ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ​ໂກ​ດ​ແຄ້ນ ທີ່​ຊາວ​ຟິລິບ​ປິນ ທຳການປະທ້ວງ ຢູ່ເກາະດອນ ໃນທະເລຈີນໃຕ້


ພາບຖ່າຍທາງອາກາດ ຂອງເກາະ Pagasa ໃນເຂດໝູ່ເກາະ Spartly ໃນທະ​ເລ​ຈີນ​ໃຕ້ ໃກ້ໆກັບຝັ່ງທະເລ ພາກຕາເວັນຕົກຂອງຟິລິບປີນ.
ພາບຖ່າຍທາງອາກາດ ຂອງເກາະ Pagasa ໃນເຂດໝູ່ເກາະ Spartly ໃນທະ​ເລ​ຈີນ​ໃຕ້ ໃກ້ໆກັບຝັ່ງທະເລ ພາກຕາເວັນຕົກຂອງຟິລິບປີນ.

ຈີນ ​ໂກ​ດ​ເຄືອງ ຕໍ່​ການ​ປະ​ທ້ວງ​ຂອງ​ຊາວ​ຟິລິບ​ປິນ ກ່ຽວ​ກັບ
ເກາະດອນ​ທີ່​ເປັນບັນຫາ​ໂຕ້​ແຍ້ງ​ກັນ​ນັ້ນ. ​ມີ​ຜູ້ປະ​ທ້ວງປະມານ
50 ຄົນ ​ແລະ​ສ່ວນໃຫຍ່​ເປັນ​ພວກ​ນັກ​ສຶກສາ ທີ່​ໄດ້​ໄປ​ຮອດ​
ໄປ​ເຖິງ​ເກາະ​ແຫ່ງນຶ່ງ​ທີ່​ສອກຫລີກ​ຫ່າງ​ໄກ​ໃນທະ​ເລ​ຈີນ​ໃຕ້ ​
ເພື່ອ​ທຳ​ການປະ​ທ້ວງ​ແລະ​ຕ້ອງການ​ຄວາມ​ສົນ​ໃຈ ​ໃນ​ອັນ​ທີ່​
ເອີ້ນ​ວ່າ ການ​ລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຈີນຢູ່​ໃນ​ເຂດ​ດັ່ງ
ກ່າວ.

ຈີນ ​ຊຶ່ງ​ອ້າງ​ເອົາ​ກຳມະສິດ​ເກືອບ​ວ່າ​ທັງ​ໝົດ​ຂອງ​ທະ​ເລ​ຈີນ​ໃຕ້ ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ໂກດ​ແຄ້ນ ຕໍ່​ການ “​ໄປ​ຮອດ​ໄປ​ເຖິງ” ທີ່​ວ່າ​ນີ້ ​ແລະ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານ Lu Kang ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ໄດ້​ຮຽກຮ້ອງ​ໃຫ້ຊາວຟິລິບ​ປີນ​ຖອນ​ອອກ​ໄປ​ຈາກເກາະ​ແຫ່ງ​ນີ້ ທີ່​ພວກ​ເຂົາ​ໄດ້​ເຂົ້າ​ຍຶດຄອງແບບຜິດ​ກົດໝາຍນັ້ນ.”

​ນອກຈາກ​ຟິລິ​ບປີນ ​ແລະ​ຈີນ ​ແລ້ວ ຍັງ​ມີ ບຣູ​ໄນ​ ມາ​ເລ​ເຊຍ ​ໄຕ້​ຫວັນ ​ແລະ​ຫວຽດນາມ
​ໄດ້​ອ້າງ​ເອົາກຳມະສິດ​ໃນ​ຂົງ​ເຂດ​ນີ້ ເຊັ່ນ​ກັນ. ກຸ່ມ​ພວກ​ປະ​ທ້ວງທັງຫຼາຍ ​ໄດ້​ໄປ​ເຖິງ​ເກາະ Pagasa ​ຂອງ​ໝູ່​ເກາະ Spratly ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແລະ​ວ່າ​ພວກ​ເຂົາ​ຈະ​ອອກ​ຈາກ​ທີ່​ນັ້ນ ​ໃນ​ວັນ​ພຸດ​ມື້​ອື່ນນີ້. ລັດຖະບານ​ຟິລິບ​ປີນບໍ່​ໄດ້ໃຫ້ການ​ສະໜັບສະໜຸນ​ຕໍ່​ການ “​ໄປ​ຮອດ​ໄປ​ເຖິງ” ດັ່ງກ່າວ ​ແຕ່​ວ່າ ​ເປັນ​ຫວ່ງ​ເປັນ​ໃຍເລື້ອງຄວາມ​ປອດ​ໄພ ​ແລະການຮັກສາ​ຄວາມ​ສະຫງົບຕ່າງໆ.

​ເຖິງ​ຢ່າງ​ນັ້ນກໍ​ຕາມ ຟິລິບ​ປີນໄດ້​ສົ່ງຄະດີນຶ່ງ​ ​ໄປ​ຍັງ​ສານທີ່​ນະຄອນ Hague ​ໂດຍ​ທ້າ​ທາຍ​ຈີນ ​ໃນ​ການ​ຖົມ​ເກາະ​ຖົມ​ດອນ​ແລະ​ການ​ລາດຕະ​ເວນ​ຢູຸ່​ໃນ​ໃນ​ຂົງ​ເຂດ. ສະຫະລັດ ​ແລະ​ອ໊ອສ​ເຕຣ​ເລຍ ​ຕ່າງ​ກໍ​ໄດ້​ເນັ້ນຢ້ຳ​ເຖິງ​ສິດ​ເສ​ລິ​ພາບ​ຂອງ​ການ​ເດີນ​ເຮືອໃນທະ​ເລ​ຈີນ​ໃຕ້.

ຈີນ ກ່າວ​ວ່າ ຄະນະ​ສານ​ໃນນະຄອນ Hague ບໍ່​ມີ​ອຳນາດ ​ທີ່​ຈະ​ຕັດສິນ​ຄະດີ​ນີ້.

XS
SM
MD
LG