ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນປະກາດວ່າ ຕົນຈະນໍາໃຊ້ ເທັກ​ໂນ​ໂລ​ຈີ​ດິຈິຕອລ ເຂົ້າໃນ​ການ​​ຊ້ອມ​ລົບ (ວີດິໂອ)


China Reported to Hack Into US Weapons Systems
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ

ເບິ່ງວີດິໂອລາຍງານ ກ່ຽວກັບຈີນລັກລອບເຈາະເອົາຂໍ້ມູນ ກ່ຽວກັບລະບົບອາວຸດ ທີ່ທັນສະໄໝທີ່ສຸດ ຂອງສະຫະລັດ.

ອົງການ​ຂ່າວ​ທາງ​ການ​ຂອງ​ຈີນ ຖະ​ແຫຼ​ງວ່າ ກອງທັບຈີນ
ຈະທໍາ​ການ​ເຝິກ​ແອບ​ຊ້ອມ​ລົບ ໃນ​ເດືອນໜ້າ​ນີ້ ​ເພື່ອທົດ​ສອບ
ກອງ​ກໍາລັງສູ້ລົບ​ໃໝ່ ຊຶ່ງ​ຮວມທັງ​ໜ່ວຍ​ລົບ​ທີ່​ໃຊ້ເທັກ​ໂນ​ໂລ​ຈີ
​ ດິຈິຕອລ.

ອົງການຂ່າວ ຊິນ​ຫົວ​ ລາຍ​ງານຂ່າວ ​ໃນ​ວັນ​ພຸດ​ມື້ນີ້ວ່າ ການ​ເຝິກ​ແອບຄັ້ງ​ນີ້ແມ່ນ​ເປັນ​ເທື່ອ​ທໍາອິດທີ່​ກອງທັບ​ຂອງ​ຈີນ ​ຈະ​ເນັ້ນ​ໜັກໃສ່ ​ກໍາລັງສູ້​ລົບທີ່ໃຊ້​ລະ​ບົບດິຈິຕອລ ທີ່​ຈະ​ນໍາໃຊ້ ​ໃນອັນ​ທີ່​ເອີ້ນ​ວ່າ ສົງຄາມ​ທາງ​ດ້ານ​ຂໍ້​ມູນ.

ຄໍາ​ປະກາດ​ກ່ຽວ​ກັບ​ການຝຶກ​ຫັດກອງ​ກໍາລັງ​ດິຈິດຕອລ ມີ​ຂຶ້ນ​ ​ໃນ​ຂະນະທີ່​ມີ​ການ​ຄາດ
ໝາຍ​ກັນ​ວ່າ ປະທານາທິບໍດີສະຫະລັດ ທ່ານ Barack Obama ຈະໂອ້​ລົມ​ສົນທະນາ​ກ່ຽວ​ກັບຄວາມ​ປອດ​ໄພ​ຂອງ​ໂລກໄຊ​ເບີ ຫຼື Cybersecurity ກໍ​ຄື​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ໃນ​ຄອມ​ພິວ​ເຕີ ​ໃນ​ອາທິດ​ໜ້າ​ນີ້ ກັບ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ທີ່​ຈະ​ມາ​ຢ້ຽມຢາມ​ສະຫະລັດ ​ໃນ​ທ່າມກາງ​ທີ່​ມີ​ລາຍ​ງານອັນ​ໃໝ່ກ່ຽວ​ກັບການ​ໂຈມ​ຕີ​ທາງ​ໄຊ​ເບີ ຕໍ່​ລະ​ບົບປ້ອງ​ກັນ​ປະ​ເທດ ​ທີ່​ສໍາຄັນ​ຂອງສະຫະລັດ​.

​ທາງ​ການ​ສະຫະລັດ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ໃດໆ ​ກ່ຽວ​ກັບ​ລາຍ​ງານຫຼ້າ​ສຸດນີ້ ​ແຕ່​ໂຄສົກທໍານຽບຂາວ ທ່ານ Jay Carney ກ່າວວ່າ ທ່ານແນ່​ໃຈ​ວ່າ ​ເລື້ອງ
ຄວາມ​ປອດ​ໄພ​ຂອງໂລກໄຊ​ເບີ ຈະຖືກຍົກຂຶ້ນມາສົນທະນາ ໃນການພົບປະກັນລະ
ຫວ່າງທ່ານ Obama ແລະທ່ານ Xi ທີ່ລັດ​ແຄລີຟໍເນຍ. ທ່ານ Carney ເອີ້ນບັນຫາ ດັ່ງກ່າວນີ້ວ່າ ​ເປັນຄວາມ​ເປັນຫ່ວງທີ່​ສໍາຄັນປະການ​ນຶ່ງຂອງ​ລັດຖະບານ ທີ່ທາງ​ເຈົ້າ​ໜ້າ​
ທີ່ສະຫະລັດ ຈະຍົກ​ຂຶ້ນ​ມາ​ເວົ້າ​ເຖິງ ຢູ່​ໃນ​ການ​ພົບ​ປະກັນ​ໃນທຸກໆລະດັບ ກັບຝ່າຍຈີນ.

ໃນວັນຈັນຜ່ານ​ມານີ້ ໜັງສືພິມ Washington Post ໄດ້ພິມເຜີຍແຜ່ບາງສ່ວນຂອງ
ລາຍ​ງານລັບດ້ານ​ການປ້ອງກັນສະບັບ​ນຶ່ງ ທີ່ກ່າວຫາພວກສືບລັບທາງໄຊເບີຂອງຈີນ ໄດ້ລັກ​ເຈາະ​ເອົາຂໍ້ມູນທີ່ຫລໍ່​ແຫລມ ກ່ຽວ​ກັບລະບົບອາວຸດທີ່ກ້າວໜ້າຂອງສະຫະລັດ.

ຈີນ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ຂັນ ຕໍ່​ການ​ມີ​ສ່ວນ​ພົວພັນ​ນໍາ​ການພະຍາຍາມລັກ​ເຈາະ​ເອົາ
​ຂໍ້​ມູນ​ລັບນັ້ນ ​ແລະ​ພ້ອມ​ດຽວ​ກັນ ກໍ​ໄດ້​ກ່າວ​ຫາ​ສະຫະລັດ​ຄືນ​ວ່າ ​ພວກ​ລັກ​ເຈາະ​ເອົາ​ຂໍ້​ມູນ ຫລື ​ແຮກ​ເກີ້ ຢູ່​ໃນ​ສະຫະລັດ ​ໄດ້​ເຂົ້າ​ໄປ​ເຈາະ​ຈີ້ມ​ເວັບ​ໄຊ້ທ໌ ​ຂອງກອງທັບ​ຈີນ​ຫລາຍໆ​ແຫ່ງ.

ຊ່ຽວຊານກ່າວວ່າ ຍັງຈະຕ້ອງໄດ້ຄົ້ນຄ້ວາຕື່ມອີກຫລາຍຢູ່ ຈຶ່ງຈະສາມາດຍັບຍັ້ງ
ພວກໂຈນໄຊເບີ ໄດ້:


Experts Say More Research Needed to Foil Cyber Criminals
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG