ພວກກູ້ໄພຈີນ ໃນວັນພຸດມື້ນີ້ ຍັງສືບຕໍ່ຊອກຫາ 430 ກວ່າຄົນ
ທີ່ຫາຍສາບສູນ ຫລັງຈາກເຮືອໂດຍສານປີ້ນຂວໍ້າ ລະຫວ່າງ
ເກີດລົມພາຍຸ ຢູ່ໃນແມ່ນໍ້່າຢັງຊີ.
ສື່ມວນຊົນຂອງລັດຖະບານກ່າວວ່າ ມີພຽງແຕ່ 14 ຄົນເທົ່າ
ນັ້ນໄດ້ຮັບການກູ້ໄພ ຊ່ວຍຊີວິດໄວ້ໄດ້ນັບຕັ້ງແຕ່ເຮືອນຳ
ທ່ຽວທີ່ບັນທຸກພວກນັກທ່ອງທ່ຽວທີ່ສ່ວນໃຫຍ່ເປັນຜູ້ເຖົ້າ
ຫລົ້ມໃນຕອນແລງວັນຈັນທີ່ຜ່ານມາ. ມີສິບແປດຄົນແລ້ວ
ໄດ້ຮັບການ ຢືນຢັນວ່າເສຍຊີວິດ.
ບັນດາພວກກູ້ໄພພາກັນເຮັດວຽກຢ່າງຮີບຮ້ອນ ຕັດທ້ອງເຮືອ
ທີ່ປີ້ນຫງາຍຂຶ້ນມາ ໃນຄວາມພະຍາຍາມ ເພື່ອຊອກຫາບັນດາຜູ້ໂດຍສານທີ່ຍັງຕົກຄ້າງ ແລະຜູ້ທີ່ອາດຈະລອດຊີວິດມາໄດ້ ຢູ່ໃນບ່ອນທີ່ຍັງມີອາກາດ.
ທ່ານ Zhang Hucheng ນັກດຳນຳ້ ທີ່ເຂົ້າໄປຊອກຫາຢູ່ໃນເຮືອ ກ່າວວ່າ “ມີຫລາຍສິ່ງ
ຫລາຍຢ່າງເຄື່ອນໄຫວຢູ່ໃນຫ້ອງນອນ. ເຮືອໄດ້ປີ້ນຂວໍ້າ ມີຫລາຍອັນທີ່ເຄື່ອນຍ້າຍບໍ່ຢູ່
ບ່ອນເກົ່າ. ພວກເຮົາມີຄວາມເປັນຫ່ວງ ຢ້ານວ່າ ເຊືອກຈະໄປເກາະເອົາຫັ້ນເອົາໜີ້ ເວລາ
ເຮົາດຳນໍ້າ. ມັນງ່າຍທີສຸດທີ່ຈະຕົກຄ້າງຢູ່ທີ່ນັ້ນ.”
ການກູ້ໄພ ໄດ້ປະສົບກັບລົມແຮງ ແລະຝົນຕົກໜັກ ພ້ອມທັງກະແສນ້ຳທີ່ຊ່ວຍຍູ້ໃຫ້ເຮືອ
ໄຫລລົງໄປກັບແມ່ນໍ້າ ເກືອບສາມກິໂລແມັດ.
ອົງການຂ່າວຊິນຫົວຂອງທາງການຈີນ ກ່າວວ່າ ນັກດຳນໍ້າ 135 ຄົນພາກັນປະ ຕິບັດງານ
ຕະຫລອດຄືນ ໃນການຊອກຫາບັນດາຜູ້ໂດຍສານ ທີ່ຫາຍສາບສູນໄປ. ທະຫານຫລາຍ
ກວ່າ 3,000 ຄົນ ແລະເຮືອ 48 ລຳຍັງໄດ້ເຂົ້າຮ່ວມການປະຕິ ບັດງານດັ່ງກ່າວ.