັບຄືນ​ ​ຈາກກາ​ນາ​ດາ ​ໃນ​ເດືອນກໍລະກົດ​ປີ​ກາຍ​ນີ້. ລາວໄດ້​ຢືນ​ຢັດ
ຕະຫລອດ​ມາວ່າ ຂໍ້​ຫາ​ຕໍ່​ລາວ​ນັ້ນ​ແມ່ນ​ມີ​ສາ​ເຫດ​ທາງ​ການ​ເມືອງ.

ທາງ​ການກາ​ນາ​ດາກ່າວ​ວ່າ ຕົນໄດ້​ຮັບ​ການ​ຮັບຮອງວ່າ​ ຈີນ​ຈະ​ບໍ່​ປະຫານ​ຊີວິດ​ນາຍ​ Lai
ຈຶ່ງ​ໄດ້​ສົ່ງ​ໂຕ​ຄືນ​ໃຫ້​ຈີນ. ​ກາ​ນາ​ດາ​ບໍ່​ມີ​ໂທດ​ປະຫານ​ຊີວິດ ​ແລະ​ກໍ​ຈະ​ບໍ່ສົ່ງ​ຜູ້ຕ້ອງ​ຫາ​
ໄປ​ຮັບ​ເຄາະ​ທີ່​ກ່າວ​ມາ​ນັ້ນ.

XS
SM
MD
LG