ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບໍ່ມີຫລັກຖານວ່າ ເຊື້ອໄຂ້ຫວັດສັດປີກ ໃນຈີນ ກໍາລັງຕິດແປດ ລະຫວ່າງມະນຸດ (ວີດິໂອ)


ພວກພໍ່ຄ້າ ແມ່ຄ້າ ຂາຍໄກ່ກໍາລັງພາກັນປິດຮ້ານ ທີ່ຖືກສັ່ງຈາກ ເຈົ້າໜ້າທີ່ ໃຫ້ເຊົາຂາຍ ເມື່ອວັນເສົາຜ່ານມາ, ທີ 6 ເມສາ 2013.
ພວກພໍ່ຄ້າ ແມ່ຄ້າ ຂາຍໄກ່ກໍາລັງພາກັນປິດຮ້ານ ທີ່ຖືກສັ່ງຈາກ ເຈົ້າໜ້າທີ່ ໃຫ້ເຊົາຂາຍ ເມື່ອວັນເສົາຜ່ານມາ, ທີ 6 ເມສາ 2013.
ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ບໍ່​ມີ​ຫລັກ​ຖານ​ໃດໆທີ່ສະ​ແດງ​ວ່າ
​ເຊື້ອ​ພະ​ຍາດ​ໄຂ້ຫວັດ​ສັດ​ປິກ ທີ່​ພົບ​ເຫັນ​ຢູ່​ໃນ​ຈີນ ກໍາລັງ​ແຜ່​ຜາຍ
ໃນ​ລະຫວ່າງ​ມະນຸດ.

6 ​ຄົນ​ໄດ້​ເສຍ​ຊີວິດ ​ແລະ 15 ຄົນ​ໄດ້​ລົ້ມ​ປ່ວຍ​ໜັກ​ຈາກ​ເຊື້ອ​ພະ
ຍາດ H7N9 ທີ່​ລະບາດ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

ນີ້​ເປັນ​ຄັ້ງທໍາ​ອິດ ​ທີ່​ເຊື້ອ​ພະຍາດ H7N9 ​ໄດ້​ພົບ​ເຫັນ​ຢູ່​ໃນ​ມະນຸດ​.
​ແຕ່​ ທ່ານ Micheal O’Leary ຜູ້ຕາງໜ້າ WHO ຫລື​ອົງການ​ອະ
ນາ​ໄມ​ໂລກ ​ໃນ​ຈີນ​ກ່າວ​ວ່າ ບໍ່​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະຕ້ອງ​ຕື່ນ​ຕົກ​ໃຈ
ນໍາການແຜ່​ລະບາດ​ເທື່ອ​ຫລ້າ​ສຸດ​ນີ້. ທ່ານ​ເວ້າວ່າ:

“​ກໍລະນີ​ຕິດ​ເຊື້ອຮ້າຍ​ແຮງພວກ​ນີ້ ​ແມ່ນມີ​ຈໍາ​ນວນ​ນ້ອຍຫລາຍ
ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ແລະ​ການ​ປິ່ນປົວຂອງສ່ວນ​ບຸກຄົນ
ແລະ​ບໍ່​ມີຜົນ​ກະທົບ​ຕໍ່ສຸຂະພາບ​ຂອງ​ສາທາລະນະຊົນ ທີ່​ຮູ້ຈັກ
​ກັນເທື່ອ​ໃນ​ຂັ້ນ​ນີ້. ເພາະສະ​ນັ້ນ ​ເຮົາ​ຕ້ອງ​ໄດ້​ຕິດຕາມ​ສັງ​ເກ​ດ​
ການ​ເບິ່ງສະພາບ​ການຢ່າງ​ໃກ້ຊິດ ​ແຕ່​ວ່າພວກ​ເຮົາ​ກໍຄົງຈະບໍ່
​ສາມາດຄາດ​ຄະ​ເນ ​ສະຖານະ​ການ​ໄດ້​ດີປານ​ໃດ ​ອີງ​ຕາ​ມປະ
ສົບປະ​ການ​ທີ່​ເຄີຍ​ມີ​ມາ ກັບເຊື້ອ​ໄວຣັສໄຂ້ຫວັດອື່ນໆ”


ບັນດາ​ເຈົ້າ​ໜ້າ​ທີ່​ໃນທົ່ວ​ຂົງ​ເຂດ ​ໄດ້​ອັດ​ຕະຫລາດ​ຂາຍ​ໄກ່​ສົດ ​ສັ່ງ​ງົດ​ການ​ຄ້າ​ສັດ​ປິກທັງ
​ໝົດ ​ແລະໄດ້​ເລີ້ມຂ້າ​ສັດ​ປີກຢ່າງໃຫຍ່ ​ເພື່ອຕ້ານ​ຢັນ​ເຊື້ອ​ພະຍາດ​ສັດ​ປິກ​ຊະ​ນິດ​ໃໝ່ນີ້.

ບັນຫາໄຂ້ຫວັດສັດປີກ ໃນຈີນ
please wait

No media source currently available

0:00 0:01:10 0:00
XS
SM
MD
LG