ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຄັນຢາ ເປັນປະເທດ ທີ່ຜະລິດຢາຕົວໃໝ່ ສຳຫຼັບພວກເດັກນ້ອຍໂດຍສະເພາະ


ໂຣ​ກປອດ​ແຫ້ງ ​ແມ່ນ​ນຶ່ງ​ໃນ​ບັນດາໂຣ​ກທີ່​ອັນຕະລາຍ​ສຸດ ​ທັງ​ເປັນ​ໂຣກທີ່​ຮ້າຍ​ແຮງ​ເຖິງ​ຕາຍ ​ຢູ່ໃນ​ໂລກ. ສູນ​ກາງ​ຄວບ​ຄຸມພະ​ຍາດຂອງ​ສະຫະລັດ ຄຳນວນ​ວ່າ ​ປະຊາກອນ​ໂລກ ​ປະມານ 1 ສ່ວນ 3 ແມ່ນພາກັນເປັນ​ໂຣກນີ້ ​ແລະ​ໄດ້ເອົາຊີວິດ​ຂອງ​ຜູ້​ຄົນ​ໄປຈຳນວນ 1 ລ້ານ 5 ​ແສນ ຄົນໃນປີ 2014. ​ໃນ​ປະເທດ ແຄັນ​ຍາ ການ​ຕໍ່ສູ້​ກັບ​ໂຣກດັ່ງກ່າວ​ໃນໝູ່​ພວກ​ເດັກນ້ອຍ ໄດ້ກາຍເປັນເລື້ອ​ງ່າຍ​ຂຶ້ນ ຍ້ອນຢາ​ຊະນິດ​ໃໝ່ ທີ່​ໄດ້​ອອກ​ວາງ​ຂາຍ​ໃນ​ຕະຫຼາດ ​ໃນ​ເດືອນ​ຕຸລາຫາກໍຜ່ານມາ. ນັກ​ຂ່າວ VOA Kevin Enochs ມີລາຍງານເລື້ອງນີ້ ດ້ວຍ
ຄວາມຊ່ອຍເຫຼືອຂອງ ແລັນນີ ຣູວາກາ ທີ່ສົ່ງມາຈາກໄນໂຣບີ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເຄັນ​ຍາ ເປັນ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ທີ່​ເປັນ​ຜູ້ແນະນຳການ​ປິ່ນປົວ​ຂອງໂຣ​ກປອດ​ແຫ້ງ ໂດຍ​ສະ​ເພາະ​ໃນ​ໝູ່​ພວກ​ເດັກນ້ອຍ.

ຢາ​ແບບ​ມີ​ລົດ​ຊາດ​ນັ້ນ​ແມ່ນ​ບໍ່ໄດ້ເສຍຄ່າແຕ່ຢ່າງ​ໃດ ​ຊຶ່ງລະລາຍໃນ​ນ້ຳ​ງ່າຍ ​ແລະ
​ໃຫ້ແນ່ໃຈວ່າ ພວກ​ເດັກນ້ອຍຈະ​ຕ້ອງ​ໄດ້ຮັບ​ຕົວ​ຢາ​ຕາມ​ກຳໜົດ​ຖືກຕ້ອງ.

ດຣ. Immaculate Kathure ​ໃນ​ໂຄງການໂຣ​ກປອດ​ແຫ້ງແຫ່ງ​ຊາດ​ຂອງ​ເເຄັນ​ຍາ
ກ່າວ​ວ່າ: “ການ​ເອົາ​ອາຫານ​ໃຫ້ເດັກນນ້ອຍ​ກິນ ມັນເປັນ​ບັນຫາ​ໜັກ​ ການໃຫ້​ອາຫານ
ແກ່​ພວກເດັກ ນນ້ອຍ​ທີ່ກຳລັງເຈັບປ່ວຍຢູ ​ຍິ່ງຍາກໄປຕື່ມ ລຳບາກ ​ເພາະສະ​ນັ້ນ ການ​ປະສົມຢາ​ໃສ່ໃນ​ອາຫານ​ ແລ້ວເອົາໃຫ້ເດັກນ້ອຍກິນ ແຕ່ຖ້າເຂົາບໍ່​ກິນອາຫານ ກໍແປ
ວ່າເຂົາບໍ່​ກິນ​ຢາ ແລະ​ໝາຍ​ຄວາມ​ວ່າ ເດັກນ້ອຍບໍ່​ໄດ້​ກິນຢາຖືກຕ້ອງຕາມກຳນົດ.”

ການ​ກິນຢາບໍ່​ຖືກຕ້ອງຕາມກຳນົດນັ້ນ​ຈະນຳ​ໄປ​ສູ່​ການ​ເສຍ​ຊີວິດ​ທີ່​ບໍ່​ຈຳເປັນ ​ແລະ​ການ​ດື້​ຢາຕ້ານ​ໂຣກປອດ​ແຫ້ງ.

ທ່ານນາງ Cherise Scott ຈາກ ສະມາຄົມໂຣ​ກປອດ​ແຫ້ງ ຫຼື TB Allianceກ່າວ​ວ່າ “ພວກ​ເຮົາ​ຊາບ​ວ່າ ການ​ດື້​ຢາ​ຕ້ານ TB ແມ່ນ​ບັນຫາ​ໜັກ ​ເພາະສະ​ນັ້ນຈຶ່ງວ່າ ​ອົງການ ຕ່າງໆ ​ເຊັ່ນ​ສະມາຄົມ ໂຣ​ກປອດ​ແຫ້ງ ຈຶ່ງ​ກຳລັງ​ປຸງແຕ່ງຢາແນວ​ໃໝ່ ​ແລະ​ແບບ​ແຜນ​ໃໝ່ຂຶ້ນມາ ເພື່ອ​ຕໍ່ສູ້​ກັບ​ການ​ດື້​ຢາ ​ແລະ​ພວກ​ເຮົາຢາກຈະ​ເຮັດໃຫ້​ແນ່​ໃຈ​ວ່າ ຜົນຜະລິດ ເຫຼົ່ານີ້ຕົກໄປ ເຖິງພວກ​ເດັກນ້ອຍແລະຖືກປຸງແຕ່ງຂຶ້ນມາ ​ໃນ​ຂະນະ​ທີ່​ພວກ​ເຮົາ​ກ້າວເດີນ​ຕໍ່​ໄປຢູ່ນີ້.”

​ພວກເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ຂອງ​ເເຄັນ​ຍາ ​ໄດ້​ບອກ​ VOA ວ່າ ລັດຖະບານ​ຂອງ​ຕົນ
​ຈະ​ເຮັດ​ທຸກ​ສິ່ງ​ຢ່າງ ທີ່​ຕົນ​ສາມາດເຮັດ​ໄດ້ ເພື່ອ​ຄ້ຳປະກັນ​ວ່າ ຕົວ​ຢາ​ເຫຼົ່ານີ້ ​ຈະໄປ​ຮອດ​ໄປເຖິງ​ພວກ​ເດັກນ້ອຍຜູ້​ທີ່ມີຄວາມ​ຈຳ​ເປັນ​.

​ແຕ່​ວ່າ​ໃນບາງ​ພາກສ່ວນ​ຂອງ​ເເຄັນ​ຍາ ​ແລ​ະໃນພາກ​ອື່ນໆ​ຂອງ​ໂລກ ການ​ໄດ້ຮັບຢາ
ປິ່ນປົວ​ແລະ​ການໄດ້ຮັບການ​ວິນິ​ໄສ​ທີ່​ຖືກຕ້ອງ​ ​ແມ່ນ​ເປັນການທ້າ​ທາຍຢ່າງໃຫຍ່ ​ບໍ່ຕ່າງຫຍັງກັນກັບການ​ຕໍ່ສູ້​ໂຣ​ກຮ້າຍແຮງ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Kenya Develops TB Treatment for Children
please wait

No media source currently available

0:00 0:01:13 0:00

XS
SM
MD
LG