ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວຖະແຫລງ ໃນກອງປະຊຸມສຸດຍອດ ກ່ຽວກັບ ​ການ​ປົກ​ປ້ອງ​ ທະເລຂອງ​ໂລກ


ພວກເຮືອຫາປາ ຈອດຢູ່ໃກ້ໆ ເກາະ Ly Son island, ໃນແຂວງ Quang Ngai ຢູ່ທາງພາກກາງ ຂອງຫວຽດນາມ.
ພວກເຮືອຫາປາ ຈອດຢູ່ໃກ້ໆ ເກາະ Ly Son island, ໃນແຂວງ Quang Ngai ຢູ່ທາງພາກກາງ ຂອງຫວຽດນາມ.

ປະ​ເທດ​ Chile ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໃຫຍ່ ກ່ຽວ​ກັບ
​ການ​ປົກ​ປ້ອງ​ລະບົບ​ນິ​ເວດ​ທາງນ້ຳຂອງ​ໂລກ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ກ່າວ​ຖະ​ແຫລ​ງ​ໃນ​
ກອງ​ປະຊຸມ​ສຸດ​ຍອດ ໃນ​ວັນ​ຈັດ​ມື້​ນີ້ ຜ່ານ​ທາງ​ວີ​ດີ​ໂອ ​ເພື່ອ
​ປະກາດ​ການ​ສ້າງ​ສວນ​ອຸ​ທະຍານ​ທາງນ້ຳ​ໃໝ່​ ຂອງ​ສະຫະລັດ
2 ​ແຫ່ງ ​ໃນ​ລັດ Maryland​ ແລະ Wisconsin.

ປະ​ເທດ​ອື່ນໆ ກໍ​ຍັງຄາດ​ວ່າ ຈະ​ປະກາດ ການ​ເຄື່ອນ​ໄຫວ
​ທີ່​ຄ້າຍຄື​ກັນ​ນີ້ ​ເຊັ່ນ​ກັນ.

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ຈະ​ເຂົ້າຮ່ວມ​ ໃນ​ກອງ​ປະຊຸມ​
ດັ່ງກ່າວ​ນີ້​ດ້ວຍ.

ຫຼາຍໆ​ປະ​ເທດ ​ແລະ ມູນ​ນິທິ​ຕ່າງໆ ​ພ້ອມ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະມອບ​ທຶນຈຳນວນ​ນຶ່ງ ​
ແລະສະ​ເໜີ​ມາດ​ຕະການ​ລິ​ເລີ້ມ ​ເພື່ອ​ຕໍ່ສູ້​ກັບ ການ​ປ່ອຍ​ມົນ​ລະ​ພິດ ການ​ຫາ​ປາ​ຫຼາຍເກີນ
ກຳນົດ ການ​ປ່ອຍ​ສານ​ພິດ​ລົງ​ສູ່​ມະຫາ​ສະມຸດ ​ໂດຍ​ການ​ປ່ອຍ​ທາດ​ ​carbon.

ສະຫະລັດ​ກໍ​ຍັງ​ຄາດ​ວ່າ ຈະ​ປະກາດ​ແຜນການ​ເອີ້ນ​ວ່າ ລູກ​ເສືອ​ທະ​ເລ ທີ່​ອອກ​ແບບ​ເພື່ອ
​ຈະ​ຢັບຢັ້ງ ການ​ລັກລອບ​ຄ້າ​ປາ​ຢ່າງ​ຜິດ​ກົດ​ໝາຍ ​ແລະ ບໍ່​ມີ​ກົດລະບຽບຂອງ​ໂລກ.

ປະທານາທິບໍດີ Chile ທ່ານ​ນາງ Michelle Bachelet ​ແລະ ລັດຖະມົນຕີ​ຕ່າງປະ​ເທດ
ທ່ານ Heraldo Monoz ກໍ​ຍັງ​ຈະ​ຂຶ້ນກ່າວ​ໃນ​ກອງ​ປະຊຸມ​ໃນ​ຄັ້ງນີ້​ດ້ວຍ.

XS
SM
MD
LG