ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

7 ຄົນເສຍຊີວິດທີ່ເຂດຊິນຈຽງ


ທ່ານ Nur Bekri ຜູ້ປົກຄອງເຂດຊິນຈຽງ (19 ສິງຫາ 2010)
ທ່ານ Nur Bekri ຜູ້ປົກຄອງເຂດຊິນຈຽງ (19 ສິງຫາ 2010)

ມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະໄດ້ຮັບບາດເຈັບອີກ 14 ຄົນ ໃນເຫດລະເບີດທີ່ເຂດຊິນຈຽງ ທາງພາກຕາເວັນ ຕົກຂອງຈີນ.

ເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດ ຢູ່ທີ່ເມືອງ Aksu ແມ່ນ ເກີດຈາກສາມລໍ້ໄຟຟ້າ. ສາເຫດທີ່ພາໃຫ້ເກີດລະເບີດ ແມ່ນຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອ ແຕ່ລາຍງານຂ່າວ ແຈ້ງວ່າ ຕໍາຫຼວດກຳລັງສອບປາກ ຄຳຜູ້ຕ້ອງສົງໄສ ຄົນນຶ່ງ ທີ່ຖືກຈັບ ຢູ່ບໍລິເວນ ເກີດເຫດລະເບີດ.

ເຂດຊິນຈຽງ ເປັນບ່ອນຢູ່ອາໄສ ຂອງພວກຊົນກຸ່ມນ້ອຍເຜົ່າວີເກີ້ ທີ່ນັບຖືສາສະໜາອິສລາມ ແລະເປັນບ່ອນທີ່ ໄດ້ເກີດຄວາມຮຸນແຮງຫຼາຍໆຄັ້ງ ເມື່ອບໍ່ດົນຜ່ານມານີ້. ໃນເດືອນມິຖຸນາ ປີ 2009 ໄດ້ເກີດຄວາມຮຸນແຮງຂຶ້ນ ລະຫວ່າງຊາວວີເກີ້ ແລະຊາວຮັນ ຊຶ່ງເປັນຊົນກຸ່ມໃຫຍ່ ຂອງຈີນ ທີ່ເມືອງອຸຣຸມຈີ ເມືອງເອກຂອງເຂດຊິນຈຽງ.

ມີເກືອບ 200 ຄົນເສຍຊີວິດ ແລະອີກຫຼາຍຮ້ອຍຄົນໄດ້ຮັບບາດເຈັບ ໃນການກໍ່ຈະລາຈົນ ຄັ້ງນັ້ນ ຊຶ່ງເປັນຄັ້ງທີ່ຮ້າຍແຮງສຸດ ລະຫວ່າງພວກຊົນເຜົ່າ ຢູ່ໃນປະເທດຈີນ ໃນຮອບຫຼາຍໆທົດສະວັດ. ເຈົ້າໜ້າທີ່ໄດ້ຈັບຫຼາຍຮ້ອຍຄົນ ແລະປະມານ 20 ກວ່າຄົນໃນນັ້ນ ໄດ້ຖືກຕັດສິນໂທດ ປະຫານຊີວິດ.

XS
SM
MD
LG