ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜຸ່ມນ້ອຍຄົນນຶ່ງ ຖືກຟ້ອງ ໃນ​​ຂໍ້​ຫາ​ ​ຈະໄປສົມທົບ​ ກັບ​ ກຸ່ມລັດ​ອິສລາມ ​


ຮູບທ້າວ Mohammed Hamzah Khan ໃນໜັງສືຜ່ານແດນ ທີ່ບໍ່ໄດ້ລະບຸວັນເວລາ.
ຮູບທ້າວ Mohammed Hamzah Khan ໃນໜັງສືຜ່ານແດນ ທີ່ບໍ່ໄດ້ລະບຸວັນເວລາ.

ບັນດາ​ເຈົ້າ​ໜ້າ​ທີ່ໃນນະຄອນ Chicago ​ໄດ້​ຟ້ອງ ທ້າວ Mo-
hammed Hamzah Khan ​ໄວ 19 ປີ ​ໃນ​ຂໍ້​ຫາ​ ທີ່​ພະຍາ
ຍາມ​ໜີອອກ​ຈາກ​ສະຫະລັດ​ເພື່ອ​ໄປສົມທົບ​ກັບ​ພວກ​ກໍ່​ການ
​ຮ້າຍກຸ່ມລັດ​ອີສລາມ ​ໃນ​ຊີ​ເຣຍ.

ລາວໄດ້​ຖືກ​ຈັບ​ກຸ​ມ ​ເມື່ອ​ເດືອ​ນນຶ່ງ​ກ່ອນ​ໜ້າ​ນີ້​ແລ້ວ ທີ່​ສະໜາມ​ບິນ
​ນາໆ​ຊາດ O’Hare. ​ໄອຍະ​ການລັດຖະບານ​ກາງ ​ໄດ້​ກ່າວ ໃນ​ການ
​ໃຫ້ການ​ຂັ້ນ​ຕົ້ນກ່ອນດຳເນີນຄະດີໃນ​ວັນ​ຈັນ​ວານ​ນີ້ວ່າ ນ້ອງ​ສາວ
​ແລະ​ນ້ອງ​ຊາຍ​ຂອງ​ລາວ ກໍ​ໄດ້​ຖືກ​ຈັບ​ກຸມ​ເຊັ່ນ​ກັນ ​ເມື່ອ​ວັນ​ທີ 4
ຕຸລາ ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ ກຳລັງເດີນທາງອອກ​ຈາກ
​ນະຄອນ Istanbul ປະເທດ Turkey ນັ້ນ.

ຜູ້​ພິ​ພາກ​ສາ​ສານ ​ໄດ້​ກ່າວ​ວ່າ ທ້າວ ຄານ ນີ້​ແມ່ນ​ເປັນ​ໄພ​ຂົ່ມ​ຂູ່ຕໍ່​ສະຫະລັດ ​ແລະ​ໄດ້​ສັ່ງ​ໃຫ້​ສືບ​ຕໍ່ກັກ​ຂັງຜູ້ກ່ຽວ​ຕໍ່​ໄປ.

ມີ​ພຽງ​ແຕ່ ທ້າ​ວ ຄານ​ເທົ່າ​ນັ້ນ ທີ່​ໄດ້ຖືກຟ້ອງ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂໍ້​ຫາ​ທີ່​ພະຍາຍາມ​ໃຫ້ການ​ສະໜັບສະ​ໜຸນ ດ້ານ​ປັດໄຈ​ແລະສິ່ງຂອງ​ຕ່າງໆ​ຕໍ່​ກຸ່ມ​ກໍ່​ການ​ຮ້າຍຕ່າງປະເທດ ທີ່​ອາດ​ຕິດ​ຄຸກ​ຊຶ່ງຂັ້ນຮ້າຍແຮງສູງ​ສຸດແມ່ນ 15 ປີ. ນ້ອງ​ຊາຍ​ໄວ 16 ປີ​ ​ແລະ​ນ້ອງ​ສາວ​ໄວ 17 ປີ ຂອງ​ລາວ​ນັ້ນ ​ແມ່ນ​ບໍ່​ໄດ້​ຖືກກ່າວຫາເທື່ອ ​ແຕ່​ໄອຍະ​ການ ທ່ານ Richard Hiller ​ໄດ້​ກ່າວ​ວ່າ ພວກ​ເຂົາ​ທັງ​ສອງ​ ​ແມ່ນເປັນຜູ້​ສະໜັບສະໜຸນ ກຸ່ມລັດ​ອີສລາມ ດ້ວຍ​ຄວາມກະຕືລືລົ້ນ.

XS
SM
MD
LG