ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງປະຊຸມດິນຟ້າອາກາດ


ທ່ານເຫວິ້ນເຈຍບາວ ນາຍົກລັດຖະມຸນຕີຈີນ ເດີນທາງຢ້ຽມຢາມຢູໂຣບ,
ວັນທີ 2 ຕຸລາ 2010.
ທ່ານເຫວິ້ນເຈຍບາວ ນາຍົກລັດຖະມຸນຕີຈີນ ເດີນທາງຢ້ຽມຢາມຢູໂຣບ, ວັນທີ 2 ຕຸລາ 2010.

ການເຈລະຈາ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ ​ທີ່ໄດ້​ຢຸດ​ສະ​ງັກ ລົງ ​ໄຂ​ຄືນ​ໃໝ່​ໃນ​ວັນ​ຈັນມື້​ນີ້ ທີ່​ປະ​ເທດຈີນ ພ້ອມ​ກັບ​ຄໍາ​ເຕືອນ​ວ່າ ພວກ​ປະ​ເທດ​ທີ່​ມີ​ຄວາມ​ເຫັນຂັດ​ແຍ້​ງກັນ​ ​ຈະຕ້ອງ​ຫາ​ທາງ​ຕົກລົງ​ກັນໃຫ້ໄດ້​ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ສະຫະ​ປະຊາ​ຊາດ​ເລື້ອງດິນ​ຟ້າ​ອາກາດຮອບ​ໃໝ່​ທີ່ຈະໄຂ​ຂຶ້ນທີ່ເມືອງ Cancun ປະ​ເທດ​ເມັກ​ຊິ​ໂກ​ ໃນ​ທ້າຍ​ປີ​ນີ້.

ໃນ​ຄໍາປາ​ໄສໄຂ​ກອງ​ປະຊຸມ​ທີ່​ເມືອງ​ຕຽນ​ຈິນ​ ໃນ​ພາກ​ເໜືອ​ຂອງຈີນ ທ່ານ​ນາງ Christiana Figueres ຫົວໜ້າ​ຝ່າຍ​ດິນ​ຟ້າ​ອາກາດ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ບັດ​ນີ້ ມັນເຖິງ​ເວລາແລ້ວ ​ທີ່​ຈະຕ້ອງ​ກໍານົດ​ອອກ​ມາຢ່າງ​ຈະ​ແຈ້ງ​ວ່າ ​ອັນ​ໃດ​ທີ່​ອາດສາມາດ​ປະກອບ​ເປັນ​ໂຄງການ​ ທີ່ພໍຈະ​ບັນລຸ​ຜົນ​ໄດ້​ແລະ​ມີ​ຄວາມກໍ້າ​ເກິ່ງ​ກັນ​ທາງ​ດ້ານ​ການ​ເມືອງ​ ສໍາລັບ​ໃຫ້​ກອງ​ປະຊຸມ​ທີ່​ Cancun ຮັບ​ເອົາ​ນັ້ນ.

ໄດ້ມີຄວາມ​ຄືບ​ໜ້າ​ໜ້ອຍ​ຫລາຍ​ ກ່ຽວ​ກັບ​ການ​ຕັດ​ການ​ປ່ອ​ຍແກ​ສ​ເຮືອນ​ແກ້ວເຂົ້າ​ສູ່​ບັນຍາ ກາດ​ ນັບ​ແຕ່​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ດິນ​ຟ້າ​ອາກາດ​ຄັ້ງ​ຫລ້າ​ສຸດ​ ໄຂ​ຂຶ້ນ​ທີ່​ນະຄອນ Copenhagen ​ໃນ​ປີ​ແລ້ວ​ນີ້. ພວກ​ປະ​ເທດ​ທີ່​ພັດທະນາ​ແລ້ວ ​ແລະ​ພວກ​ປະ​ເທດ​ພວມ​ພັດທະນາ​ຕົກລົງ​ກັນ​ບໍ່​ໄດ້ ​ກ່ຽວ​ກັບ​ວ່າ ຝ່າຍ​ໃດ​ຄວນ​ຈະ​ຮັບຜິດຊອບ​ຫລາຍ​ກວ່າ​ໝູ່ໃນການ​ຕັດ​ທາດ carbon ທີ່ສ້າງ​ຄວາມ​ເປິະເປື້ອນລົງນັ້ນ ຊຶ່ງ​ພວກ​ນັກວິທະຍາສາດ​ບາງ​ຄົນ​ກ່າວ​ວ່າ ພາ​ໃຫ້​ໂລກ​ຮ້ອນ​ຂຶ້ນ ແລະ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​.

ຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່​ປ່ອຍທາດ carbon ອອກຫລາຍ​ທີ່​ສຸດ​ນັ້ນ ກ່າວ​ວ່າ ​ຕົນ​ຢາກ​ສົ່ງ​ເສີມ​ຈິດ​ໃຈ​ແຫ່ງ​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ ທີ່​ກອງ​ປະຊຸມສັບປະດານີ້.

XS
SM
MD
LG