ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ເລີ້ມສົ່ງແກັສ ຜ່ານທໍ່ລໍາລຽງ ໄປໃຫ້ຈີນ


ທ້າວ U Thant Lwin ຊຶ່ງເປັນຊາວນາ ຢືນຢູ່ບ່ອນ ທີ່ເຄີຍເປັນທົງນາເກົ່າ ຂອງລາວ ໃນມຽນມາ ທີ່ໄດ້ຖືກດຸດ ເພື່ອວາງທໍ່ລໍາລຽງນໍ້າມັນ.
ທ້າວ U Thant Lwin ຊຶ່ງເປັນຊາວນາ ຢືນຢູ່ບ່ອນ ທີ່ເຄີຍເປັນທົງນາເກົ່າ ຂອງລາວ ໃນມຽນມາ ທີ່ໄດ້ຖືກດຸດ ເພື່ອວາງທໍ່ລໍາລຽງນໍ້າມັນ.
ເລີ້ມມີ​ການ​ສົ່ງແກັສທໍາ​ມະ​ຊາດ ​ໄປສູ່ປະ​ເທດ​ຈີນ​ ທີ່​ໂຫຍຫີ​ວ
ພະລັງງານ ​ໂດຍ​ຜ່ານ​ທໍ່​ລໍາລຽງທີ່ເປັນ​ບັນຫາຖົກ​ຖຽງ​ໂຕ້​ແຍ້​ງ
ຍາວ 793 ກິ​ໂລ​ແມັດ​ຈາກ​ມຽນມາ.

ທໍ່​ລໍາ​ລຽງ​ແກັສ ​ແລະ​ທໍ່​ລໍາລຽງ​ນໍ້າມັນ​ດິບຂະໜານກັນ ທີ່ກໍາລັງ​
ຢູ່​ໃນ​ລະຫວ່າງ ການ​ກໍ່ສ້າງນັ້ນ ​ແມ່ນ​ເຊື່ອມຕໍ່ ອ່າວ Bengal
ກັບ​ແຂວງ Yunnan ຂອງ​ຈີນ. ທໍ່​ລໍາລຽງ​ໃໝ່​ຈະ​ອໍາ​ນວຍ​ໃຫ້​
ຈີນບໍ່​ຕ້ອງ​ສົ່ງນໍ້າມັນ​ຜ່ານຊ່ອງ​ແຄບ​ Malaca ​ແລະ​ທະ​ເລ​ຈີນ​ໃຕ້.

ນັກວິເຄາະ ກ່ຽວກັບຈີນແລະມຽນມາ ທ່ານ U Aung Kyaw
Zaw ກ່າວວ່າ ໂຄງການດັ່ງກ່າວເປັນສິ່ງສໍາຄັນທີ່ສຸດແກ່ຈີນ. ທ່ານກ່າວວ່າ:

“ຈີນ ມີຄວາມຕ້ອງການພະລັງງານຢ່າງຫລວຫຼາຍໂດຍສະເພາະຢ່າງຍິ່ງແມ່ນແກັສທຳ
ມະຊາດ ເພາະສະນັ້ນ ໂຄງການດັ່ງກ່າວນີ້ ຈຶ່ງມີຄວາມສໍາຄັນທີ່ສຸດສຳ ລັບຈີນ ໂດຍສະ
ເພາະຢ່າງຍິ່ງ ຫລັງຈາກການຍົກເລີກໂຄງການສ້າງເຂື່ອນໄຟ ຟ້າ Myitsone.

ທໍ່ລໍາລຽງ ທີ່ໄດ້ຕົກລົງສ້າງ ກັບອະດີດລັດຖະບານທະຫານມຽນມາ ໄດ້ຖືກຕິ ຕຽນຈາກ
ຫລາຍໆກຸ່ມ ຍ້ອນບໍ່ໄດ້ແກ້ໄຂ ຄວາມຕ້ອງການພະລັງງານພາຍໃນຂອງມຽນມາ ແລະ
ບັນຫາການຍຶດເອົາດິນຕ່າງໆ.

ເສ້ນທາງທໍ່ລໍາລຽງນໍ້າມັນ ແລະແກັສ ທີ່ເນ່ງຜ່ານມຽນມາ.
ເສ້ນທາງທໍ່ລໍາລຽງນໍ້າມັນ ແລະແກັສ ທີ່ເນ່ງຜ່ານມຽນມາ.


ລັດຖບານໃໝ່ຂອງມຽນມາ ກ່າວວ່າ ຕົນກໍາລັງຈັບຕາເບິ່ງ
ສະຖານະການຢ່າງໃກ້ຊິດ ອິງຕາມເຈົ້າໜ້າທີ່ ທີ່ກໍາກັບນໍາ
ທໍ່ນໍ້າມັນ ທ່ານ U Hla Swe ເລຂາທິ ການຂອງຄະນະ
ກຳມະການບໍ່ແຮ່ ແລະຊັບພະຍາກອນທໍາມະຊາດສະພາ
ແຫ່ງຊາດ.

ແຕ່ຜູ້ນໍາຂອງອົງການສັງເກດການສິ່ງແວດລ້ອມດ້ານແກັສ
ທຳມະຊາດ Shwe ທ່ານ Wong Aung ກ່າວວ່າ ໂຄງການ
ທໍ່ລໍາລຽງນໍ້າມັນດັ່ງກ່າວ ຍັງເປັນທີ່ຕ້ອງການຄວາມກະຈ່າງແຈ້ງເພີ້ມຕື່ມ ໂດຍກ່າວວ່າ:

“ໂຄງການທໍ່ລໍາລຽງນໍ້າມັນດັ່ງກ່າວນີ້ ທີ່ເນັ່ງຈາກລັດ Rhakhine ໄປຫາລັດ Shan ໄດ້
ເປັນຜົນ ພາໃຫ້ມີການຍາດເອົາດິນ ແລະເຮັດໃຫ້ຊີວິດການເປັນຢູ່ ຂອງຜູ້ຄົນທ້ອງຖິ່ນ
ຂີ້ຮ້າຍລົງ. ບັນຫາທັງຫລາຍເຫລົ່ານີ້ ບໍ່ໄດ້ມີການເວົ້າເຖິງ ເລີຍ.” ທໍ່ລໍາລຽງແກັສຄາດ
ວ່າຈະສົ່ງແກັສທຳມະຊາດ 12 ພັນລ້ານແມັດກ້ອນ ໄປສູ່ຈີນໃນແຕ່ລະປີ.

ສ່ວນທໍ່ລຳລຽງນໍ້າມັນຈະສາມາດສົ່ງໄດ້ນໍ້າມັນດິບໄດ້ 22 ລ້ານໂຕນຕໍ່ປີ.
XS
SM
MD
LG