ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຂ້ຫວັດສັດປີກ ເອົາຊີວິດ ອີກຄົນນຶ່ງ ຢູ່ຈີນ


ພະນັກງານອະນາໄມຂ້າແລະເກັບມ້ຽນໄກ່ທີ່ເປັນພະຍາດ ຢູ່ຮົງກົງ, ວັນທີ 21 ທັນວາ 2011.
ພະນັກງານອະນາໄມຂ້າແລະເກັບມ້ຽນໄກ່ທີ່ເປັນພະຍາດ ຢູ່ຮົງກົງ, ວັນທີ 21 ທັນວາ 2011.

ຈີນ​ໄດ້​ລາຍງານ​ໃຫ້​ຊາບ​ ກ່ຽວ​ກັບ​ການ​ຕາຍ​ລາຍທີ​ສອງ ໃນ​ເດືອນ​ດຽວ​ກັນ ​ໃນ​ວັນ​ອາທິດວານນີ້ ຍ້ອນພະຍາດ​ໄຂ້ຫວັດ​ສັດ​ປີກ ລຸນ​ຫລັງ​ທີ່​ມີ​ຄົນຕາຍຄົນ​ນຶ່ງທີ່ ຫວຽດນາມ ​ແລະ​ເດັກນ້ອຍ​ຄົນ​ນຶ່ງທີ່ກໍາ​ປູ​ເຈຍ.

ເຈົ້າ​ໜ້າ​ທີ​ກ່າວ​ວ່າ ຄົນ​ປ່ວຍ​ຄົນ​ຫລ້າ​ສຸດ​ໄດ້​ເສ​ຍຊີວິດ ​ໃນ​ມື້​ວັນ​ອາທິດ​ທີ​ແຂວງ Guizhou ຫລັງ​ຈາກ​ໄດ້​ເຂົ້າ​ໂຮງ​ໝໍ ​ເມື່ອວັນ​ທີ 6 ເດືອນມັງ ກອນນີ້. ຜູ້​ຊາຍ​ອາຍຸ 39 ປີ​ຄົນນີ້ ເວົ້າ​ວ່າ ລາວ​ບໍ່​ໄດ້ຈັບບາຍ​ຫລື​ແຕະ ຕ້ອງ​ ​ສັດ​ປີກ​ໂດຍ​ກົງ

ໃນ​ທ້າຍ​ເດືອນ​ທັນ​ວາ ຄົນ​ຂັບ​ລົດ​ເມຄົນ​ນຶ່ງ​ໄດ້​ເສຍ​ຊີວິດ​ຍ້ອນ​ໂຣກ ໄຂ້ຫວັດ​ສັດ​ປີກ ຢູ່​ ​ແຂວງ Guangdong ທາງ​ພາກໃຕ້​ຂອງຈີນ.

ຕາມປົກກະຕິ​ແລ້ວ ​ເຊື້ອໄວຣັສ​ໂຣກນີ້​ຈະ​ຕິດ​ຕໍ່ຫາ​ຄົນ​ໄດ້​ ກໍໃນ​ເມື່ອ​ມີ​ການ​ໄປ​ແຕະຕ້ອງ​ກັບ​ສັດ​ປີກ​ທີ​ຕາຍ​ແລ້ວ

ນັກວິທະຍາສາດ ມີ​ຄວາມ​ຢ້ານ​ກົວວ່າ​ເຊື້ອ​ໄວຣັສ H5N1 ອາດ​ຈະ​ປັບ​ປ່ຽນ​ຮູບ​ແບບ ​ໄປ​ເປັນ​ເຊື້ອ​ທີ່ແຜ່​ພະຍາດ​ໄປ​ຫາ​ຄົນ​ໄດ້​ຢ່າງ​ງ່າຍດາຍ ຊຶ່ງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ຈະ​ເຮັດໃຫ້ມີ​ຄົນ​ເສຍ​ຊີວິດ​ ຫລາຍ​ລ້ານ​ຄົນ​ໄດ້.

XS
SM
MD
LG