ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນໃຫ້ການຊ່ອຍເຫລືອ ແກ່ແຫລມຕາເວັນອອກ ຂອງອາຟຣິກາ


ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ
ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນ

ຈີນ​ປະກາດ​ໃຫ້ການ​ຊ່ອຍ​ເຫລືອ​ອາຫານ​ປະ​ເພດ​ເມັດ​ແລະ​ເງິນສົດເປັນ​ມູນ​ຄ່າ 82 ລ້ານ​ໂດ​
ລາ​ ເພື່ອ​ຊ່ອຍ​ບັນ​ເທົາ​ທຸກພວກ​ປະສົບ​ໄພ​ແຫ້ງ​ແລ້ງ​ ໃນ​ແຫລມ​ຕາ​ເວັນ​ອອກ​ຂອງອາ​ຟຣິ
ກາ ​ໂດຍ​ກ່າວ​ວ່າ​ເປັນ​ການ​ບໍລິຈາກ​ເງິນ​ກ້ອນ​ໃຫຍ່​ທີ່​ສຸດທີ່​ເຄີຍ​ມີ​ມາ​ນັບ​ແຕ່​ພັກ​ຄອມ​ມີ​ວນິສ
ຂຶ້ນ​ຄອງອໍານາດໃນ​ປີ 1949 ​ເປັ​ນຕົ້ນ​ມາ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ວ່າ ການສົ່ງ​ເຂົ້າປາ​ອາ​ຫານ
ບັນ​ເທົາ​ທຸກ​ພາວະ​ສຸກ​ເສິນຖ້ຽວ​ທໍາ​ອິດ​ໄດ້​ອອກຈາກ​ທ່າ​ເຮືອ Tianjin ໄປໃນ​ວັນ​ທີ 2 ​ຕົ້ນ​
ເດືອນນີ້.

ການ​ບໍລິຈາກ​ດັ່ງກ່າວແມ່ນ​ຕໍ່າ​ກວ່າຫລາຍຈາກ​ຈໍານວນ​ທີ່​ທາງທະນາ ຄານໂລກ​ໄດ້​ໃຫ້​ຮັບ
ປາກ​ໄວ້​ ເພື່ອເພິ່ມ​ການ​ຊ່ອຍ​ເຫລືອ​ໃຫ້ແກ່​ພວກ​ປະ​ເທດໃນ​ພາກ​ພື້ນ​ທີ່​ປະສົບ​ກັບໄພ​ແຫ້ງ​
ແລ້ງ ​ຂຶ້ນ​ເປັນ 1,880 ລ້ານ​ໂດ​ລາ ​ຈາກຈໍານວນ 500 ລ້ານ​ໂດ​ລາ​ທີ່​ໄດ້​ອະນຸມັດ​ໄປ​ແລ້ວ​
ນັ້ນ. ສະຫະລັດ​ອາ​ເມຣິກາແມ່ນເປັນ​ປະ​ເທດ​ດຽວ ທີ່​ບໍລິຈາກໃຫ້​ແກ່​ຂົງ​ເຂດ​ດັ່ງກ່າວ​ຫລາຍ​
ກວ່າ​ໝູ່​ ​ໂດຍໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ໄວ້ເກືອບ 650 ລ້ານ​ໂດ​ລາ​ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Yang Jiechi ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ເສົາ​ຜ່ານ​
ມາ​ນີ້​ທີ່ນະຄອນ​ນີວຢອກ​ວ່າ ການບໍລິຈາກ​ໃນ​ມູນ​ຄ່າ 82 ລ້ານໂດ​ລາ​ຂອງ​ຈີນ​ນັ້ນ ​ແມ່ນ​
ຮວມທັງ​ການ​ຊ່ອຍ​ເຫລືອ​ດ້ານອາ​ຫານປະ​ເພດ​ເມັດຈໍານວນໃຫຍ່​ທີ່​ສຸດ​ຂອງ​ຕົນ ນັບ​ແຕ່
ການ​ກໍ່​ຕັ້ງ​ຈີນ​ສະ​ໄໝ​ໃໝ່​ຂຶ້ນ​ມາ.

XS
SM
MD
LG