ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາລ່າຍທະເລ ປົກຄຸມໄປທົ່ວ ທະເລເຫລືອງ (ວີດິໂອ)


ຊາວຈີນຈຸນຶ່ງຍ່າງລຸຍສາລ່າຍທະເລ ທີ່ຫາດເມືອງ Qindao ແຂວງ Shandong
ຊາວຈີນຈຸນຶ່ງຍ່າງລຸຍສາລ່າຍທະເລ ທີ່ຫາດເມືອງ Qindao ແຂວງ Shandong
ການແຜ່ຜາຍ​ຂອງ​ສາ​ລ່າຍຫລື​ໄຄທະ​ເລ ​ທີ່​ໃຫຍ່​ທີ່​ສຸດ​ໃນ
​ປະຫວັດສາດ​ຈີນ ໄດ້ເຮັດໃຫ້​ທະ​ເລ​ເຫຼືອງ ກາຍ​ເປັນ​ສີຂຽວ
ໄປ​ໝົດ.

​ເຈົ້າໜ້າ​ທີ່​ຈີນ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຂົນ​ເອົາ​ສາ​ລ່າຍ​ທະ​ເລ ​ເກືອບ 20 ລ້ານ​ກິ​ໂລ ອອກ​ຈາກ​ຫາດ ​ໃນເຂດ Shinan ​ເມືອງ Qindao.

​ເຈົ້າໜ້າ​ທີ່​ເວົ້າ​ອີກວ່າ ​ໃນ​ໄລຍະ​ສາມສີ່​ມື້​ຜ່ານ​ມາ ພວກ​ເຂົາ​ເຈົ້າ​ໄດ້​ຈັດສົ່ງ 2,300 ຄົນ ​ແລະ​ລົດຊ້ວນ​ອີກ 590 ຄັນ ​ເພື່ອ​ໄປ​ຊ້ວນ​ເອົາສາ​ລ່າຍ​ທະ​ເລ ​ອອກ​ຈາກ​ຫາດ ຊຶ່ງ​ສາ​ລ່າຍ​ທະ​ເລ​ເຫລົ່າ​ນັ້ນ ຈະເອົາໄປຕາກ​ແຫ້ງ ແລ້ວ​ຈີກ​ເປັນ​ຕ່ອນ​ນ້ອຍ​ໆ ​ເພື່ອ​ຈະໃຊ້​ເປັນ​ປຸ໋ຍ ​ແລະ​ເອົາ​ໄປ​ລ້ຽງສັດ.

ປາກົດການ​ດັ່ງກ່າວ​ນີ້ ​ໄດ້​ກາຍມາເປັນ​ສິ່ງ​ທີ່​ເກີດ​ຂຶ້ນປະ​ຈໍາປີ ​ໃນ​ຂົງ​ເຂດ​ ​ນັ້ນ ໃນ​ໄລຍະຫົກ​ລະດູ​ຮ້ອນ​ຜ່ານ​ມາ. ການແຜ່​ຫລາຍຂອງ​ສາ​ລ່າຍ​ທະ​ເລ ​ໃນ​ປີ​ນີ້ ໄດ້​ກວມ​ເອົາ​ເນື້ອ​ທີ່ 28,900 ກິ​ໂລ​ແມັດ​ມົນທົນ ຄື​ຫຼາຍກວ່າ​ທີ່​ເກີດ​ຂຶ້ນ ​ເມື່ອ​ປີ 2008 ເຖິງ​ສອງເທົ່າ.

ເບິ່ງວີດີໂອ:

ສາລ່າຍທະເລໃນຈີນ
please wait

No media source currently available

0:00 0:00:45 0:00


The largest algal bloom ever recorded in China has turned the Yellow Sea green.

Chinese officials say they have removed nearly 20 million kilograms of algae from beaches in Shinan District of Qingdao.

Officials say that in the past few days they have sent over 2,300 people and 590 vehicles to remove the algae, which will be dried, shredded and used as fertilizer and animal feed.

The phenomenon has become an annual occurrence in the region over the past six summers. This year's bloom has swathed 28,900 square kilometers, twice as much as the previous biggest bloom in 2008.
XS
SM
MD
LG