ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຫ້າມບໍ່ໃຫ້ ຊາວມຸສລິມ ຈຳນວນນຶ່ງ ອົດອາຫານ ໃນເດືອນ ຣາມາດານ (ວີດີໂອ)


China Bans Many Uighur Muslims From Ramadan Fast
please wait

No media source currently available

0:00 0:02:11 0:00

ຊາວ​ມຸສລິ​ມ ຢູ່ໃນ​ທົ່ວ​ໂລກ ຮວມ​ທັງຊາວ Uighurs ​ໃນ​ເຂດ
Xinjiang ປະ​ເທດ​ຈີນ ພາກັນ​ສະຫຼອງ​ເດືອນ​ສັກສິດ​ Ramadan
ຂອງສາສະ​ໜາ​ອິສລາມ ທີ່​ຮວມ​ທັງ​ການ​ອົດ​ອາຫານ ແຕ່ຕາ​ເວັນ
ຂື້ນ​ຈົນ​ຮອດ​ຕາ​ເວັນ​ຕົກ. ​ແຕ່​ຫລາຍໆຄົນ ຢູ່​ໃນ​ ​ເຂດ​ທີ່​ວຸ້ນວາຍ
ດັ່ງກ່າວ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້ອົດ​ອາຫານ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງບັນ
ດາ​ຂ້າ​ລັດຖະການ ນາຍຄູ ​ແລະ​ພວກ​ນັກຮຽນ.

ທ່ານ June Teufel Dreyer ສາ​ສະ​ດາ​ຈານສອນລັດຖະສາດ
ທ່ານ​ນຶ່ງ ທີ່​ມະ ຫາວິທະຍາ​ໄລ Miami ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່
ມັກ​ຈະ​ໃຫ້ເຫດຜົນ ໃນການຫ້າມ ເນື່ອງ​ຈາກ​ບັນຫາ ​ດ້ານ​ສຸຂະ​
ພາບ. ທ່ານ​ກ່າວວ່າ :

“ຂ້າພະ​ເຈົ້າຮູ້​ດີ​ຄວາມ​ຈິງແລ້ວບໍ່​ມີ​ຫຍັງ​ໃໝ່. ​ເຂົາ​ເຈົ້າ​ໄດ້​ຫ້າມແບບ​ນີ້ ມາກ່ອນ ​ໃນລະ
ຫວ່າງເດືອນ Ramadan. ​ແລະ​ມັກ​ຈະ​ອ້າງສະເໝີກ່ຽວກັບ​ບັນຫາເລື້ອງ​ສຸຂະພາບ. ທີ່
ທ່ານ​ບໍ່​ຄວນເຮັດ​ໃຫ້​ໂຕ​ຂອງ​ທ່ານ​ອົດ​ອາຫານ. ພວກ​ນັກຮຽນ​ຕ້ອງ ການ​ຮັກສາເຮື່ອ​ແຮງ
​ຂອງ​ເຂົາ​ເຈົ້າ​ໄວ້​ເພື່ອ​ຮໍ່າ​ຮຽນ. ​ແລະ​ບັນດາ​ຂ້າ​ລັດຖະການ ຕ້ອງ​ຮັກສາ​ເຮື່ອ​ແຮງ​ຂອງ​ເຂົາ​
ເຈົ້າ ​ເພື່ອເຮັດ​ວຽກຂອງ​ເຂົາ​ເຈົ້າ​ໃຫ້​ເໝາະ​ສົມ.”

​ແຕ່ທ່ານ Teufel Dreyer ກ່າວ​ວ່າ ເມື່ອ​ເວົ້າ​ເຖິງ​ການ​ໂຈມຕີ​ຢາງຮຸນ​ແຮງ​ທີ່​ເກີດ​ຂື້ນ​ໃນ
​ເຂດ Xinjiang ເມື່ອໄວໆມານີ້ແລ້ວ ການຫ້າມແມ່ນ​ໄດ້​ກາຍເປັນເລື່ອງທີ່ຫຼໍ່ແຫຼມສຳຄັນ
ຕື່ມຂຶ້ນ​ ​ແລະ​ໄດ້​ດຶງດູດ​ຄວາມ​ສົນ​ໃຈ​ຫລາຍ​ຂື້ນ.

ທ່ານ Reza Hasmath ຈາກມະຫາວິທະຍາ​ໄລ Oxford ຜູ້​ທີ່​ໄດ້​ຂຽນ​ປື້​ມ ຫລາຍ​ຫົວ​ກ່ຽວ
​ກັບບັນດາ​ຊົນ​ເຜົ່າ​ໃນປະ​ເທດ​ຈີນ ກ່າວ​ວ່າ ການ​ຫ້າມ​ບໍ່​ໄດ້​ຊ່ວຍ​ສະພາບ​ການ​ໃນ​ປັດ​ຈຸ​ບັນ
ແຕ່ຢ່າງໃດເລີຍ.

ທ່ານ Alim Seytoff ປະທານ​ສະມາຄົມຊາວອາເມຣິກັນເຊື້ອສາຍ Uyghur ​ທີ່​ເກີດ​ຢູ່​ເຂດ
Xinjiang ຍັງ​ຄິດ​ຄື​ກັນ​ວ່າ ການ​ຫ້າມ​ນີ້ ຈະ​ເຮັດ​ໃຫ້​ຊາວ Uighurs ​ເກີດ​ຄວາມບໍ່​ພໍ​ໃຈ​
ຫລາຍ​ຂື້ນ. ​ແລະທ່ານ​ກ່າວ​ອີກ​ວ່າ ມັນເປັນການລະເມີດ ຕໍ່ຄຳ​ຖະ​ແຫລ​ງຂອງ​ປັກ​ກິ່ງ ທີ່​ວ່າ​
ຕົນ​ໄດ້​ອະນຸຍາດ​ໃຫ້ພວກຊົນເຜົ່າແລະ​ຜູ້​ນັບຖືສາສະ ໜາກຸ່ມນ້ອຍ ​ໄດ້​ຮັບ​ການ​ປະຕິບັດ​
ຕໍ່ແບບໄດ້ຮັບສິດພິເສດນັ້ນ.

XS
SM
MD
LG