ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຢືນຢັນວ່າ ນັກເຄື່ອນໄຫວຈີນ ມາເຖິງ ສະຫະລັດແລ້ວ


ແຜນທີ່ຈີນ
ແຜນທີ່ຈີນ
ກະຊວງການຕ່າງປະເທດສະຫະລັດໃຫ້ການຢືນຢັນວ່າ ທ່ານ
Lu Haitao ນັກເຄື່ອນໄຫວດ້ານສິດທິມະນຸດ ແລະ ນັກຂຽນ
ຂອງຈີນ ພ້ອມກັບ ພັນລະຍາຂອງທ່ານ ເວລານີ້ ຢູ່ໃນສະຫະ
ລັດແລ້ວ ຂະນະທີ່ປະຕິເສດບໍ່ຍອມແຈ້ງໃຫ້ຊາບວ່າ ສາມີພັນ
ລະຍາຄູ່ນີ້ໄດ້ຮັບການອະນຸມັດໃຫ້ລີ້ໄພການເມືອງຫຼືບໍ່ລຸນຫຼັງ ທີ່ໄດ້ຫລົບໜີຈາກຈີນ ໃນຕົ້ນເດືອນທັນວາປີກາຍ.

ໃນການຕອບຄຳຖາມຂອງນັກຂ່າວວີໂອເອຄົນນຶ່ງ ໃນວັນພະ
ຫັດວານນີ້ ກ່ຽວກັບເລື່ອງ ຂອງທ່ານ Lu ນັ້ນ ໂຄສົກກະຊວງ
ການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland
ກ່າວວ່າ ພວກເຮົາບໍ່ໃຫ້ການຢືນຢັນຫຼືປະຕິເສດກ່ຽວກັບການ
ຂໍລີ້ໄພ.

ລາຍລະອຽດກ່ຽວກັບການເດີນທາງຂອງທ່ານ Lu ແມ່ນຍັງບໍ່
ທັນເປັນທີ່ຈະແຈ້ງເທື່ອ ແຕ່ທ່ານ Hu Jia ນັກເຄື່ອນໄຫວອີກ
ຄົນນຶ່ງຂອງຈີນ ໃຫ້ການຢືນຢັນຕໍ່ວີໂອເອ ພະແນກພາສາຈີນ
ກາງວ່າ ທ່ານ Lu ພ້ອມດ້ວຍພັນລະຍາບໍ່ໄດ້ເດີນທາງກັບຄືນ
ໄປກຸງປັກກິ່ງ ຈາກການໄປພັກຜ່ອນ ທີ່ເກາະໄຕ້ຫວັນ ໃນຕົ້ນ
ເດືອນທັນວາປີກາຍ. ທ່ານເວົ້າວ່າ ສາມີພັນລະຍາຄູ່ນີ້ ໄດ້ເດີນທາງມາເຖິງສະຫະລັດໃນ
ໄລຍະບໍ່ເທົ່າໃດມື້ຕໍ່ມາ ດ້ວຍການໃຫ້ຄວາມຊ່ອຍເຫຼືອຂອງກະຊວງການຕ່າງປະເທດສະ
ຫະລັດ.

ເວລານີ້ ທ່ານ Lu ແລະພັນລະຍາຂອງທ່ານພັກພາອາໄສຢູ່ໃນເຂດນະຄອນຫຼວງວໍຊິງຕັນ ແລະປະຕິເສດບໍ່ຍອມໃຫ້ພວກນັກຂ່າວສຳພາດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG