ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ ໂບໂກ ຮາຣາມ ໃຊ້ເດັກນ້ອຍເປັນ ລະເບີດສະຫຼະຊີບ ຫຼາຍຂຶ້ນ


ເດັກນ້ອຍຖືກຊ່ວຍເຫຼືອຈາກພວກລັກພາໂຕ ໂບໂກ ຮາຣາມ ໂດຍທະຫານ ໄນຈີເຣຍ ໃນປ່າ Sambisa ເດີນທາງຮອດຄ້າຍ Yola, ປະເທດ ໄນຈີເຣຍ. 2 ພຶດສະພາ, 2015.
ເດັກນ້ອຍຖືກຊ່ວຍເຫຼືອຈາກພວກລັກພາໂຕ ໂບໂກ ຮາຣາມ ໂດຍທະຫານ ໄນຈີເຣຍ ໃນປ່າ Sambisa ເດີນທາງຮອດຄ້າຍ Yola, ປະເທດ ໄນຈີເຣຍ. 2 ພຶດສະພາ, 2015.

ກອງທຶນຊ່ວຍເຫຼືອເດັກ ອົງການສະຫະປະຊາຊາດ ຫຼື UNICEF ກ່າວວ່າ ມີການໃຊ້ເດັກ
ນ້ອຍເປັນລະເບີດສະຫຼະຊີບໃນຈຳນວນທີ່ຫຼາຍຢ່າງໜ້າຕົກໃຈ ໂດຍພວກຫົວຮຸນແຮງ
ໂບໂກ ຮາຣາມ ໃນຄວາມຂັດແຍ້ງທີ່ປົກຄຸມພາກພື້ນທະເລສາບ Chad ໃນ ອາຟຣິກາ ຕາເວັນຕົກ. Lisa Schlein ສົ່ງລາຍງານມາໃຫ້ ວີໂອເອຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຂໍ້ມູນທີ່ຖືກລວບລວມໂດຍກອງທຶນຊ່ວຍເຫຼືອເດັກຂອງອົງການສະຫະປະຊາຊາດໄດ້ສະ
ແດງໃຫ້ເຫັນວ່າ ເດັກນ້ອຍໄດ້ຖືກໃຊ້ເປັນລະເບີດສະຫຼະຊີບໃນການໂຈມຕີ 27 ຄັ້ງໃນ 4 ເດືອນທຳອິດຂອງປີ 2017. ນັ້ນແມ່ນຫຼາຍກວ່າໄລຍະດຽວກັນໃນປີກາຍນີ້ 3 ເທົ່າ ທັງ
ເປັນຕົວເລກທີ່ເກືອບເທົ່າກັບຈຳນວນທີ່ໄດ້ເກີດຂຶ້ນໃນໝົດປີ 2016.

ກຸ່ມຫົວຮຸນແຮງອິສລາມ ໂບໂກ ຮາຣາມ ໄດ້ບັງຄັບໃຫ້ພວກເດັກນ້ອຍລະເບີດຕົນເອງໃນ
ປະເທດ ໄນຈີເຣຍ, (Chad), ໄນເຈີ ແລະ ກາເມຣູນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ໃນ
ຂະນະທີ່ກຸ່ມຫົວຮຸນແຮງອິສລາມດັ່ງກ່າວ ພົບວ່າຕົນເອງກຳລັງຫຼົບໜີຢູ່ນັ້ນ, ພວກເຂົາໄດ້
ລາຍງານວ່າ ກຳລັງພະຍາຍາມໃຊ້ກົນລະຍຸດນີ້ຢ່າງກວ້າງຂວາງ ເພື່ອຂະຫຍາຍການກໍ່
ການຮ້າຍ ໃນໝູ່ພົນລະເມືອງຂອງພາກພື້ນທະເລສາບ Chad.

ໂຄສົກອົງການ UNICEF ທ່ານ Christophe Boulierac ກ່າວວ່າ ພວກ ໂບໂກ ຮາ
ຣາມ ໃຊ້ເດັກນ້ອຍ, ແທນທີ່ຈະແມ່ນຜູ້ໃຫຍ່ ເປັນລະເບີດ ຍ້ອນວ່າ ພວກເຂົາເຈົ້າສາມາດ
ບັງຄັບໄດ້ຢ່າງງ່າຍດາຍ ແລະ ເບິ່ງຄືວ່າຈະລອດຈາກການກວດສອບໄດ້ຫຼາຍກວ່າ. ທ່ານບອກວີໂອເອວ່າ ຜູ້ທີ່ຖືກໃຊ້ໃນການໂຈມຕີພວກນີ້ສ່ວນໃຫຍ່ແມ່ນເດັກຍິງ.

ທ່ານ Boulierac ກ່າວວ່າ “ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ, ໃນຈຳນວນເດັກນ້ອຍ
117 ຄົນ ທີ່ຖືກໃຊ້ໃນການໂຈມຕີດ້ວຍລະເບີດສະຫຼະຊີບນັ້ນ, 80 ເປິີເຊັນແມ່ນເດັກ
ຍິງ. ດັ່ງນັ້ນ, ພວກເດັກຍິງຈຶ່ງເປັນຜົນຕໍ່ການປະຕິບັດທີ່ໂຫດຮ້າຍຂອງພວກນີ້ເປັນ
ພິເສດ.”

ທ່ານ Boulierac ກ່າວວ່າ ພວກເດັກນ້ອຍໄດ້ຖືກເບິ່ງດ້ວຍຄວາມສົງໄສຢ່າງເລິກເຊິ່ງ
ໂດຍບັນດາເຈົ້າໜ້າທີ່ ແລະ ສາທາລະນະໂດຍທົ່ວໄປ. ທ່ານກ່າວວ່າ ພວກເດັກນ້ອຍທີ່
ຫຼົບໜີອອກມາໄດ້ຈາກການກັກຂັງຂອງພວກ ໂບໂກ ຮາຣາມ ມັກຈະປິດບັງສິ່ງທີ່ເຂົາເຈົ້າ
ໄດ້ປະສົບມາ ເມື່ອພວກເຂົາເຈົ້າກັບຄືນສູ່ຊຸມຊົນຂອງພວກເຂົາເຈົ້າ.

ທ່ານ Boulierac ກ່າວວ່າ “ພວກເຂົາເຈົ້າຢ້ານຖືກປະນາມ ແລະ ແມ່ນກະທັ້ງບາງເທື່ອ
ຖືກຕອບໂຕ້ດ້ວຍຄວາມຮຸນແຮງຈາກຊຸມຊົນຂອງພວກເຂົາເຈົ້າ ຜູ້ທີ່ໃນຈຸດໃດໜຶ່ງຄິດ
ວ່າ ເດັກນ້ອຍພວກນີ້ ຍັງເປັນອັນຕະລາຍຢູ່. ມັນມີຄວາມສຳຄັນຫຼາຍ, ໃນທຸກໆກໍລະ
ນີ, ທີ່ຈະຈື່ໄວ້ວ່າ ເດັກນ້ອຍພວກນີ້ ແມ່ນຜູ້ເຄາະຮ້າຍ. ພວກເຂົາເຈົ້າບໍ່ແມ່ນຜູ້ກະທຳ
ຜິດ.”

ອົງການ UNICEF ກ່າວວ່າ ອຳນາດການປົກຄອງໃນທ້ອງຖິ່ນມັກຈະສະກັດຈັບພວກ
ເດັກນ້ອຍຢູ່ດ່ານກວດກາ ແລະ ຂັງຄຸກໄວ້ເປັນເວລາດົນນານ. ພວກເຂົາເຈົ້າກຳລັງຮຽກ
ຮ້ອງໃຫ້ຍຸຕິການປະຕິບັດນີ້ ແລະ ສຳລັບພວກເດັກນ້ອຍ ຜູ້ທີ່ມັກຈະໄດ້ຮັບຄວາມເຈັບ
ປວດຢ່າງຮຸນແຮງໂດຍປະສົບການພວກຂອງເຂົາເຈົ້າຢູ່ແລ້ວນັ້ນ ແມ່ນໃຫ້ສົ່ງໄປໃຫ້ບັນ
ດາເຈົ້າໜ້າທີ່ພົນລະເຮືອນຜູ້ທີ່ຈະສາມາດຊ່ວຍເຫຼືອພວກເຂົາເຈົ້າໄດ້.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG