ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນອ້າງວ່າ ທະເລຈີນຕາເວັນອອກ ແລະທະເລຈີນໃຕ້ ເປັນຂອງຕົນ


ທ່ານພົນໂທ Qi Jianguo ຮອງຫົວຜູ້ບັນຊາການ
ກອງທັບປົດປ່ອຍປະຊາຊົນຈີນ ໃນການກ່າວຄໍາປາໄສຢູ່ ວາລະທີ 4 ຂອງກອງປະຊຸມດ້ານຄວາມໝັ້ນຄົງ ປະຈໍາປີ ຄັ້ງທີ 12 ທີ່ສິງກະໂປ ໃນວັນອາທິດ ທີ 2 ມິຖຸນາ 2013.
ທ່ານພົນໂທ Qi Jianguo ຮອງຫົວຜູ້ບັນຊາການ ກອງທັບປົດປ່ອຍປະຊາຊົນຈີນ ໃນການກ່າວຄໍາປາໄສຢູ່ ວາລະທີ 4 ຂອງກອງປະຊຸມດ້ານຄວາມໝັ້ນຄົງ ປະຈໍາປີ ຄັ້ງທີ 12 ທີ່ສິງກະໂປ ໃນວັນອາທິດ ທີ 2 ມິຖຸນາ 2013.
ນາຍພົນຂັ້ນສູງຂອງຈີນທ່ານນຶ່ງເວົ້າວ່າ ພວກກໍ່າປັ່ນລົບ
ຂອງ​ຈີນ ຈະສືບຕໍ່ທໍາການລາດຕະເວນເຂດນ່ານນໍ້າ ທີ່
ກຸງປັກກິ່ງໄດ້ກ່າວອ້າງວ່າ ເປັນເຂດນໍ້າແດນດິນຂອງຕົນ
ນັ້ນ ເຖິງແມ່ນມີການຂັດແຍ້ງກັບປະເທດອື່ນໆ ຢູ່ໃນເຂດ
ເອເຊຍກໍຕາມ.

ໃນການກ່າວຄໍາປາໄສຢູ່ກອງປະຊຸມດ້ານຄວາມໝັ້ນຄົງປະ
ຈໍາປີ ທີ່ສິງກະໂປ ໃນວັນອາທິດມື້ນີ້​ນີ້ ທ່ານພົນໂທ Qi
Jianguo ຮອງຫົວຜູ້ບັນຊາການກອງທັບປົດປ່ອຍປະຊາຊົນ
ຈີນ ເວົ້າວ່າ ກຸງປັກກິ່ງຖືວ່າ ທະເລຈີນຕາເວັນອອກ ແລະທະ
ເລຈີນໃຕ້ນັ້ນ ເປັນເຂດທີ່ຢູ່ພາຍໃຕ້ອະທິປະໄຕຂອງຈີນ.

ທ່ານ Qi ໄດ້ກ່າວຕໍ່ຜູ້​ເຂົ້າ​ຮ່ວມ​ປະຊຸມວ່າ ກໍ່າປັ່ນລົບ ແລະການລາດຕະເວນ ຂອງຈີນ ແມ່ນຖືກຕ້ອງຊອບທໍາຢ່າງ​ສິ້ນ​ເຊີງ ແລະບໍ່ມີຫຍັງທີ່ຕ້ອງໂຕ້ແຍ້ງ ກັນເລີຍ.

ຈີນແມ່ນໄດ້ພົວພັນກັບບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ ກັບຍີ່ປຸ່ນ, ຫວຽດນາມ,
ຟີລິບປິນ, ບຣູໄນ ແລະມາເລເຊຍ ກ່ຽວກັບໝູ່ເກາະຫລາຍແຫ່ງ ທີ່ອຸດົມສົມບູນໄປ
ດ້ວຍຊັບພະຍາກອນທໍາມະຊາດ ຢູ່ໃນສອງເຂດທະເລດັ່ງກ່າວ.
XS
SM
MD
LG