ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ກ່າວຫາ ບໍລິສັດ ຜະລິດຢາ​ GSK ໃຫ້ສິນບົນ ເພື່ອຊຸກຍູ້ ການຂາຍ


ບໍລິສັດຜະລິດຢາ​ອັງກິດ GSK ໃນຈີນ
ບໍລິສັດຜະລິດຢາ​ອັງກິດ GSK ໃນຈີນ
ຕຳຫຼວດຈີນ ​ໄດ້​ກ່າວ​ຫາ ​ຜູ້ບໍລິຫານຄົນນຶ່ງຂອງບໍລິສັດຜະລິດ
ຢາ​ອັງກິດ Glaxo Smith Kline ວ່າ​ ​ມີແຜນການໃຫ້ເງິນສິນບົນ
ແກ່​ບັນດາທ່ານໝໍ​ແລະ​ໂຮງພະຍາບານ​ທັງຫຼາຍ.

ຕຳຫຼວດກ່າວ​ວ່າ ຮອງປະທານອະວຸໂສຂອງບໍລິສັດ GSK
ທ່ານ Mark Reilly ໄດ້ສັ່ງໃຫ້ພະນັກງານຂອງຕົນ ໃຫ້ເງິນ
ສິນບົນຈຳນວນຫຼາຍຮ້ອຍລ້ານໂດລ່າເພື່ອຊຸກຍູ້ໂຄສະນາ
ດ້ານການຂາຍ.

ທ່ານ Reilly ແມ່ນພະນັກງານຊາວຕ່າງຊາດຜູ້ທຳອິດທີ່ໄດ້ຖືກ
ກ່າວຫາໃນຄະດີນີ້ໃນລະຫວ່າງທີ່ມີການສືບສວນສອບສວນ
ເປັນເວລາ10 ເດືອນກ່ຽວກັບການກະທຳຜິດຂອງບໍລິສັດທີ່ມີສຳນັກງານ ຢູ່ລອນດອນນັ້ນ.

ນອກນັ້ນແລ້ວ ຜູ້ບໍລິຫານຊາວຈີນ 2 ຄົນ ກໍຖືກກ່າວຫາ ໃນວັນພຸດມື້ນີ້ວ່າ ເຮັດວຽກຮ່ວມ ກັບທ່ານ Reilly ເພື່ອໃຫ້ເງິນສິນບົນ ແກ່ພວກເຈົ້າໜ້າທີ່ໃນປັກກິ່ງ ແລະນະຄອນຊຽງໄຮ້​ ເພື່ອຫລົບໜີ ການສອບສວນສືບສວນ.

ຍັງບໍ່ທັນແຈ້ງຂາວເທື່ອວ່າ ທາງຕຳຫຼວດ ໄດ້ຈັບກຸມທ່ານ Reilly ຫຼືບໍ່ ຫລືວ່າທ່ານອາດ ຈະບໍ່ໄດ້ຢູ່ໃນຈີນດ້ວຍຊ້ຳ.

ຄະດີດັ່ງກ່າວນີ້ ໄດ້ມອບໃຫ້ຄະນະໄອຍະການແລ້ວ ເພື່ອດຳເນີນການຕໍ່ໄປແລ້ວ. ບໍລິສັດ GSK ຍັງບໍ່ທັນອອກມາໃຫ້ຄວາມຄິດເຫັນໃດໆຕໍ່ການກ່າວຫາດັ່ງກ່າວນີ້ເທື່ອແຕ່ກ່ອນ
ໜ້ານີ້ ກໍໄດ້ໃຫ້ຄຳໝັນສັນຍາວ່າ ຈະໃຫ້ການຮ່ວມມືກັບທາງເຈົ້າໜ້າທີ່.
XS
SM
MD
LG