ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຮັບຮອງເອົາ ກົດໝາຍ ຕໍ່ຕ້ານ ລັດທິ ກໍ່ການຮ້າຍ


ປະຊາຊົນ ຍ່າງຜ່ານທະຫານຕິດອາວຸດຄົນໜຶ່ງ ຢືນປ້ອງກັນໃນເຂດຊ໋ອບປິ້ງ ແລະ ຊີວິດກາງຄືນ Sanlitunທີ່ມີຊື່ສຽງຂອງນະຄອນຫຼວງ ປັກກິ່ງ, 27 ທັນວາ, 2015.
ປະຊາຊົນ ຍ່າງຜ່ານທະຫານຕິດອາວຸດຄົນໜຶ່ງ ຢືນປ້ອງກັນໃນເຂດຊ໋ອບປິ້ງ ແລະ ຊີວິດກາງຄືນ Sanlitunທີ່ມີຊື່ສຽງຂອງນະຄອນຫຼວງ ປັກກິ່ງ, 27 ທັນວາ, 2015.

ສະພາແຫ່ງຊາດຂອງຈີນ ໄດ້ຮັບຜ່ານກົດໝາຍວ່າດ້ວຍການຕໍ່ຕ້ານ ການກໍ່ ການຮ້າຍທີ່ຕ້ອງການໃຫ້ ບໍລິສັດເທັກໂນໂລຈີ ຂອງຕ່າງປະ ເທດທັງຫຼາຍ ປະຕິບັດຕາມການຮ້ອງຂໍ ຂໍ້ມູນໂດຍລັດຖະບານ ລວມທັງ ການເຂົ້າເຖິງລະຫັດ ທີ່ຫັນປ່ຽນຂໍ້ມູນລະບົບດິດຈິດໂຕລ໌ ໃຫ້ເປັນລະຫັດທີ່ບໍ່ສາມາດອ່ານໄດ້ ອັນເປັນກົດໝາຍທີ່ມີການໂຕ້ ແຍ້ງກັນນັ້ນ.

ອົງການຂ່າວ Xinhua ຂອງທາງການຈີນ ກ່າວວ່າ ຮ່າງກົດໝາຍນີ້ ໄດ້ຖືກຮັບ ຜ່ານ ຢ່າງເປັນເອກະສັນ ໃນວັນອາທິດວານນີ້ໂດຍຄະ ນະປະຈຳ ລັດຖະສະພາ ແຫ່ງຊາດຂອງປະຊາຊົນ. ບົດລາຍງານ ໄດ້ກ່າວວ່າ ກົດໝາຍນີ້ມີຄວາມຕັ້ງໃຈ ຢາກແກ້ໄຂບັນຫາ “ການກໍ່ ການຮ້າຍຢູ່ພາຍໃນປະເທດ ແລະ ຊ່ອຍຮັກສາ ຄວາມໝັ້ນຄົງທົ່ວໂລກ.”

ຮ່າງກົດໝາຍສະບັບດັ່ງກ່າວ ຊຶ່ງຈະມີຜົນໃຊ້ໄດ້ໃນວັນທີ 1 ມັງກອນຈະມາເຖິງນີ້ ແມ່ນໄດ້ຮັບ ການຕຳນິຕິຕຽນຢ່າງແຮງ ຈາກທຳນຽບຂາວ ເມື່ອຕົ້ນປີນີ້ ຊຶ່ງປະທານາທິບໍດີ ບາຣັກ ໂອບາມາ ເຕືອນວ່າ ການຮ້ອງຂໍ ການເຂົ້າລະຫັດລັບ ຈະເຮັດໃຫ້ຕ້ອງດັດແກ້ ຖ້າພວກບໍລິສັດຂອງຈີນ ຢາກຈະດຳເນີນທຸລະກິດ ໃນສະຫະລັດ.

ບໍ່ມີຄຳເຫັນໃດໆໃນທັນທີ ຕໍ່ການຮັບຜ່ານກົດໝາຍດັ່ງກ່າວ ຈາກທຳນຽບຂາວ ໃນວັນອາທິດ ວານນີ້ ຊຶ່ງທຳນຽບຂາວກໍຍັງຈະສະແດງຄວາມກັງວົນວ່າ ກົດໝາຍຂອງຈີນນັ້ນ ອາດເປັນໄພ ຕໍ່ກົດລະບຽບພື້ນຖານສິດທິມະນຸດ ທີ່ໄດ້ກຳນົດໄວ້ໃນກົດໝາຍຂອງປະເທດຕາເວັນຕົກ.

ຈີນ ໄດ້ປະຕິເສດຕໍ່ການຕຳນິຕິຕຽນເຊັ່ນນັ້ນ ຊ້ຳແລ້ວຊ້ຳອີກ ໂດຍໂຕ້ຖຽງວ່າ ມັນປະເຊີນໜ້າ ກັບການຂົ່ມຂູ່ “ກໍ່ການຮ້າຍ” ຢ່າງກະທັນຫັນ ໂດຍສະເພາະ ໃນຂົງເຂດ Xinjiang ຢູ່ທາງ ພາກຕາເວັນຕົກສຽງເໜືອ ທີ່ມີປະຊາຊົນຊາວມຸສລິມ Uighurs ຈຳນວນຫຼາຍ. ປັກກິ່ງ ໄດ້ຫາ ທາງທີ່ຈະເຊື່ອມໂຍງ ຊາວວີເກີ ແລະ ກົນລະຍຸດຂອງພວກເຂົາເຈົ້າ ໃນການສະແຫວງຫາ ການເປັນລັດເອກະລາດນັ້ນ ໃສ່ກັບກຸ່ມຫົວຮຸນແຮງຈັດ ທີ່ລວມທັງກຸ່ມທາລີບານ ແລະ ລັດອິສ ລາມ.

ໃນວັນອາທິດວານນີ້ ອົງການຂ່າວ Xinhua ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ ຂັ້ນສູງທ່ານ An Weixing ຂອງກະຊວງຮັກສາຄວາມສະຫງົບສາທາລະນະ ຜູ້ທີ່ໄດ້ປົກປ້ອງ ກົດໝາຍດັ່ງ ກ່າວ ວ່າມີການປະເຊີນໜ້າກັບ “ໄພຂົ່ມຂູ່ຂອງລັດທິກໍ່ການຮ້າຍ ທີ່ກຳລັງເພີ້ມສູງຂຶ້ນນັ້ນ.”

ທ່ານໄດ້ກ່າວອີກວ່າ “ການໂຈມຕີກໍ່ການຮ້າຍ ໄດ້ກໍ່ໃຫ້ມີການສູນເສຍຊີວິດ ແລະ ຊັບສິນ ຢ່າງໜັກ ຊຶ່ງເປັນໄພຂົ່ມຂູ່ທີ່ຮ້າຍແຮງ ຕໍ່ຄວາມໝັ້ນຄົງ ສະຖຽນລະພາບ ການພັດທະນາ ເສດຖະກິດ ແລະ ຄວາມສາມັກຄີໃນບັນດາຊົນເຜົ່າ.” ທ່ານຍັງໄດ້ກ່າວວ່າ ກົດໝາຍນັ້ນຈະ ອະນຸຍາດໃຫ້ “ມີການປະສານງານກັບປະຊາຄົມນາໆຊາດ.”

XS
SM
MD
LG