ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກີດກັ້ນເວັບໄຊ ເສດຖະກິດ "Time" ໃນປະເທດ


ເວັບໄຊຂ່າວຂອງວາລະສານ Time- ໜ້າປົກຂອງ
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ
ພັກຣີພັບບລີກັນ ທ່ານ Donald Trump ໄດ້ຖືກ
ພິມໃນໜ້າປົກຂອງວາລະສານ ແລະ ວາລະສານ
The Economist ປະຈຸບັນນີ້ໄດ້ຖືກຫ້າມໃນປະ
ເທດ ຈີນ ແຜ່ນດິນໃຫຍ່.
ເວັບໄຊຂ່າວຂອງວາລະສານ Time- ໜ້າປົກຂອງ ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກ ພັກຣີພັບບລີກັນ ທ່ານ Donald Trump ໄດ້ຖືກ ພິມໃນໜ້າປົກຂອງວາລະສານ ແລະ ວາລະສານ The Economist ປະຈຸບັນນີ້ໄດ້ຖືກຫ້າມໃນປະ ເທດ ຈີນ ແຜ່ນດິນໃຫຍ່.

ວາລະສານ The Economist ແລະ Time ໄດ້ຮ່ວມຕົກໃນຂະບວນຂອງເວັບໄຊຂ່າວ ຕ່າງປະເທດທີ່ໄດ້ຖືກກີດກັ້ນໃນປະເທດ ຈີນ ແຜ່ນ ດິນໃຫຍ່.

ໜັງສືພິມ The New York Times ລາຍງານໃນວັນສຸກທີ່ຜ່ານມາວ່າ ການກວດກາສື່ ມວນຊົນເບິ່ງຄືວ່າ ໄດ້ຖືກກະຕຸ້ນໂດຍຫົວຂໍ້ທີ່ຖືກຕີິພິມຂອງວາລະສານເມື່ອບໍ່ດົນມານີ້ທີ່ ວິຈານ ກ່ຽວກັບ ປະທານປະເທດຂອງ ຈີນ, ທ່ານ ສີ ຈິ່ນຜິງ.

ຈີນ ໄດ້ກີດກັ້ນເວັບໄຊຂ່າວຕ່າງປະເທດຈຳນວນຫຼາຍ, ລວມທັງ ວີໂອເອ, The New York Times, The Independent ແລະ Bloomberg.

ອີງຕາມເວບໄຊ GreatFire.org, ເຊິ່ງເປັນເວັບໄຊໜຶ່ງທີ່ຕິດຕາມການກວດກາ ອິນເຕີ ແນັດ ແລະ ສື່ສັງຄົມໃນ ຈີນ, ເວັບໄຊ ຂອງວາລະສານ The Economist ແລະ application ມືຖື ຂອງພວກເຂົາເຈົ້າໄດ້ຖືກກວດການັບຕັ້ງແຕ່ວັນທີ 2 ເມສາເປັນຕົ້ນມາ.

ໃນຂະນະດຽວກັນ, ການສະແດງອັນໜຶ່ງທີ່ເປັນການເຢາະເຢີ້ຍ ກ່ຽວກັບ ຜູ້ຈັບຂໍ້ມູນຂອງ ປະເທດ ຄອມມູນິວ, ຜູ້ສ້າງລະບົບຮັກສາຄວາມປອດໄພທາງອິນເຕີແນັດຂອງ ຈີນ, ກົນ ໄ ການກັ່ນກອງເຊິ່ງລັດຖະບານຄວບຄຸມສິ່ງທີ່ປະຊາຊົນ ຈີນ ສາມາດ ແລະ ບໍ່ສາມາດເບິ່ງ ໄດ້ທາງອອນໄລນ໌, ໂຕລາວເອງກໍແມ່ນໄດ້ຖືກກີດກັ້ນຈາກການເຂົ້າເບິ່ງເວັບໄຊ ໃນລະ ຫວ່າງການກ່າວປາຖະກະຖາເມື່ອບໍ່ດົນມານີ້ທີ່ສະຖາບັນເທັກໂນໂລຈີ Harbin.

ທ່ານ Fang Binxing ໄດ້ພະຍາຍາມທີ່ຈະເຂົ້າເວັບໄຊໜຶ່ງຂອງ ເກົາຫຼີໃຕ້ ໃນເວລາທີ່ ລາວໄດ້ຖືກປະຕິເສດບໍ່ໃຫ້ເຂົ້ານັ້ນ, ເຊິ່ງໝາຍຄວາມວ່າລາວຕ້ອງໄດ້ຫຼີກລ່ຽງການປະດິດ ສ້າງຂຶ້ນມາຂອງລາວເອງ ແລະ ໃຊ້ເຄືອຂ່າຍ Virtual Private Network ເຊິ່ງປະຊາຊົນ ຈີນ ຫຼາຍຄົນໃຊ້ເພື່ອເຂົ້າເວັບໄຊຕ່າງໆຂອງປະເທດຕາເວັນຕົກເຊັ່ນ Facebook, Twitter ເພື່ອເບິ່ງຜູ້ຊົມຂອງລາວໄດ້ຢ່າງຊັດເຈນ.

“ເຈົ້າພໍ່” ແຫ່ງລະບົບຮັກສາຄວາມປອດໄພທາງອິນເຕີແນັດຂອງ ຈີນ ຕໍ່ມາໄດ້ຖືກເຢາະ ເຢີ້ຍໄປທົ່ວໃນໂລກອອນໄລນ໌ ສຳລັບການທີ່ລາວໄດ້ຖືກທົດລອງໂດຍສິ່ງປະດິດສ້າງຂອງ ລາວເອງ.

China Censorship
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG