ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ເລີ້ມຂ້າ ສັດປີກ 20,000 ໂຕ ຢູ່ທີ່ ນະຄອນຊຽງໄຮ້ (ວີດີໂອ)


ພໍ່ຄ້າຄົນນຶ່ງ ກຽມນຳເອົາໄກ່ຂອງລາວກັບຄືນບ້ານ ຫຼັງຈາກເຈົ້າໜ້າທີ່ ສັ່ງປິດຕະຫຼາດ ບ່ອນທີ່ລາວຂາຍໄກ່ ໃນເມືອງ Wuhan ແຂວງ Hubei (5 ເມສາ 2013)
ພໍ່ຄ້າຄົນນຶ່ງ ກຽມນຳເອົາໄກ່ຂອງລາວກັບຄືນບ້ານ ຫຼັງຈາກເຈົ້າໜ້າທີ່ ສັ່ງປິດຕະຫຼາດ ບ່ອນທີ່ລາວຂາຍໄກ່ ໃນເມືອງ Wuhan ແຂວງ Hubei (5 ເມສາ 2013)
ຈີນໄດ້ອັດຕະຫຼາດຂາຍສັດປີກທີ່ນະຄອນຊຽງໄຮ້ ແລະເລີ້ມຂ້າ ສັດປີກຫລາຍກວ່າ 20,000 ໂຕ ໃນຄວາມພະຍາຍາມເພື່ອຍຸຕິ
ການແຜ່ລະບາດ ຂອງໄຂ້ຫວັດສັດປີກ ສາຍພັນໃໝ່.

ເຈົ້າໜ້າທີ່ສາທາລະນະສຸກ ເວົ້າວ່າ ມາຈົນຮອດ ວັນສຸກວານນີ້
ເຊື້ອໄວຣັສ H7N9 ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 6 ຄົນ ລາຍ ຫຼ້າສຸດແມ່ນພໍ່ນາອາຍຸ 64 ປີທີ່ເມືອງ Huzhou ໃນແຂວງ Zhe-
jiang ທາງພາກຕາເວັນອອກຂອງຈີນ.

ເຈົ້າໜ້າທີ່ກ່າວວ່າ ມີທັງໝົດ 14 ຄົນທີ່ຮູ້ກັນວ່າໄດ້ຕິດເຊື້ອໄວ
ຣັສນີ້ ແລະພວກນັກວິທະຍາສາດຍັງຢູ່ອີກໄກ ຈຶ່ງຈະຮູ້ໄດ້ວ່າ ເຊື້ອຣັສດັ່ງກ່າວນີ້ແຜ່ລະບາດແບບໃດ. ເຈົ້າໜ້າທີ່ເວົ້າວ່າ ການກວດຕ່າງໆມາຈົນຮອດ ເວລານີ້ ສະແດງໃຫ້ເຫັນວ່າ ເຊື້ອໄວຣັສນີ້ບໍ່ສາມາດຕິດແປດແຕ່ມະນຸດຫາມະນຸດໄດ້.

ຫົວໜ້າພະແນກຄວບຄຸມ ແລະປ້ອງກັນພະຍາດ ຂອງນະຄອນຊຽງໄຮ້ ທ່ານ Wu Fan ກ່າວໃນວັນສຸກວານນີ້ວ່າ ການກວດຕ່າງໆແມ່ນໄດ້ປະຕິເສດຕໍ່ຄວາມເປັນໄປໄດ້ທີ່ວ່າ ຜູ້ຊາຍຄົນນຶ່ງ ອາດໄດ້ຮັບເຊື້ອ H7N9 ຈາກຜູ້ເຄາະຮ້າຍທີ່ໄດ້ຮັບການຢືນຢັນຕິດເຊື້ອ.

ທ່ານ Wu ເວົ້າວ່າ “ການກວດສອບຂອງຫ້ອງປະຕິບັດການວິໄຈຂອງພວກເຮົາໃຫ້ການ ຢືນຢັນວ່າ ການກວດພະຍາດຂອງຜູ້ນຶ່ງໃນຈຳນວນ 119 ຄົນ ທີ່ມີການຕິດຕໍ່ຢ່າງໃກ້ຊິດ ກັບພວກຄົນປ່ວຍ ຕິດເຊື້ອ H7N9 ທີ່ສົງໄສວ່າ ມີອາການແບບໄຂຫວັດນີ້ ທັງໝົດແມ່ນ ໄດ້ສະແດງໃຫ້ເຫັນວ່າບໍ່ມີເຊື້ອ H7N9. ນີ້ແມ່ນໝາຍຄວາມວ່າ ລາວບໍ່ໄດ້ຕິດເຊື້ອໄວຣັສ H7N9 ແລະມັນກໍເປັນຂ່າວດີສຳລັບປະຊາຊົນ.”

ຜົນການກວດຢູ່ຮົງກົງ ກໍເຮັດໃຫ້ຄວາມຢ້ານກົວໝົດໄປ ກ່ຽວກັບເຊື້ອໄວຣັສດັ່ງກ່າວ ຊຶ່ງ ໄດ້ແຜ່ລາມເຂົ້າໄປເຖິງຮົງກົງແລ້ວນັ້ນ. ເຈົ້າໜ້າທີ່ໂຮງໝໍ ປະກາດໃນຕອນແລງຂອງວັນ ສຸກວານນີ້ວ່າເດັກຍິງອາຍຸ 7 ປີຄົນນຶ່ງທີ່ໄດ້ເດີນທາງໄປນະຄອນຊຽງໄຮ້ແລະໄດ້ຈັບບາຍ ສັດປີກນັ້ນ ກໍກວດພົບວ່າ ບໍ່ໄດ້ຕິດເຊື້ອໄວຣັສ ແຕ່ຢ່າງໃດເລີຍ.

XS
SM
MD
LG