ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດແລະອີຢູ ຊຸກຍູ້ ການລົງທຶນໃນມຽນມາ (ວີດີໂອ ລາວ/ອັງກິດ)


ຂະນະ​ນີ້ ​ມຽນມາ​ແມ່ນ​ເປີດ​ກວ້າງ ​ສໍາລັບ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ລຸນຫຼັງ​ການ​ໂຈ໊ະ​ການລົງ​ໂທດ​ຕ່າງໆ​ຂອງ​ສະຫະພາບຢູ​ໂຣບ ​ແລະ​ສະຫະ ລັດ ຕໍ່​ລັດຖະບານ​ທີ່​ນໍາ​ໂດຍ​ທະຫານ​​ໃນ​ມຽນມານັ້ນ. Scott Stearns ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈໍາ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ມີ​ລາຍ​ງານ​ກ່ຽວ​ກັບວ່າ ການ​ລົງທຶນ​ໃໝ່​ເຫລົ່າ​ນັ້ນຈະ​ສົ່ງ​ຜົນ​ກະທົບ​ແນວ​ໃດ ຕໍ່​ການ​ອາ​​ໄສ ເພິ່ງ​ອິງ​ປະ​ເທດ​ຈີນ​ໃນ​ທາງ​ເສດຖະກິດ ຂອງ​ມຽນມາ​ນັ້ນ. ທອງ​ປານ ມີ​ເລຶ່ອງນີ້ ມາສະ​ເໜີ ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດີໂອ ພາສາລາວ:

ຂະນະ​ນີ້​ ມຽນມາ​ກໍາລັງ​ປ່ຽນ​ແປງ ​ແລະ​ຄວາມ​ສໍາພັນ​ກັບບັນດາ​ປະ​ເທດ​ຕາ​ເວັນ​ຕົກ ກໍ​ກໍາລັງ​ປ່ຽນ​ແປງ​ໄປ​ຄື​ກັນ.

ບັດ​ນີ້ ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ມຽນມາ ກໍ​ໄດ້​ເປັນ​ສະມາ​ຊິກ​ສະພາແຫ່ງ​ຊາດ​ແລ້ວ. ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ​ ໄດ້ເປັນ​ແຂກ​ຜູ້​ມີ​ກຽດຂອງ​ປະ​ເທດ. ​ແລະ​ບັນດາ​ຜູ້​ນໍາ​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ວ່າ ສົມຄວນ​ມີ​ການເປີດ​ຄວາມ​ສໍາພັນ​ກັນ​ຄືນ​ໃໝ່ເທື່ອ​ລະ​ຂັ້ນກັບ ​ມຽນມາ ເພື່ອ​ສະໜອງ​ຕອບການ​ປະຕິ​ຮູບທາງ​ການ​ເມືອງ​ໃນ​ປະ​ເທດ​ດັ່ງກ່າວ​.​ ​

ປະທານາທິບໍດີ ບາ​ຣັກ ໂອ​ບາ​ມາ ກ່າວຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ G8 ຢູ່​ໃກ້ໆ​ວໍ​ຊິງ​ຕັນ​ ເມື່ອບໍ່​ດົນ​ມາ​ນີ້ ​ວ່າ:

ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ລົງມື​ປະຕິບັດການ ​ເພື່ອ​ເປີດ​ການ​ຄ້າ​ແລະ​ການ​ລົງທຶນ​ກັບ​ມຽນມາ ​ເປັນ​ເທື່ອ​ທໍາ​ອິດ​ໃນ​ຮອບ​ຫຼາຍ​ສິບ​ປີ ​ແລະ​ພວກ​ເຮົາ​ກໍ​ໄດ້​ມີ​ການປຶກສາ​ຫາລື​ກັນ​ກັບ​ຄະນະ​ນໍາພາ​ຢູ່​ທີ່​ນັ້ນ​. ຄວາມ​ຫວັງ​ຂອງ​ພວກ​ເຮົາ ​ກໍ​ແມ່ນ​ວ່າ ຂັ້ນ​ຕອນ​ທີ່​ວ່ານີ້ຈະ​ດໍາ​ເນີນສືບ​ຕໍ່​ໄປ ​ແລະ​ພວກ​ເຮົາ​ກໍຈະເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້ ​ເພື່ອ​ຊຸກຍູ້​ຂັ້ນ​ຕອນ​ອັນ​ນີ້.

ແຕ່​ວ່າ ການໂຍະຍານ​ການ​ລົງ​ໂທດ​ ​ຂອງ​ສະຫະພາບ​ຢູ​ໂຣບ​ແລະສະຫະລັດ ​ຕໍ່​ມຽນມາ ​ມີ​ຄວາມ​ໝາຍ​ຢ່າງ​ໃດ ​ສໍາລັບ​ຄວາມ​ສໍາພັນດ້ານ​ການ​ຄ້າ​ທີ່​ມີ​ມາ​ດົນ​ນານ​ຂອງ​ມຽນມາ ​ກັບ​ຈີນ​ນັ້ນ?

ລັດຖະມົນຕີ​ຕ່າງປະ​ເທດ​ມຽນມາ ທ່ານ Wunna Maung Lwin ກ່າວ​ວ່າ ທ່ານ​ບໍ່​ຄາດໝາຍ​ວ່າ ຈະ​ມີ​ການ​ລົດ​ນ້ອຍ​ຖອຍ​ລົງ​ໃນ​ການ​ລົງທຶນ​ຂອງ​ຈີນ. ​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຮ່ວມ​ກັນ​ກັບ ທ່ານ​ນາງ ຮິ​ລແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ເມື່ອ​ບໍ່​ນານ​ມາ​ນີ້​ ທ່ານ​ກ່າວວ່າ:

“ພວກ​ເຮົາ​ໄດ້​ມີ​ການ​ຮ່ວມ​ມື​ທີ່​ດີ​ຫລາຍ​ກັບ​ຈີນ ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຈຶ່ງ​ບໍ່​ຄິດ​ວ່າ ມັນ​ຈະ​ແຕະຕ້ອງ​ໄປ​ເຖິງ​ຄວາມ​ສໍາພັນ​ໃນ​ອະນາຄົດ​ກັບ​ຈີນ​ດອກ.”

ທ່ານ​ນາງ ຮິ​ລແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ສະຫະລັດ​ຮັບ​ຮູ້​ຄວາມ​ສໍາພັນ ​ລະຫວ່າງມຽນມາ​ແລະ​ຈີນ. ທ່ານ​ນາງ ຄລິນ​ຕັນ ກ່າວ​ຕໍ່​ໄປ​ວ່າ:

“​ເລື້ອງ​ນີ້​ມັນ​ບໍ່​ກ່ຽວ​ກັບປະ​ເທດ​ອື່ນ​ໃດ ມັນ​ກ່ຽວ​ກັບພວກ​ເຮົາ​ເອງ. ມັນ​ມີ​ຮາກ​ເຫງົ້າ​ມາ​ຈາກ ການ​ປ່ຽນ​ແປງ​ຕ່າງໆທີ່​ພວກ​ເຮົາໄດ້​ເຫັນ​ມັນ​ເກີດ​ຂຶ້ນມາ ​ແລະ​ຈາກຄວາມ​ປາດ​ຖະໜາ​ຂອງ​ພວກ​ເຮົາ​ ທີ່​ຢາກ​ສະໜັບສະໜຸນ​ການ​ປ່ຽນ​ແປງ​ ເຫຼົ່າ​ນັ້​ນ​ ໃຫ້​ມີ​ໄປຢ່າງ​ຕໍ່​ເນຶ່ອງ.”

ທ່ານ Doug Bandow ທີ່​ສະ​ຖາ​ບັນ Cato Institute ຂອງ​ວໍ​ຊິງ​ຕັນ ກ່າວ​ວ່າ ທັງ​ມຽນມາ ​ແລະ​ຈີນ ກໍ​ກໍາລັງ​ປ່ຽນ​ແປງ​.

ເບິ່ງວີດີໂອ ພາສາອັງກິດ:

ທ່ານ Bandow ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຂົາ​ເຈົ້າກໍາລັງ​ເຫັນ​ກັນ​ຢູ່​ໃນ​ມຽນມາ ການເຄຶ່ອນ​ໄຫວແບບ​ນີ້​ໄປ​ຍັງ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ. ຂ້າພະ​ເຈົ້າຄິດ​ວ່າ​ ​ຄວາມ​ເປັນ​ຫ່ວງ​ສ່ວນ​ນຶ່ງ​ນັ້ນ ​ແມ່ນກ່ຽວ​ກັບ​ຄວາມ​ສໍາພັນ​ທີ່​ແໜ້ນ​ແຟ້ນກັບ​ປັກ​ກິ່ງ ຊຶ່ງ​ຂ້າພະ​ເຈົ້າຄິດ​ວ່າ ​ຈີນ​ກໍ​ກໍາລັງ​ຮຽນ​ຮູ້​ວ່າ​ຕົນ​ຈະ​ຕ້ອງ​ໄດ້​ເຂົ້າພົວພັນ​ທາງ​ການ​ທູດ​ນັ້ນ​ນໍາ​ເຊັ່ນ​ກັນ.”

ທ່ານ Bandow ​ເຊຶ່ອວ່າ ​ເຫດຜົນ​ໃນການ​ປະຕິ​ຮູບ​ຂອງ​ມຽນມາ ​ສ່ວນ​ນຶ່ງ​ແມ່ນ​ມາ​ຈາກ​ການທີ່​ມຽນມາບໍ່​ຢາກໃຫ້​ຕົນເປັນ​ຄື​ກັບ​ເກົາຫຼີ​ເໜືອ ຄືເປັນ​ປະ​ເທດຍາກ ຈົນ ​ທີ່​ເພີ່ງ​ພາ​ຈີນ​ປະ​ເທດດຽວ​ເທົ່າ​ນັ້ນ.

ບໍ່​ດົນ​ກ່ອນ​ການ​ລົງ​ໂທດ​ຖືກ​ໂຈະ​ໄວ້​ນັ້ນ ມຽນມາ​ໄດ້​ສັ່ງໃຫ້ຢຸດ​ວຽກ​ງານກໍ່ສ້າງ ​ເຂຶ່ອນ​ໄຟຟ້າ​ນໍ້າຕົກ​ ມູນ​ຄ່າສາມ​ພັນ​ລ້ານ​ໂດ​ລາຂອງ​ຈີນ ຫຼັງ​ຈາກມີ​ການປະ​ທ້ວງ​ຫຼາຍ​ບັ້ນ​ໂດຍບັນດາ​ນັກ​ເຄຶ່ອນ​ໄຫວປົກ​ປ້ອງ​ສະພາບ​ແວ​ດລ້ອມ ​ແຕ່​ທ່ານ Rex Rieffel ​ແຫ່ງສະ​ຖາ​ບັນ Brookings Institution ກ່າວ​ວ່າ ​ແທນ​ທີ່​ວ່າ​ຈະ​ເຮັດ​ໃຫ້​ການ​ລົງ​ທຶນ​ຂອງຈີນ​ຜິດ​ຫວັງ​ນັ້ນ ມັນ​ອາດ​ຊ່ວຍ​ໃຫ້​ຄວາມ​ສໍາພັນ​ ກ້າວໄກໄປ​ຂ້າງ​ໜ້າ​ອີກ. ທ່ານ Rieffel ອະທິບາຍ​ຕໍ່​ໄປ​ວ່າ:

“ມັນ​ກໍ​ມີ​ບາງ​ພາກສ່ວນ​ໃນ​ກຸ່ມ​ວົງ​ການຜູ້ວາງນະ​ໂຍບາຍ​ຂອງ​ຈີນ​ ທີ່​ບໍ່ພໍ​ໃຈ​ນໍາ​ການ​ກໍ່ສ້າງ​ເຂື່ອນ​ນັ້ນ ​ແຕ່​ທໍາ​ອິດ​ຢູ່​ແລ້ວ ​ແລະ​ກໍ​ບໍ່​ເສຍ​ໃຈ​ວ່າ ການສ້າງ​ເຂຶ່ອນ​ດັ່ງກ່າວ​ໄດ້​ຖືກ​ສັ່ງ​ໃຫ້ຢຸດ​ ​ແລະ​ກໍ​ເຊຶ່ອວ່າຄວາມ​ສໍາພັນ​ອັນ​ສໍາຄັນຫລາຍ ​ທີ່​ມີມາ​ດົນ​ນານ​ລະຫວ່າງ​ຈີນກັບ​ມຽນມາ​ນັ້ນ ຈະ​ດີ​ຂຶ້ນຊໍ້າ ຫຼັງ​ຈາກ​ອຸບປະສັກຕ່າງໆ​ ໄດ້ຜ່ານ​ພົ້ນ​ໄປ​ແລ້ວ​.”

ບັນດາ​ເຈົ້າໜ້າ​ທີ່​ມຽນມາ​ກ່າວ​ວ່າ ການ​ລົງທຶນ​ຊຸດ​ໃໝ່​ຈະ​ຊ່ວຍ​ສະໜັບສະໜຸນ ອຸ້ມ​ຊູ​ການ​ປະຕິ​ຮູບ​ຕ່າງໆ​ໄດ້ ​ແຕ່​ສະຫະລັດ​ອາດ​ທໍາ​ການ​ລົງ​ໂທດ​ມຽນມາ​ເຄັ່ງ​ຄັດຍິ່ງ​ຂຶ້ນ​ອີກ​ ຖ້າ​ຫາກ​ການ​ປະຕິ​ຮູບ​ເຫຼົ່າ​ນັ້ນ​ບໍ່​ດໍາ​ເນີນ​ສືບ​ຕໍ່​ໄປ.

XS
SM
MD
LG