ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິດທິພົນທາງເສດຖະກິດຂອງຈີນ ນັບມື້ຂະຫຍາຍ ກ້ວາງອອກ ໃນຂົງເຂດເອເຊຍ


ຫ້າງສັບພະສິນຄ້າໃຫຍ່ ໃນຈີນ
ຫ້າງສັບພະສິນຄ້າໃຫຍ່ ໃນຈີນ

​ເມື່ອ​ປີ​ຜ່ານມາ​ນີ້ ຈີນ​ໄ​ດ້ລໍ້າ​ໜ້າ​ຍີ່ປຸ່ນ ກ້າວ​ຂຶ້ນ​ມາມີສະຖານະ​ພາບ​ເປັນ​ປະ​ເທດ​ທີ່​ມີເສດຖະກິດ ​ໃຫຍ່​​ອັນ​ດັບ​ສອງ​ຂອງ​ໂລກ. ການ​ສຶກສາຄົ້ນຄວ້າ​ບັ້ນ​ນຶ່ງ​​ທີ່​ດໍາ​ເນີນໂດຍ​ພວກ​ນັກ​ຄົ້ນຄວ້າ​ ໃນ​ອອສ​ເຕຣ​ເລຍເມື່ອ​ໄວໆ​ມາ​ນີ້ ​ໄດ້​ພິຈາລະນາ​ເບິ່ງອິດ​ທິພົນ​ທາງເສດຖະກິດ​ຂອງ​ຈີນ ທີ່​​ເຕີບ​​ໂຕ ຂຶ້ນ​ນັບ​ມື້ຢູ່​ໃນຂົງ​ເຂດ ​ແລະຕັ້ງ​ຄໍາ​ຖາມ​ຂຶ້ນ​ມາວ່າ ອໍານາດທາງ​ເສດຖະກິດຂອງ​ປັກ​ກິ່ງ​ນັ້ນ ຈະ​ນໍາ​ໄປ​ສູ່​ການ​ມີ​ອິດ​ທິພົນທາງ​ດ້ານ​ການ​ເມືອງແລະ​ທາງ​ທະຫານ​ ຫລາຍ​ຂຶ້ນກວ່​າ​ເກົ່າຫລື​ບໍ່ ຢູ່​ໃນ​ຂົງ​ເຂດ​ເອ​ເຊຍນັ້ນ? ​ທອງ​ປານມີເລຶ່ອງນີ້ມາສະ​ເໜີ​ທ່ານ​. ​

ຈີນໄດ້ເປັນ​ພາຄີ​ການ​ຄ້າທີ່​ໃຫຍ່​ທີ່​ສຸດ​ຂອງ​ອອສ​ເຕຣ​ເລຍ​ມາ​ຕັ້ງ​ແຕ່ປີ 2007 ​ຊຶ່ງ​ສິນຄ້າ​ທີ່​
ຈີນຊື້​ເອົາໄປ​ນັ້ນ ກໍ​ມີຖ່ານ​ຫິນ ​ເຫລັກ ​ແລະ​ວັດຖຸ​ດິບ​ອື່ນໆ​ໃນ​ຈໍານວນ​ຫລວງຫລາຍ ທີ່ໄດ້
ເປັນຕົວ​ກະ​ຕຸ້ນ​ເສດຖະກິດ​ຂອງ​ອອສ​ເຕຣ​ເລຍ​ທີ່​ສໍາຄັນ. ສະຖານະ​ການແບບດຽວ​ກັນ​ນີ້
ໄດ້ເກີດຂຶ້ນຢູ່​ທົ່ວ​ຂົງ​ເຂດ​ເອ​ເຊຍ ບ່ອນ​ທີ່​ການ​ຄ້າ​ຂອງ​ຈີນ​ໄດ້ຊ່ວຍ​ກະ​ຕຸ້ນ​ເສດຖະກິດ​ຂອງ
ຫລາຍໆປະ​ເທດ ເຊັ່ນຍີ່​ປຸ່ນ ​ເກົາຫລີໃຕ້ ​ແລະ​ອິນ​ເດຍ ໃຫ້​ຈະ​ເຣີນຮຸ່ງ​ເຮືອງ​ໄປ​ຕາມໆກັນ.

ແຕ່​ເຖິງ​ແມ່ນ​ຈະ​ມີ​ຄວາມ​ສໍາພັນ​ທາງ​ເສດຖະກິດແບບ​ນີ້ກໍ​ຕາມ ​ມັນກໍ​ບໍ່​ເປັນ​ທີ່​ແຈ້ງຂາວ​ວ່າ
ອໍານາດ​ເສດຖະກິດ​ຂອງ​ປັກ​ກິ່ງ ຈະ​ນໍາພາໄປ​ສູ່​ການມີ​ອິດ​ທິພົນ​ດ້ານ​ການເມືອງ​ແລະ​ການ​
ທະຫານທີ່​ຍິ່ງ​ໃຫຍ່​ ຂຶ້ນກວ່າ​ເກົ່າ​ຫລື​ບໍ່?

ທ່ານ ຈອນ​ ລີ ນັກວິ​ເຄາະປະ​ຈໍາ​ສະ​ຖາ​ບັນ ລາວ​ອີ ຫລື Lowy Institute ຊຶ່ງ​ເປັນ​ກຸ່ມວິ​
ເຄາະ​ນະ​ໂຍບາຍອິດສະຫລະກຸ່ມ​ນຶ່ງ​ ທີ່​ຕັ້ງ​ຢູ່ນະ ຄອນຊິດ​ນີ ປະ​ເທດ​ອອສ​ເຕຣ​ເລຍ ​ແລະ
ເປັນ​ຜູ້​ຂຽນລາຍ​ງານ​ຜົນ​ການ​ສຶກສາ​ຄົ້ນຄວ້າ​ເມື່ອ​ໝໍ່ໆ​ມາ​ນີ້ ກ່ຽວ​ກັບ​ຄວາມ​ສໍາພັນທາງ​
ເສດຖະກິດ​ແລະ​ການ​ເມືອງ​ຂອງ​ຈີນກັບປະ​ເທດ​ຕ່າງໆ​ໃນຂົງ​ເຂດ​. ທ່ານ ຈອນ ລີ ກ່າວ​ວ່າ
ເນຶ່ອງຈາກ​ຄວາມ​ຮຽກຮ້ອງຕ້ອງການ​ ຂອງ​ພວກ​ອຸບປະ​ໂພ​ກບໍລິ​ໂພ​ກຢູ່​ໃນ​ຈີນ​ນັ້ນ ​ແມ່ນ
ຂ້ອນ​ຂ້າງ​ຈະນ້ອຍ ​ແລະ​ການ​ເຂົ້າເຖິງ​ຕະຫລາດ​ຢູ່​ໃນ​ຈີນ ​ໂດຍ​ພວກ​ບໍລິສັດຕ່າງປະ​ເທດ
​ທັງຫລາຍ​ແມ່ນ​ມີ​ຂອບ​ເຂດ​ຈໍາກັດ ພວກ​ປະ​ເທດ​ເພື່ອນບ້ານ​ຂອງ​ຈີນ​ຈຶ່ງ​ຈະ​ຕ້ອງ​ໄດ້ສືບ​ຕໍ່​
ອາ​ໃສກາງ​ຕໍ່​ການ​ຄ້າ​ນໍາ​ກັນ​ແລະ​ກັນ​ຢູ່​ຕໍ່​ໄປ ​ແລະ​ກັບພວກ​ມະຫາ​ອໍານາດ​ເສດຖະກິດ​ແຖບ
​ຕາເວັນ​ຕົກ ​ເຊັ່ນ​ສະຫະລັດ ​ແລະ​ສະຫະພາບ​ຢູໂຣບ. ທ່ານ​ລີ​ເວົ້າ​ວ່າ:

“ຈີນ​ເປັນ​ອໍານາດ​ທີ່​ບໍ່ໄດ້​ຮັບ​ຄວາມໄວ້​ໃຈ​ຫລາຍ​ທີ່​ສຸດ​ໃນ​ຂົງ​ເຂດ ແລະ​ເຖິງ​ແມ່ນ​ວ່າ
ຈີນໄດ້ກາຍ​ເປັນ​ພາຄີ​ການ​ຄ້າ​ທີ່​ສໍາຄັນ​ກວ່າ​ໝູ່ ​ສໍາລັບຫລາຍໆ​ປະເທດ​ໃນ​ຂົງ​ເຂດ
​ເອ​ເຊຍ​ ເຊັ່ນ ຍີ່​ປຸ່ນ ​ເກົາຫລີ​ໃຕ້ ອອສ​ເຕຣ​ເລຍ ​ແລະ​ແມ່ນ​ແຕ່​ອິນ​ເດຍນັ້ນ​ກໍ​ຕາມ. ​
ພວກເມືອງຫລວງໃຫຍ່ໆ​ໃນ​ເອ​ເຊຍ​ ທຸກໆ​ເມືອງ ແມ່ນພາກັນເຄື່ອນເຂົ້າໃກ້​ຊິດ​ກັບ
​ວໍ​ຊິງ​ຕັນຫລາຍ​ຂຶ້ນ​ ເພື່ອ​ຕ້ານ​ຢັນ​ການ​ໂຜ່​ໂຕ​ຂຶ້ນ​ມາ​ມີ​ອໍານາດ​ຂອງຈີນ. ສະນັ້ນ ​
ຈຶ່ງ​ເວົ້າ​ໄດ້​ວ່າ ​ໃນ​ແງ່ປະສິດທິ​ຜົນແລະໃນແງ່ຍຸດທະ​ສາດ​ແລ້ວ ​ພວກ​ປະ​ເທດເຫລົ່າ​ນີ້​
ພາກັນລວມກຸ່ມ​ກັນ​ຕໍ່ຕ້ານ​ຈີນ ​ເຖິງແມ່ນ​ຈີນ​ຈະ​ມີ​ຄວາມ​ສໍາຄັນ​ທາງ​ເສດຖະກິດ​ຢ່າງ
​ຫລວງຫລາຍ ໃນ​ຖານະ​ເປັນພາຄີ​ການ​ຄ້າ​ຂອງ​ພວກປະ​ເທດ​ເຫ​ລົ່ານັ້ນ ກໍ​ຕາມ.”

ທ່າກໍາປັ່ນແຫ່ງນຶ່ງໃນແຂວງກວາງຕຸ້ງຂອງຈີນ ທີ່ເຕັມໄປດ້ວຍລັງສິນຄ້າສົ່ງອອກ.
ທ່າກໍາປັ່ນແຫ່ງນຶ່ງໃນແຂວງກວາງຕຸ້ງຂອງຈີນ ທີ່ເຕັມໄປດ້ວຍລັງສິນຄ້າສົ່ງອອກ.

ສະ​ຖາ​ບັນລາວ​ອີ ກ່າວ​ຢູ່ໃນ​ລາຍ
​ງານ​ຂອງ​ຕົນວ່າ ​ນອກ​ນີ້ ຫລາຍ​
ປະ​ເທ​ດເພື່ອນ​ບ້ານ​ຂອງ​ຈີນ ຍັງ​
ພາກັນກົງ​ວົນ​ໃຈ​ ນໍາອິດ​ທິພົນ
​ທາງ​ທະຫານ​ຂອງ​ຈີນ​ ທີ່​ກໍາລັງ
​ເຕີບ​ໂຕ​ຂຶ້ນນັບ​ມື້​ນັ້ນ ໂດຍ​ສະ
ເພາະກ່ຽວ​ກັບກໍລະນີ​ພິພາດ
ທາງ​ທະ​ເລ ຢູ່​ໃນເຂດ​ທະ​ເລ​
ເຫລືອງ​ແລະ​ທະ​ເລ​ຈີນ​ໃຕ້​.

ຈີນໄດ້ຢືນ​ຢັດ​ວ່າ​ຕົນ​ເປັນ​ພາຄີ
​ທີ່​ສັນຕິ​ປະ​ເທດ​ນຶ່ງ​ໃນ​ຂົງ​ເຂດ
​ເອ​ເຊຍ ​ແລະ​ຢາກຈະ​ແກ້​ໄຂ​ບັນ
ຫາ​ຂັດ​ແຍ່ງເລື້ອງ​ດິນ​ແດນ​ກັນ​
ໂດຍ​ຜ່ານ​ການ​ໂອ້​ລົມສົນທະນາ ​ແຕ່ວ່າການ​ເສີມ​ຂະຫຍາຍກອງທັບ​ເຮືອ ​ແລະການ​ໃຊ້​
ຈ່າຍ​ທາງ​ທະຫານ​ ທີ່​ເພີ່ມຂຶ້ນນັບ​ມື້​ຂອງຈີນ​ນັ້ນ ​ພາ​ໃຫ້​ເກີດ​ຄວາມ​ລະ​ແວງ​ສົງ​ໃສ.

ໃນ​ຂະນະ​ທີ່​ລາຍ​ງານ​ຂອງ​ສະ​ຖາ​ບັນ Lowy ມອງ​ເຫັນ​ຄວາມລະ​ແວງນັ້ນ​ວ່າ ເປັນ​ການ
​ຈໍາກັດ​ຮັດ​ແຄບ​ອິດ​ທິພົນ​ຂອງ​ຈີນ ແຕ່ກໍ​ມີພວກ​ນັກວິເຄາະ​ຊາວ​ອອສ​ເຕຣ​ເລຍ​ຄົນອື່ນໆ
ທີ່​ບໍ່​ເຫັນພ້ອມ​ນໍາ.

ທ່ານ ​ແອນ​ດຣູ ​ເດ​ວີສ໌ (Andrew Davies) ນັກວິ​ເຄາະ​ປະ​ຈໍາສະ​ຖາ​ບັນ ນະ​ໂຍບາຍ
ຍຸ​ທະສາດ​ອອສເຕຣ​ເລຍ​ ກ່າວ​ວ່າ ການ​ເຕີບ​ໂຕຢ່າງ​ໄວຂຶ້ນນັບ​ມື້​ຂອງ​ເສດຖະກິດຈີນ
​ແລະ​ການຊ້​ຈ່າຍ​ຢ່າງ​ມະຫາສານ​ທາງ​ທະຫານ ຂອງ​ຈີນ​ນັ້ນອາດ​ສາມາດ​ບົດ​ບັງອິດທິ
ພົນ​ຂອງ​ສະຫະລັດ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ໄດ້. ທ່ານ ເດ​ວີສ໌ ​ເວົ້າ​ວ່າ:

“ສິ່ງ​ທ້າ​ທາຍ​ດ້ານ​ຍຸ​ທະ​ສາດ​ໃນ​ອີກ 20 ປີ​ຕໍ່ໜ້າ​ນີ້ ຂ້າພະ​ເຈົ້າຄິດ​ວ່າ ຈະ​ແມ່ນ​
ການສືບ​ຕໍ່​ເຕີບ​ໂຕ​ຂອງ​ຈີນ ແລະ​ການ​ລຸດນ້ອຍຖອຍລົງ​ໃນ​ອິດ​ທິພົນຂອງ​ສະຫະ
ລັດ ​ແລະ​ສອງຢ່າງ​ນີ້​ ຈະ​ສົ່ງຜົນ​ສະທອ້ນ​ແນວ​ໃດ​ອອກ​ມາ ຢູ່​ໃນ​ອັນພວກ​ເຮົາ
​ເອີ້ນ​ວ່າ​ເວທີໂລກນັ້ນ. ສ່ວນ​ນຶ່ງຂອງ​ເລຶ່ອງນີ້​ ກໍ​ຄື​ຂອງສະຫະລັດນໍາ ຄື​ການ​ພິຈາ
ລະນາ​ເບິ່ງ​ກໍາລັງ​ຂອງ​ຕົນ​ທີ່​ປາກົດ​ຕົວຢູ່ໃນ​ໂລກແຕ່ໃນ​ຂົງ​ເຂດ​ປາຊິ​ຟິກຕາ​ເວັນ
​ຕົກໂດຍ​ສະ​ເພາະ​ ​ແລະ​ນຶ່ງ​ໃນ​ຫລາຍໆສິ່ງທີ່​ກາຍ​ມາເປັນ​ທີ່​ປະຈັກແຈ້ງ​ ເມື່ອ​ບໍ່
ເທົ່າ​ໃດ​ປີ ຜ່ານມາ​ນີ້ ກໍ​ແມ່ນ​ວ່າ​ພວກຖານ​ທັບຂອງ​ສະຫະລັດ​ຢູ່ໃນ​ຍີ່ປຸ່ນ ​ແລະ
ເກາະ​ກວາມນັ້ນແມ່ນ​ອ່ອນ​ແອ​ຕໍ່​ສະມັດ​ທະ​ພາບທີ່​ຖີບ​ຕົວສູງ​ຂຶ້ນນັບ​ມື້ຂອງ​ຈີນ​.”

ເຖິງແມ່ນຈະເປັນເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ ຈີນກໍມີຄົນຂໍທານຄືກັນກັບປະເທດອື່ນໆ ດັ່ງຊາຍຄົນນີ້ ທີ່ຍ່າງເລາະຂໍທານ ຈາກພວກຂັບຂີ່ລົດບົນຖະໜົນ ໃນນະຄອນຫລວງປັກກິ່ງ, ວັນທີ 18 ຕຸລາ 2011.
ເຖິງແມ່ນຈະເປັນເສດຖະກິດທີ່ໃຫຍ່ອັນດັບສອງຂອງໂລກ ຈີນກໍມີຄົນຂໍທານຄືກັນກັບປະເທດອື່ນໆ ດັ່ງຊາຍຄົນນີ້ ທີ່ຍ່າງເລາະຂໍທານ ຈາກພວກຂັບຂີ່ລົດບົນຖະໜົນ ໃນນະຄອນຫລວງປັກກິ່ງ, ວັນທີ 18 ຕຸລາ 2011.

ພວກ​ນັກວິ​ເຄາະປະ​ຈໍາ​ສະ​ຖາ​ບັນ
Lowy ກ່າວ​ວ່າ ສະຫະລັດ​ໄດ້ເຂົ້າ​
ໄປ​ພົວພັນ​ຄືນ​ໃໝ່​ ກັບ​ຂົງ​ເຂດ​ເອ
​ເຊຍຢ່າງສໍາ​ເລັດຜົນ​ ໃນ​ບໍ່ເທົ່າ​ໃດ
​ປີຜ່ານມາ ໂດຍ​ໄດ້​ເສີມ​ສ້າງ​ການ
​ເປັນພັນທະ​ມິດ​ທີ່​ມີ​ຢູ່​ແລ້ວ ​ກັບ​ຍີ່
ປຸ່ນ ​ແລະອອສ​ເຕຣ​ເລຍນັ້ນ​ ໃຫ້
​ເຂ້​ມ​ແຂງ​ຂຶ້ນ ​ແລະຫລໍ່​ຫລອມ
ສາຍ​ພົວ​ພັນໃໝ່​ກັບ​ອິນ​ເດຍແລ​ະ ຫວຽດນາມ.

ໃນ​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້ ອອສ​
ເຕຣ​ເລຍ​ໄດ້ເລິ່ມທົບ​ທວນ​ເບິ່ງ
​ສະມັດ​ທະພາບ​ດ້ານ​ການປ້ອງ​
ກັນ​ປະ​ເທດ​ຂອງ​ຕົນ ທີ່​ອາດ​ສາ
ມາດ​ນໍາ​ໄປ​ສູ່​ການ​ເພັ່ງ​ເລັງ​ຄັ້ງ
ໃໝ່​ ​ໃສ່​ການ​ປົກ​ປ້ອງ​ຝັ່ງ​ຕາ​ເວັນ
​ຕົກ​ສຽງ​ເໜືອ​ທີ່​ອຸດົມສົມບູນ​ໄປ
ດ້ວຍ​ຊັບພະຍາກອນ​ທໍາ​ມະ​ຊາດ​ຂອງ​ປະ​ເທດ​ນັ້ນ​. ລັດຖະບານອອສ​ເຕຣ​ເລຍໄດ້ກ່າວ​ວ່າ
ການ​ສັ່ງ​ຊາຕີ​ລາຄາ​ຄືນ​ໃໝ່​ທີ່​ວ່າ​ນີ້ ບໍ່​ໄດ້​ດໍາ​ເນີນໄປເພື່ອຕ້ານຢັນ​ແສນ​ຍານຸພາບ​ທາງ​ທະຫານ​
ທີ່​ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນນັບມື້​ຂອງ​ຈີນ​ນັ້ນ​ແຕ່​ຢ່າງ​ໃດ ​ໂດຍ​ຢືນ​ຢັນວ່າ ລັດຖະບານ​ອອສ​ເຕຣ​ເລຍ
ໝັ້ນ​ໃຈ​ວ່າປັກ​ກິ່ງ​ຈະ​ໂຜ່​ໂຕ​ຂຶ້ນມາເປັນ​ຜູ້​ເອົາ​ບົດບາດ​ທີ່​ມີ​ຄວາມ​ຮັບຜິດຊອບ​ ໃນ​ກິດຈະການ
​ຕ່າງໆ​ຂອງ​ຂົງ​ເຂດ​.

XS
SM
MD
LG