ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພູໄຟ Calbuco ລະເບີດຂຶ້ນ ຢູ່ທາງພາກໃຕ້ ຂອງຊີເລ


ຄວັນ ແລະ ຫິນລາວາ ຫລັ່ງໄຫລອອກມາຈາກ ພູໄຟ Villarrica ທີ່ເຫັນໄດ້ຈາກເມືອງ Pucon ຢູ່ທາງພາກໃຕ້ຂອງ ນະຄອນຫລວງ Santiago ຂອງ Chile, ວັນທີ 22 ເມສາ 2015.
ຄວັນ ແລະ ຫິນລາວາ ຫລັ່ງໄຫລອອກມາຈາກ ພູໄຟ Villarrica ທີ່ເຫັນໄດ້ຈາກເມືອງ Pucon ຢູ່ທາງພາກໃຕ້ຂອງ ນະຄອນຫລວງ Santiago ຂອງ Chile, ວັນທີ 22 ເມສາ 2015.

ບັນດາ​ເຈົ້າໜ້າ​ທີ່ ຊີ​ເລ ພວມຍົກຍ້າຍ​ປະຊາຊົນຫຼາຍຮ້ອຍ​ຄົນ
ອອກ​ ຫຼັງຈາກ​ພູ​ໄຟ Calbuco ​ໄດ້​ລະ​ເບີດ​ຂຶ້ນ ​ໃນ​ວັນ​ພຸດ​ວານ​ນີ້
ຊຶ່ງ ເປັນການລະເບີດຄັ້ງທຳ​ອິດ ​ໃນຮອບກວ່າ 42 ປີທີ່ຜ່ານມາ.

ອົງການ​ບໍລິການດ້ານບໍ່​ແຮ່ ​ແລະ ທໍລະນີ​ວິທະຍາແຫ່ງ​ຊາດ ​ໄດ້​
ອອກ​ແຈ້ງເຕືອນ​ຂັ້ນສູງ ຫ້າມ​ບໍ່ໃຫ້ຜູ້ຄົນ​ເຂົ້າ​ໄປ ​ໃນບໍລິ​ເວນອ້ອມ
​ແອ້ມພູ​ໄຟ​ດັ່ງກ່າວ ຢູ່​ທາງ​ພາກ​ໃຕ້​ຂອງ​ຊີ​ເລ.

ປະມານ 1,500 ຄົນ ​ໄດ້​ຖືກ​ຍົກຍ້າຍ​ອອກຈາກ​ເມືອງ​ຕ່າງໆ ທີ່
​ຫ່າງຈາກນະຄອນຫລວງ Santiago ໄປທາງທິດໃຕ້ຫຼາຍກວ່າ
1,000 ກິ​ໂລ​ແມັດ.

ຊີ​ເລ ​ແມ່ນຕັ້ງຢູ່ໃນເຂດ “ວົງ​ລ້ອມ​ຂອງ​ໄຟ” ​ໃນ​ມະຫາ​ສະມຸດ​ປາຊີ​ຟິກ ​ແມ່ນມີສາຍໂສ້​
ພູໄຟ​ ໃຫຍ່ທີ່ສຸດອັນ​ດັບ​ສອງ​ ຂອງ​ໂລກ ຮອງຈາກ ອິນ​ໂດ​ເນ​ເຊຍ.

ຄັ້ງນີ້ ​ເປັນ​ເທື່ອ​ທີ​ສອງ ທີ່​ພູໄຟ​ໄດ້​ລະ​ເບີດ​ຂຶ້ນ ຢູ່​ໃນ​ພາກ​ໃຕ້​ຂອງ​ຊີ​ເລ ນັບ​ຕັ້ງ​ແຕ່ ເດືອນມີນາ ​ເປັນຕົ້ນມາ ​ ​ເວລາ ພູໄຟ Villarrica ​ໄດ້​ສົ່ງ​ຂີ້ເທົ່າ ​ແລະ ຫິນ lava ​ອອກ​ມາ​ໃນ​ຊ່ວງ​ເວລາ​ສັ້ນໆ ແຕ່ຮຸນ​ແຮງຫຼາຍ.

Chile Volcano
please wait
Embed

No media source currently available

0:00 0:00:39 0:00

Chilean authorities are evacuating hundreds of people after the volcano Calbuco erupted Wednesday for the first time in more than 42 years.

The National Mining and Geology Service issued a high alert, barring access to the mountainous area around the volcano in southern Chile.

About 1,500 people were being evacuated from towns more than 1,000 kilometers south of the capital, Santiago.

Chile, on the Pacific 'Rim of Fire', has the second largest chain of volcanoes in the world after Indonesia.

It is the second time a volcano has erupted in southern Chile since March, when the Villarrica volcano emitted a brief but fiery burst of ash and lava.

XS
SM
MD
LG