ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນ ຂຸ້ນຂ້ຽວຄົ້ນຫາ ແຫລ່ງທີ່ມາຂອງ ໄວຣັສໄຂ້ຫວັດນົກ ສາຍພັນໃໝ່ H7N9 (ວີດິໂອ)


ທາງການຈີນກໍາລັງປະຊຸມກັນ ເລຶ່ອງໄຂ້ຫວັດນົກ ສາຍພັນໃໝ່
H7N9
ທາງການຈີນກໍາລັງປະຊຸມກັນ ເລຶ່ອງໄຂ້ຫວັດນົກ ສາຍພັນໃໝ່ H7N9
ເຊື້ອໄວຣັສ H7N9 ເປັນເຊື້ອໄວຣັສສັດປີກ ສາຍພັນໃໝ່ຫລ້າ​
ສຸດ ທີ່ໄດ້ແຜ່ລາມກວ້າງອອກໄປ 700 ຫຼັກທົ່ວເຂດສາມແຂວງ
ຂອງຈີນ ນັບຕັ້ງແຕ່ທາງການໄດ້ພົບເຫັນເຊື້ອໄວຣັສນີ້ ເມື່ອ
ເດືອນຜ່ານມາ. ຂະນະ​ທີ່ບັນດານັກຄົ້ນຄວ້າກໍາລັງພາກັນພະ
ຍາຍ​າມຄົ້ນ​ຄ້ວາວ່າ ພະຍາດດັ່ງກ່າວນີ້ແຜ່ເຊື້ອໄປໄດ້ຢ່າງໃດ
ນັ້ນ ຄວາມເປັນຫ່ວງກໍ​ເພີ້​ມທະວີ​ຂຶ້ນ​ນັບ​ມື້ ກ່ຽວກັບອັນຕະລາຍ
ທີ່ມີຕໍ່ມະນຸດ. ຜູ້ສື່ຂ່າວວີໂອເອ Ivan Broadhead ມີລາຍ
ງານ ເລຶ່ອງນີ້ຈາກຮ່ອງກົງ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

China Uses Past Experience to Cope with New Flu Virus
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

ເຈົ້າໜ້າທີ່ຈີນໄດ້​ເອົາສັດປີກຕາມຕະຫຼາດໃນເມືອງ Shanghai ​ໄປ​ຂ້າ​ຖິ້ມ​ໝົດ ຫຼັງຈາກ
ໄດ້ຄົ້ນພົບເຊື້ອໄວຣັສ H7N9 ໃນນົກກາງແກໃນ​ເຂດທ້ອງຖິ່ນ. ສ່ວນໄຕ້ຫວັນ ກໍນໍາເອົາ
ຢາຕ້ານເຊື້ອໄວຣັສດັ່ງກ່າວ ອອກວາງຂາຍໃຫ້ປະຊາຊົນໃນລາຄາຖືກ ຕະຫຼອດເດືອນ
ເມສານີ້ .

ຈີນລາຍງານວ່າ ເດັກຊາຍອາຍຸສີ່ປີ​ໄດ້ຫາຍຂາດຈາກການຕິດເຊື້ອໄວຣັສ H7N9 ​ໃນ
ຈໍານວນຫຼາຍສິບກໍລະນີ ທີ່ຮູ້ກັນ​ວ່າ​ຕິດ​ເຊື້ອ​ດັ່ງກ່າວ​ນັ້ນ ​ແຕ່​ກໍມີ 11 ຄົນໃນນັ້ນ ທີ່ເສຍ
ຊີວິດ​ໄປ​ແລ້ວ.

ອາຈານ Malik Peiris ຜູ້ອໍານວຍການສູນກາງຄົ້ນຄວ້າ Pasteur ທີ່ມະຫາວິທະຍາໄລ
ຮ່ອງກົງ ເວົ້າວ່າ:

“ພວກເຮົາຕ້ອງລະມັດລະວັງທີ່ສຸດກ່ຽວກັບການຕີຄວາມໝາຍຂອງອັດຕາການ
ເສຍຊີວິດ ຍ້ອນວ່າ ປົກກະຕິແລ້ວຈະ
ມີ​ແຕ່ກໍລະນີ ທີ່ວ່າສາຫັດທີ່ສຸດ ​ໄດ້​ຖືກ​ຕິດ
ຕາມ​ເບິ່ງ
. ອາດມີກໍລະນີທີ່ບໍ່ຮຸນແຮງ ທີ່ພວກເຮົາບໍ່ຮູ້ເຫັນ. ສະນັ້ນ ​ໃນ​ແງ່​ນຶ່ງ
ມັນ​ອາດ
ຈະ​ເບິ່ງ​ຄື​ວ່າ ການເສຍຊີວິດແລະຄວາມ​ຮ້າຍ​ແຮງ ບໍ່​ໜັກ​ໜາ​ປານ​ໃດ ແຕ່ໃນອີກແງ່ນຶ່ງ ມັນ​ກໍອາດໝາຍ​ຄວາມ​ໄດ້​ເຊ່ນ​ກັນ​ວ່າ ມີການແຜ່ເຊື້ອຢູ່ໃນ
ກຸ່ມມະນຸດ
ຫຼາຍກ່ວາ ທີ່​ຮູ້​ກັນ.”

ເລີ່ມຕົ້ນວັນທີ່ 11 ເມສາອາທິດຜ່ານມານີ້ ສັດປີກນໍາເຂົ້າທີ່ຍັງມີຊີວິດ ຈະໄດ້​ຮັບ​ອະນຸ
ຍາດ​ໃຫ້ຂາຍໄດ້ຢູ່ໃນຮ່ອງກົງ ກໍຫຼັງຈາກທີ່​ມີ​ການກວດ​ເບິ່ງເຊື້ອໄວຣັສ H7N9 ຢູ່​ໃນຕົວ
ຢ່າງສາມເປີເຊັນ ຂອງ​ຈໍານວນ​ທີ່​ນໍາ​ເຂົ້າ​ເສຍ​ກ່ອນ. ທ່ານ Peris ເວົ້າວ່າ ເພື່ອຈະພັດ
ທະນາຢາປ້ອງ​ກັນຫຼືວັກຊີນ ແລະທໍາລາຍວົງວຽນຂອງການຕິດເຊື້ອໃຫ້​ໄດ້ນັ້ນ ກໍ​ແມ່ນ
ຈະຕ້ອງໄດ້ຄົ້ນພົບແຫຼ່ງກໍາເນີດຂອງການ​ແຜ່ລະບາດ ໃຫ້ໄດ້​ເສຍ​ກ່ອນ.

ທ່ານ Peiris ເວົ້າວ່າ: “ມັນເປັນເຊື້ອໄວຣັສທີ່ຄາດການລ່ວງໜ້າບໍ່ໄດ້. ມີປະຊາຊົນ
ຫຼາຍຮ້ອຍຄົນ
ທີ່ເຮັດວຽກໃກ້ຊິດກັບສັດປີກ ທີ່ບໍ່ປກົດວ່າໄດ້ຕິດເຊື້ອ ແຕ່ມີຢູ່ຄົນ
ນຶ່
ທີ່ອາດໄດ້ສໍາຜັດພຽງໜ້ອຍດຽວ ​ແຕ່​ກໍໄດ້ຕິດເຊື້ອ.”

ທ່ານ Peiris ເວົ້າອີກວ່າ: “ສິ່ງ​ທີ່ສໍາຄັນທີ່ສຸດ ກໍ​ຄື​ເຮົາຕ້ອງຂຶ້ນໄປຕາມສາຍ​ໂສ້​ຂອງຕະຫຼາດຂາຍສັດປີກ. ທີ່ເໝາະສົມທີ່​ສຸດ ກໍ​ຄືໄປຍັງຟາມລ້ຽງ ສັດປີກໂລດ ແລະພະຍາຍາມໃຫ້​ຮູ້ວ່າ ​ແມ່ນຊະນິດໃດທີ່ເປັນແຫຼ່ງທີ່​ມາ​ຕົ້ນຕໍ.”

Thomas Abraham ຜູ້ທີ່ຂຽນປຶ້ນຫົວນຶ່ງ ກ່ຽວກັບການແຜ່ລະບາດຂອງໂຣກ​ໄຂ້ຫວັດ
SARS ໃນປີ 2003 ກ່າວວ່າ ການປົກປິດບັນຫາໂດຍລັດຖະບານຈີນ ທີ່​ໄດ້​ມີ​ສ່ວນ​ເຮັ​ດ
ໃຫ້ເຊື້ອໄວຣັສ SARS ແຜ່ລາມອອກ​ໄປ​ນັ້ນ ​ເບິ່ງຊົງວ່າຈະບໍ່ເກີດຂຶ້ນຊໍ້າອີກ ກັບເຊື້ອ
ໄວຣັສ H7N9 ນີ້. ທ່ານ Abraham ເວົ້າວ່າ:

ກໍລະນີນຶ່ງ​ໃນ​ບັນດາຜູ້ຕິດເຊື້ອໄວຣັສ H7N9 ໃນຕອນຕົ້ນໆ ຢູ່ຊ້ຽງ​ໄຮ້​ນັ້ນ ເຖິງແມ່ນທາງໂຮງໝໍບໍ່​ໄດ້​ຖະ​ແຫຼງຫຍັງ​ອອກ​ມາ​ກໍ​ຕາມ ແຕ່ໃບຈົດທະບຽນ ເຂົ້າໄປປິ່ນປົວຂອງຄົນເຈັບ ກໍຖືກຖ່າຍຮູບໄວ້ ແລະນໍາລົງ​ໃນເວັບ​ໄຊ້ Weibo
ຂອງຈີນ. ການຫຼັ່ງໄຫຼຂອງຂໍ້ມູນແບບນີ້
ເປັນຝາຍກັ້ນນໍ້າ ທີ່ຢຸດບໍ່ໄດ້.”

​ເຖິງ​ແມ່ນ​ບັນດາເຈົ້າໜ້າທີ່ອົງການອະນາໄມໂລກເວົ້າວ່າ ຍັງ​ບໍ່​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະຕ້ອງ
ຕື່ນຕົກໃຈ​ເທື່ອກໍ​ຕາມ ​ແຕ່​ທ່ານ​ນາງ Laurie Garret ຊ່ຽວຊານຄົນນຶ່ງ ປະ​ຈໍາສະພາດ້ານ
ຄວາມສໍາພັນຕ່າງປະເທດ ກໍ​ມີຄວາມເປັນຫ່ວງວ່າ ຈໍານວນຜູ້ເສຍຊີວິດຍ້ອນເຊື້ອໄວຣັສ
H7N9 ຈະເພີ່ມສູງຂຶ້ນ. ທ່ານນາງ Laurie ເວົ້າວ່າ:

ສິ່ງ​ທີ່ປີ 2009 ສອນໃຫ້ພວກເຮົາຮູ້ກ່ຽວກັບໄຂ້ຫວັດໝູນັ້ນ ກໍແມ່ນວ່າ ຄວາມ
​ເປັນ​ເອກະ​ພາບ​ກັນລະດັບໂລກ ສາມາດຍຸຕິລົງໄດ້ ຢ່າງໄວຫຼາຍ. ຫຼາຍປະເທດ
ເລີ່ມປິດສະໜາມບິນ ແລະແຍກຕົວ
ພວກນັກເດີນທາງ​ໄປ​ກັກ​ໄວ້ ​ແລະເລີ່ມກັກ
ຕຸນຢຸກຢາ ແລະຢາວັກຊີນ ຊຶ່ງມັນເປັນພາບທີ່ບໍ່ງາມຕາປານໃດ.”


​ໃນ​ຂະນະທີ່ຄວາມຢ້ານກົວຂອງມະຫາຊົນ ​ເປັນບັນຫາ​ໃຫຍ່​ຢູ່ນີ້ ບັນດານັກຄົ້ນຄວ້າໃນ
ຮ່ອງກົງໄດ້ປະກາດວ່າ ພວກເຂົາເຈົ້າຈະທົບທວນເບິ່ງຜົນການສຶກສາຄົ້ນຄວ້າໃນປີ
2009 ເພື່ອຢືນຢັນວ່າ ໜ້າກາກປະເພດທີ່ໝໍໃຊ້ຜ່າຕັດ ທີ່​ມີ​ການສວມໃສ່ກັນຢ່າງກວ້າງ
ຂວາງໃນລະຫວ່າງລະດູໄຂ້ຫວັດນັ້ນ ແທ້ໆແລ້ວແມ່ນມີປະສິດທິພາບສູງເຖິງ 70 ​ເປີເຊັນ
ໃນການປ້ອງກັນການແຜ່ລາມຂອງເຊື້ອໄວຣັສຂອງໄຂ້ຫວັດນັ້ນ.
XS
SM
MD
LG