ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ Apple ຈ່າຍ 60 ລ້ານ​ໂດ​ລາ ເພື່ອຕົກລົງຄະດີ ເລື່ອງໃຊ້ຊື່ iPad


iPad ຂອງຫຼິ້ນໃໝ່ຈາກ ບໍລິສັດ Apple ຊຶ່ງເປັນທີ່ນິຍົມກັນຫຼາຍທີ່ສຸດ
iPad ຂອງຫຼິ້ນໃໝ່ຈາກ ບໍລິສັດ Apple ຊຶ່ງເປັນທີ່ນິຍົມກັນຫຼາຍທີ່ສຸດ

ສານ​ແຫ່ງ​ນຶ່ງຂອງ​ຈີນ ກ່າວ​ວ່າ ບໍລິສັດ Apple ​ໄດ້ຈ່າຍ 60 ລ້ານ​ໂດ​ລາ ​ໃຫ້ບໍລິສັດນຶ່ງ ໃນເມືອງ Shenzhen ທາງພາກ​ໃຕ້ຂອງ​ຈີນ ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນເລື່ອງເຄື່ອງໝາຍ​ການ​ຄ້າ​ ກ່ຽວ​ກັບ​ໃຊ້ຊື່ iPad ໃນຈີນ.

ສານ​ໄດ້​ຖະ​ແຫລງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ບໍລິສັດ Apple ແລະບໍລິສັດ Proview Technology ໄດ້ຕົງລົງກັນ ຫຼັງຈາກທີ່ໄດ້ມີການໄກ່ເກ່ຍບັນຫາ.

ການຕົກລົງດັ່ງກ່າວມີຂຶ້ນ ຫຼັງຈາກມີ​ການຕໍ່ສູ້ຄະດີ​ໃນ​ສານ​ເປັນ​ເວລາ​ດົນ​ນານ ແລະມີ​ການ​ດໍາ​ເນີນຄວາມພະຍາຍາມຈາກທາງບໍລິສັດ Proview Technology ທີ່ຈະກີດກັນ ບໍ່ໃຫ້ບໍລິສັດ Apple ຂາຍ iPad ທີ່ນິຍົມກັນຫລາຍນັ້ນ ຢູ່ໃນບາງ​ເຂດຂອງຈີນ.

iPad ໄດ້ຄອບງໍາ ປະມານ 76% ຂອງຕະຫຼາດຄອມ​ພິວ​ເຕີ​ນ້ອຍ​ລຸ່ນ Tablet ໃນປະ​ເທດຈີນ.

ບໍລິສັດ Proview Technology ສາຂາໄຕ້ຫວັນ​ໄດ້​ຈົດ​ທະບຽນເຄື່ອງໝາຍ​ ການ​ຄ້າດັ່ງກ່າວ ​ເມື່ອ​ດົນກວ່ານຶ່ງທົດສະວັດມາແລ້ວ ກ່ອນທີ່ ບໍລິສັດ Apple ຈະອອກສິນຄ້າ iPad ນີ້ດ້ວຍຊໍ້າ. ບໍລິສັດ Apple ໄດ້ຊື້ລິຂະສິດ ຈາກບໍລິສັດ Proview Technology ໃນປີ 2009, ແຕ່ວ່າ
ທາງບໍລິສັດ Proview Technology ກ່າວວ່າ ບໍລິສັດ Apple ບໍ່ໄດ້ລົງທະບຽນ​ເຄື່ອງໝາຍ ​ດັ່ງກ່າວ ໃນຈີນແຜ່ນດິນໃຫຍ່.

XS
SM
MD
LG